Homeຂ່າວຕ່າງປະເທດລູກໃຈຮ້າຍ ຂໍເງິນໄປຊື້ເຫຼົ້າ ພໍ່ຈົກເງິນໃຫ້ຊ້າ ຊົກໜ້າພໍ່ຫົວຟາດຂອບໂຕະເສຍຊີວິດ

ລູກໃຈຮ້າຍ ຂໍເງິນໄປຊື້ເຫຼົ້າ ພໍ່ຈົກເງິນໃຫ້ຊ້າ ຊົກໜ້າພໍ່ຫົວຟາດຂອບໂຕະເສຍຊີວິດ

Published on

ເຈົ້າໜ້າທີ່ຕຳຫຼວດໄທລາຍງານໃນວັນທີ 25 ເມສາ 2024 ນີ້ ໄດ້ຮັບແຈ້ງເຫດລູກທຳຮ້າຍຮ່າງກາຍພໍ່ແທ້ໆຈົນເສຍຊີວິດ ທີ່ບ້ານ ດອນຮັກ ເມືອງ ທ່າມະກາ ແຂວງ ການຈະນະບູລີ ຈາກການກວດສອບຂອງເຈົ້າໜ້າທີ່ເບື້ອງຕົ້ນພົບສົບຊາຍອາຍຸ 53 ປີ ນອນເສຍຊີວິດຢູ່ກ້ອງໂຕະ ບໍລິເວນດ້ານຫຼັງຫົວມີຮອຍແຕກ ຕຳຫຼວດຈຶ່ງຄວບຄຸມໂຕຜູ້ກໍ່ເຫດໄວ້ກໍຄືຊາຍອາຍຸ 31 ປີເປັນລູກຊາຍຂອງຜູ້ເສຍຊີວິດ.

ຜູ້ກໍ່ເຫດເລົ່າວ່າ: ໄດ້ຜິດຖຽງກັນກັບພໍ່ ແລະ ຜູ້ເປັນພໍ່ຈະຊົກຕົນເອງກ່ອນ ຕົນຈຶ່ງໄດ້ຊົກໜ້າພໍ່ 3 ບາດຈົນພໍ່ລົ້ມລົງຫົວຟາດກັບຂອບໂຕະ ທາງດ້ານເມຍໃໝ່ຂອງຜູ້ເສຍຊີວິດໄດ້ເລົ່າເຫດການວ່າ: ລູກຊາຍໄດ້ນັ່ງຖ້າຢູ່ບ້ານ ແລ້ວຍ່າງມາຂໍເງິນເພື່ອຈະໄປຊື້ເຫຼົ້າຂາວ ແຕ່ເປັນຈັງຫວະທີ່ຜູ້ຕາຍລົມໂທລະສັບ ກັບເມຍເກົ່າເພື່ອທີ່ຈະຂໍເງິນໃຫ້ກັບລູກຊາຍ ຊ່ວງເວລານັ້ນຈຶ່ງເຮັດໃຫ້ລູກຊາຍບໍ່ພໍໃຈວ່າເປັນຫຍັງຄືຈົກເງິນໃຫ້ຊ້າ ຈຶ່ງໄດ້ຜິດຖຽງກັນຈົນຕ້ອງລົງມືຕີກັນ.

ທາງດ້ານເຈົ້າໜ້າທີ່ໄດ້ຄວບຄຸມໂຕໄປສືບສວນສອບສວນ ພ້ອມແຈ້ງຂໍ້ກ່າວຫາທຳຮ້າຍຮ່າງກາຍຈົນເປັນເຫດເຮັດໃຫ້ຜູ້ອື່ນຕ້ອງເສຍຊີວິດ ກ່ອນສົ່ງໃຫ້ພະນັກງານສອບສວນດຳເນີນຄະດີຕາມກົດໝາຍຕໍ່ໄປ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...