Homeຂ່າວພາຍ​ໃນປຶກສາຫາລື! ແຜນພັດທະນາພູຜາຖີ່ ແຂວງຫົວພັນ

ປຶກສາຫາລື! ແຜນພັດທະນາພູຜາຖີ່ ແຂວງຫົວພັນ

Published on

ພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຫົວພັນ ຈັດກອງປະຊຸມປຶກສາຫາລືຜ່ານແຜນພັດທະນາພູຜາຖີ່ ຮອບທີ 3 ໃນວັນທີ 26 ເມສາ 2024 ໂດຍການເປັນປະທານຂອງ ທ່ານ ພຸດພັນ ແກ້ວວົງໄຊ ຮອງເຈົ້າແຂວງຫົວພັນ, ມີພາກສ່ວນກ່ຽວຂ້ອງຂັ້ນແຂວງ ແລະ ເມືອງຊໍາເໜືອເຂົ້າຮ່ວມ.

อาจเป็นรูปภาพของ แผนที่ และ ข้อความ

ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການນໍາສະເໜີແຜນພັດທະນາສະຖານທີ່ທ່ອງທ່ຽວພູຜາຖີ່ ສຳລັບປີ 2025-2035 ເພື່ອກຳນົດເອົາຂອບເຂດພັດທະນາ ການທ່ອງທ່ຽວ, ແຜນການພັດທະນາພື້ນຖານໂຄ່ງລ່າງ ແລະ ສິ່ງອຳນວຍຄວາມສະດວກຢູ່ສະຖານທີ່ທ່ອງທ່ຽວແຫ່ງນີ້ ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວທາງດ້ານປະຫວັດສາດທີ່ໂດດເດັ່ນ, ເປັນບ່ອນສຶກສາຮຽນຮູ້ວິລະກຳອັນພິລະອາດຫານ, ຕິດພັນກັບທຳມະຊາດທີ່ສວຍງາມ ແລະ ມີຄວາມຍືນຍົງ.

อาจเป็นรูปภาพของ แผนที่, แผนผังในอาคาร และ ข้อความ

ນອກຈາກນີ້, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ປຶກສາຫາລື, ປະກອບຄໍາຄິດຄໍາເຫັນໃສ່ຮ່າງແຜນພັດທະນາແຫລ່ງທ່ອງທ່ຽວພູຜາຖີ່ ໃຫ້ມີເນື້ອໃນຄົບຖ້ວນ ແລະ ໄດ້ຮັບການຈັດຕັ້ງປະຕິບັດປັບປຸງ ພ້ອມທັງຮັບຮອງເອົາແຜນພັດທະນາ ເພື່ອສະເໜີຫາລັດຖະບານຕື່ມອີກ.

ຂ່າວ-ພາບ: ນິດຖະໜອມ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...