spot_img
Homeຂ່າວການຢ້ຽມຢາມປະທານປະເທດແຫ່ງ ສປປ ລາວ ພົບປະ ປະທານສະພາສູງແຫ່ງ ຣາຊະອານາຈັກກໍາປູເຈຍ

ປະທານປະເທດແຫ່ງ ສປປ ລາວ ພົບປະ ປະທານສະພາສູງແຫ່ງ ຣາຊະອານາຈັກກໍາປູເຈຍ

Published on

ຕອນເຊົ້າວັນທີ 23 ເມສາ 2024 ນີ້, ທີ່ນະຄອນຫລວງພະນົມເປັນ ຣາຊະອານຈັກກໍາປູເຈຍ, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະກັບ ສົມເດັດອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ ປະທານສະພາສູງແຫ່ງຣາຊະອານາຈັກກຳປູເຈຍ ໃນໂອກາດເດີນທາງຢ້ຽມຢາມທາງລັດຖະກິດທີ່ຣາຊະອານາຈັກກໍາປູເຈຍ.

ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຄັ້ງນີ້ ແລະ ຊົມເຊີຍຢ່າງສຸດໃຈ ມາຍັງ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ ທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ປະທານສະພາສູງ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໃນວັນທີ 3 ເມສາ 2024 ທີ່ຜ່ານມາ ໂດຍໄດ້ຮັບຄະແນນສະໜັບສະໜູນ 62 ຄະແນນ ຈາກຈໍານວນສະມາຊິກສະພາສູງທັງໝົດ 62 ທ່ານ, ເຊິ່ງສະພາແຫ່ງຊາດຂອງລາວ ມີຄວາມໜັ້ນໝາຍທີ່ຈະສືບຕໍ່ຮ່ວມມືກັບສະພາສູງກໍາປູເຈຍ ຢ່າງເລິກເຊິ່ງ ແລະຕໍ່ເນື່ອງ. ພ້ອມນີ້, ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມ ທີ່ລັດຖະ ບານ ແລະ ປະຊາຊົນກຳປູເຈຍ ຍາດມາໄດ້ຕະຫລອດໄລຍະເວລາຜ່ານມາ ເຊິ່ງງເຫັນໄດ້ວ່າ ປະເທດກຳປູເຈຍ ໄດ້ຮັບການພັດທະນາຢ່າງວ່ອງໄວ, ຊີວິດການເປັນຢູ່ຂອງປະຊາຊົນ ກໍນັບມື້ນັບດີຂຶ້ນເປັນກ້າວໆ.

ພ້ອມດຽວກັນນັ້ນ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍ ໂດຍສະເພາະລະຫວ່າງຂະ ແໜງການນິຕິບັນຍັດຂອງສອງປະເທດ, ສະແດງຄວາມດີໃຈທີ່ອົງການນິຕິບັນຍັດທັງສອງຝ່າຍ ໄດ້ມີການແລກປ່ຽນການຢ້ຽມຢາມ, ໄປມາຫາສູ່ເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິ, ທັງຍັງໄດ້ຕີລາຄາສູງຕໍ່ການພົວ ພັນຮ່ວມມືສອງຝ່າຍ ທີ່ໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນທັງສອງຊາດ ເຊິ່ງສອງປະເທດ ລາວ ແລະ ກໍາປູເຈຍ ມີຄວາມເຫັນອົກເຫັນໃຈກັນ ແລະ ເອື້ອເຟື້ອເຜື່ອແຜ່ຕໍ່ກັນ ສົມກັບວ່າເປັນບ້ານໃກ້ເຮືອນຄຽງທີ່ມີມູນເຊື້ອແຫ່ງການພົວພັນອັນດີງາມ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນມາແຕ່ດົນນານ; ສອງຝ່າຍ ຍັງໄດ້ຊົມເຊີຍຄວາມຄືບໜ້າຂອງ ລັດຖະບານສອງປະເທດ ທີ່ໄດ້ມີການລົງນາມໃນເອກະສານທີ່ສໍາຄັນຮ່ວມກັນ ໃນໂອກາດທີ່ ສົມເດັດ ຮຸນ ມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນທ້າຍເດືອນມີນາ 2024 ທີ່ຜ່ານມາ, ພ້ອມທັງສະແດງຄວາມຫວັງຢ່າງຍິ່ງວ່າ ບັນດາການຕົກລົງດັ່ງກ່າວຂອງສອງລັດຖະບານ ຈະໄດ້ຮັບການສືບຕໍ່ຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາ ໂດຍສະເພາະ ແມ່ນການແກ້ໄຂບັນດາຈຸດຄົງຄ້າງຂອງເສັ້ນຊາຍແດນ ລາວ-ກໍາປູເຈຍ ທີ່ຍັງເຫລືອ 14% ໃຫ້ສໍາເລັດໂດຍໄວ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ກໍາປູເຈຍ.

ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ກໍໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວຂອງ ທ່ານປະທານສະພາແຫ່ງຊາດ ແລະ ການນໍາລັດຖະບານ ແຫ່ງ ສປປ ລາວ ມາຍັງ ສົມເດັດອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ເພື່ອນມິດທີ່ສະໜິດສະໜົມ ຂອງປະຊາຊົນລາວ ແລະ ໄດ້ເຊື້ອເຊີນ ສົມເດັດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຂອງສະພາສູງກຳປູເຈຍ ໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເວລາອັນເໝາະສົມ.

ໃນຂະນະດຽວກັນ, ສົມເດັດອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການພົບປະກັບ ທ່ານ ທອງລຸນ ສີສຸລິດ ໃນໂອກາດນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ ໃນຄັ້ງນີ້ ເຊິ່ງເປັນການຢ້ຽມ ຢາມທີ່ມີຄວາມໝາຍ ແລະ ປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍ ການພົວພັນຮ່ວມມືຂອງສອງປະເທດ ໃຫ້ແໜ້ນແຟ້ນ ແລະ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ. ພ້ອມນີ້, ຍັງໄດ້ສະແດງຄວາມຂອບໃຈຕໍ່ຄວາມຢ້ຽມຢາມຖາມຂ່າວ ແລະ ຄໍາເຊື້ອເຊີນ ຂອງທ່ານປະທານສະພາແຫ່ງຊາດ ແລະ ການນໍາລັດຖະບານ ແຫ່ງ ສປປ ລາວ ແລະ ຈະຈັດຫາເວລາອັນເໝາະສົມເດີນທາງຢ້ຽມຢາມ ສປປ ລາວ ຕາມຄໍາເຊື້ອເຊີນ.

ແຫຼ່ງຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...