Homeຂ່າວພາຍ​ໃນຈັບກຸມ ກຸ່ມຄ້າ-ຂາຍຢາເສບຕິດ ພ້ອມຢາບ້າ 678 ເມັດ

ຈັບກຸມ ກຸ່ມຄ້າ-ຂາຍຢາເສບຕິດ ພ້ອມຢາບ້າ 678 ເມັດ

Published on

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈໍາປາສັກ ໄດ້ລົງມ້າງຄະດີຄ້າຂາຍຢາເສບຕິດ (ຢາບ້າ) ຢູ່ເຂດ ບ້ານຫຼັກ 33, ເມືອງ ປາກຊ່ອງ, ແຂວງຈໍາປາສັກ ແລະ ສາມາດກັກຕົວຜູ້ຖືກຫາໄດ້ 9 ຄົນ, ພ້ອມເຄື່ອງຂອງກາງຢາເສບຕິດ(ຢາບ້າ) ຈຳນວນ 678 ເມັດ.ເຊິ່ງຜູ້ຖືກຫາໃນຄັ້ງນີ້ມີ:

– ທ້າວ ລັກສະນະ ອາຍຸ 26 ປີ ຊາວສວນ, ບ້ານຫຼັກ33 , ເມືອງປາກຊ່ອງ, ແຂວງຈໍາປາສັກ ຖືກກັກໂຕໃນຂໍ້ກ່າວຫາ: ຄ້າ-ຂາຍຢາເສບຕິດ ແລະ ເສບຢາເສບຕິດ, ເຄື່ອງຂອງກາງ ແລະ ຂອງຕິດຕົວມີ: ຢາບ້າຈໍານວນ 59 ເມັດໂທລະສັບ 1 ໜ່ວຍ, ເງີນກີບຈໍານວນ 590.000 ກີບ.
– ທ້າວ ໄຊຍະວອນ (ເອັກ) ອາຍຸ 17 ປີ, ຊາວນາ ບ້ານຫຼັກ 33, ເມືອງປາກຊ່ອງ ແຂວງຈໍາປາສັກຖືກກັກໂຕໃນຂໍ້ກ່າວຫາ: ຄ້າ-ຂາຍຢາເສບຕິດ ແລະ ເສບຢາເສບຕິດ, ເຄື່ອງຂອງກາງ ແລະ ຂອງຕິດຕົວມີ: ຢາບ້າຈໍານວນ 601 ເມັດ, ໂທລະສັບ 1 ໜ່ວຍ, ລົດຈັກ 1 ຄັນ, ເງີນກີບຈໍານວນ 200,000 ກີບ.
– ທ້າວ ທອງດໍາ ອາຍຸ 36 ປີ, ຊາວສວນ, ບ້ານຫຼັກ 36, ເມືອງປາກຊ່ອງ, ແຂວງຈຳປາສັກ ຖືກກັກໂຕໃນຂໍ້ກ່າວຫາ: ຄ້າ-ຂາຍຢາເສບຕິດ ແລະ ເສບຢາເສບຕິດ ເຄື່ອງຂອງກາງ ແລະ ຂອງຕິດຕົວມີ: ຢາບ້າ ຈຳນວນ 18 ເມັດ, ໂທລະສັບ 2 ໜ່ວຍ, ລົດຈັກ 1 ຄັນ.
– ທ້າວ ຕື້ ອາຍຸ 28 ປີ ຊາວນາ, ບ້ານຫຼັກ 33 ເມືອງປາກຊ່ອງ, ແຂວງຈຳປາສັກ ຖືກກັກໂຕໃນຂໍ້ກ່າວຫາ ເສບຢາເສບຕິດປະເພດຢາບ້າ, ເຄື່ອງຂອງກາງ ແລະ ຂອງຕິດຕົວມີ: ໂທລະສັບ 1 ໜ່ວຍ, ລົດຈັກ 1 ຄັນ.
– ທ້າວ ໜຸ່ມ ອາຍຸ 22 ປີ ຊາວສວນ, ບ້ານຫຼັກ 35 ເມືອງປາກຊ່ອງ, ແຂວງຈຳປາສັກ, ຖືກກັກໂຕໃນຂໍ້ກ່າວຫາ: ເສບຢາເສບຕິດ (ຢາບ້າ)ເຄື່ອງຂອງກາງ ແລະ ຂອງຕິດຕົວມີ: ໂທລະສັບ 1 ໜ່ວຍ.
– ທ້າວ ລັກ ອາຍຸ 24 ປີ ຊາວສວນ, ບ້ານຫຼັກ33 ເມືອງປາກຊ່ອງ, ແຂວງຈໍາປາສັກ ຖືກກັກໂຕໃນຂໍ້ກ່າວຫາ: ເສບຢາເສບຕິດ.
– ທ້າວ ພັນກອນ ອາຍຸ 42 ປີ ຊາວສວນ, ບ້ານ ສົມສະໜຸກ, ເມືອງປາກຊ່ອງ , ແຂວງຈຳປາສັກ.
ຖືກກັກໂຕໃນຂໍ້ກ່າວຫາ : ເສບຢາເສບຕິດ ເຄື່ອງຂອງກາງ ແລະ ຂອງຕິດຕົວມີ: ລົດຈັກ 1 ຄັນ.
– ທ້າວ ກິໂດມ ອາຍຸ 20 ປີ ຊາວສວນ, ບ້ານຫຼັກ 38 ເມືອງປາກຊ່ອງ, ແຂວງຈຳປາສັກ ຖືກກັກໂຕໃນຂໍ້ກ່າວຫາ: ເສບຢາເສບຕິດ, ເຄື່ອງຂອງກາງ ແລະ ຂອງຕິດຕົວມີ: ໂທລະສັບ 1 ໜ່ວຍ, ລົດຈັກ 1 ຄັນ.
– ທ້າວ ພູຂັນ ອາຍຸ 30 ປີ ບ້ານຫຼັກ33, ເມືອງປາກຊ່ອງ, ແຂວງຈຳປາສັກ ຖືກກັກໂຕໃນຂໍ້ກ່າວຫາ: ເສບຢາເສບຕິດ, ເຄື່ອງຂອງກາງ ແລະ ຂອງຕິດຕົວມີໂທລະສັບ 1 ໜ່ວຍ.

ປະຈຸບັນຄະດີດັ່ງກ່າວຍັງຢູ່ຂັ້ນຕອນສືບສວນ-ສອບສວນຂອງເຈົ້າໜ້າທີ່ວິຊາສະເພາະເພື່ອຊອກຫາຜູ້ຮ່ວມຂະບວນການມາລົງໂທດຕາມລະບຽບກົດໝາຍ.

ຂ່າວ: ຫ້ອງຂ່າວກອງບັນຊາການ ປກສ ແຂວງຈຳປາສັກ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...