Homeຂ່າວຕ່າງປະເທດອຸທາຫອນ! ຜູ້ປະກາດຂ່າວຍິງຊາວອິນເດຍ ເປັນລົມໝົດສະຕິ ຂະນະທີ່ຖ່າຍທອດສົດ

ອຸທາຫອນ! ຜູ້ປະກາດຂ່າວຍິງຊາວອິນເດຍ ເປັນລົມໝົດສະຕິ ຂະນະທີ່ຖ່າຍທອດສົດ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ເມສາ 2024 ກ່ຽວກັບເຫດການທີ່ຜູ້ປະກາດຂ່າວຍິງ ຊາວອິນເດຍ ໝົດສະຕິ ຂະນະຖ່າຍທອດສົດລາຍການຂ່າວທາງໂທລະທັດ ເຖິງວ່າຫ້ອງສະຕູດີໂອຈະຕິດແອແຕ່ອາກາດໃນມື້ນັ້ນຮ້ອນທະລຸເຖິງ 40 ອົງສາ.

ຕາມການລາຍງານ: ຜູ້ປະກາດຂ່າວຍິງຂອງສະຖານີໂທລະທັດຊ່ອງດູດາຊານ ບັງກະລາ ນິວ ລັດເບັງກໍຕາເວັນຕົກ ຂອງອິນເດຍ ເປັນລົມໝົດສະຕິຂະນະກຳລັງອ່ານຂ່າວ ແລະ ຖ່າຍທອດສົດຈົນສ້າງຄວາມຕົກໃຈໃຫ້ກັບຄົນເບິ່ງ ແລະ ໝູ່ຮ່ວມງານ ຄາດສາເຫດມາຈາກອາກາດທີ່ຮ້ອນເກີນໄປ ອຸນກະພູມສູງກວ່າ 40 ອົງສາ ໃນຂະນະທີ່ເຈົ້າໜ້າທີ່ອິນເດຍເປີດເຜີຍວ່າເ ລັດເບັງກໍຕາເວັນຕົກຕ້ອງພົບກັບສະພາບອາກາດທີ່ຮ້ອນເອົ້າ ຈາກຄື້ນຄວາມຮ້ອນທີ່ແຜ່ຂະຫຍາຍປົກຄຸມ.

ຜູ້ປະກາດຂ່າວຍິງໄດ້ກ່າວວ່າ: ຮູ້ສຶກວ່າຮ້ອນຜິດປົກກະຕິ ແລະ ຄວາມດັນຕົກ, ຮູ້ສຶກບໍ່ສະບາຍ ກ່ອນທີ່ຈະເປັນລົມ ຕົນຄິດວ່າການດື່ມນ້ຳສາມາດຊ່ວຍໄດ້ ຈຶ່ງຂໍໃຫ້ຜູ້ຈັດການສົ່ງນ້ຳມາໃຫ້ອີກ ເຖິງໃຫ້ຫ້ອງສະຕູດີໂອມີການຕິດເຄື່ອງປັບອາກາດ ທີ່ສາມາດສ້າງຄວາມເຢັນ ແຕ່ກໍບໍ່ໄດ້ຊ່ວຍຫຍັງຫຼາຍເນື່ອງຈາກອາກາດໃນມື້ນັ້ນຮ້ອນເກີນ.

ເລື່ອງລາວດັ່ງກ່າວເປັນອຸທາຫອນສຳລັບທຸກໆຄົນທີ່ຕ້ອງເຮັດວຽກສູ້ກັບອາກາດທີ່ຮ້ອນໃນໄລຍະນີ້ ຂໍໃຫ້ທຸກຄົນຈົ່ງຫຼີກລ່ຽງການອອກແດດ ຫຼື ດື່ມນ້ຳໃຫ້ຫຼາຍ ເນື່ອງຈາກອາກາດຮ້ອນສາມາດເຮັດໃຫ້ເົຮາກະຫາຍນ້ຳ ແລະ ໝົດສະຕິຄືກັບເຫດການຂ້າງຕົ້ນນີ້.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...