Homeຂ່າວພາຍ​ໃນກັກຕົວຜູ້ຕ້ອງຫາ! ພ້ອມຢາບ້າ 2,480 ເມັດ

ກັກຕົວຜູ້ຕ້ອງຫາ! ພ້ອມຢາບ້າ 2,480 ເມັດ

Published on

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ວິຊາສະເພາະໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງບາຈຽງ ໄດ້ຮັບການລາຍງານຈາກພົນລະເມືອງດີວ່າ:ມີກຸ່ມຄົນບໍ່ດີຈໍານວນໜຶ່ງໄດ້ມີການເຄື່ອນໄຫວ ຄ້າຂາຍຢາເສບຕິດ (ປະເພດຢາບ້າ) ຢູ່ເຂດ ບ້ານໂນນອຸດົມ, ເມືອງບາຈຽງ ແຂວງຈຳປາສັກ.ພາຍຫຼັງທີ່ໄດ້ຮັບການລາຍງານແລ້ວເຈົ້າໜ້າທີ່ວິຊາສະເພາະຈຶ່ງໄດ້ລົງຕິດຕາມແຫຼ່ງຂ່າວເຫັນວ່າ:ມີມູນຄວາມຈິງແທ້ ແລະ ສາມາດກັກຕົວເປົ້າໝາຍໄດ້ 3 ຄົນ.

– ທ້າວ ບຸນມີ, ອາຍຸ 18 ປີ, ເຮັດສວນ ຢູ່ບ້ານ ໂນນອຸດົມ, ເມືອງ ບາຈຽງ, ແຂວງ ຈຳປາສັກ ພ້ອມຂອງກາງຢາບ້າຈໍານວນ 101 ເມັດ.

– ທ້າວ ໂຫຼ້ຍ, ອາຍຸ 28 ປີ ເຮັດສວນ ຢູ່ບ້ານ ໂນນອຸດົມ ເມືອງ ບາຈຽງ ແຂວງ ຈຳປາສັກ ພ້ອມຂອງກາງຢາບ້າຈໍານວນ 203 ເມັດ.

– ທ້າວ ນິພົນ, ອາຍຸ 33 ປີ ເຮັດສວນຢູ່ບ້ານ ພູດິນອ່ອນ, ເມືອງ ປາກຊ່ອງ ແຂວງຈຳປາສັກ, ພ້ອມຂອງກາງຢາບ້າຈໍານວນ 2176 ເມັດ.

ພາຍຫຼັງຈັບກຸມຕົວພວກດັ່ງກ່າວໄດ້ແລ້ວ, ເຈົ້າໜ້າທີ່ຈະໄດ້ທຳການສືບສວນສອບສວນພ້ອມນໍາຕົວໄປດຳເນີນຄະດີຕາມລະບຽບກົດໝາຍ.

ຂ່າວ: ຫ້ອງຂ່າວກອງບັນຊາການ ປກສ ແຂວງຈຳປາສັກ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...