Homeຂ່າວພາຍ​ໃນສ້ອມແປງທາງເຂົ້າເທດສະບານເມືອງຕົ້ນເຜິ້ງ

ສ້ອມແປງທາງເຂົ້າເທດສະບານເມືອງຕົ້ນເຜິ້ງ

Published on

ເມື່ອບໍ່ດົນມານີ້, ພະແນກ ຍທຂ ແຂວງ ບໍ່ແກ້ວ ສົມທົບກັບ ພະແນກການກ່ຽວຂ້ອງຂອງແຂວງ, ຫ້ອງການ ຍທຂ ເມືອງຕົ້ນເຜິ້ງ ແລະ ວິຊາການຂົວທາງບໍລິສັດ ຂວັນໄຊນໍາໂຊກ ອອກແບບກໍ່ສ້າງເຄຫະສະຖານ ແລະ ຂົວທາງ ນໍາໂດຍ ທ່ານ ສົມອົກ ມະນີວັນ ຫົວໜ້າຂະແໜງຈັດຕັ້ງ – ກວດກາ ພະແນກ ຍທຂ ແຂວງ , ທ່ານ ແສງເພັດ ຈິດຕະພົງ ຫົວໜ້າຫ້ອງການ ຍທຂ ເມືອງ ຕົ້ນເຜິ້ງ ໄດ້ລົງກວດກາຜົນສຳເລັດການປັບປຸງສ້ອມແປງເສັ້ນທາງເຂົ້າເທດສະບານເມືອງຕົ້ນເຜິ້ງ.

อาจเป็นรูปภาพของ 8 คน, ถนน, หมอก และ ถนน

ການປັບປຸງ ສ້ອມແປງເສັ້ນທາງເຂົ້າເທດສະບານເມືອງ ຕົ້ນເຜິ້ງ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ທ້າຍເດືອນກຸມພາ 2024, ໂດຍ ກໍ່ສ້າງໃນມູນຄ່າ 3 ຕື້ 654 ລ້ານກວ່າກີບ, ປະກອບມີ 3 ເສັ້ນຄື: ເສັ້ນທາງເລກທີ 2383 ຈາກສີ່ແຍກກອງບັນຊາການທະຫານເມືອງ ຫາ ທາງຫຼວງ R3B ໄລຍະທາງ 1,950 ແມັດ, ໜ້າທາງກວ້າງ 5 ແມັດ; ເສັ້ນທາງເລກທີ 2385 ຈາກເຂດໜອງເຮ້ຍ ຫາ ທາງຫຼວງ R3B ຈຸດທາງເຂົ້າເທດສະບານເມືອງ ໄລຍະທາງ 1,420 ແມັດ, ໜ້າທາງກວ້າງ 5 ແມັດ; ເສັ້ນທາງຊອຍບ້ານໂພນໂຮມ ໄລຍະທາງ 630 ແມັດ, ໜ້າທາງກວ້າງ 5 ແມັດ.

อาจเป็นรูปภาพของ 4 คน, จานร่อน และ ต้นไม้

ສ່ວນໜ້າວຽກການປັບປຸງ ສ້ອມແປງ ໃນໄລຍະຈັດຕັ້ງປະຕິບັດໂຄງການແມ່ນມີຄື: ການອະນາໄມຂຸດລອກສອງຂ້າງທາງ, ການຂຸດລອກໜ້າທາງເກົ່າ, ປັບເກດຂຶ້ນຮູບທາງ, ວຽກດິນຕັດ, ການຂຸດຮ່ອງລະບາຍນໍ້າ, ການຂຸດວັດສະດຸບໍ່ເໝາະອອກ ພ້ອມທັງຖົມດິນຄືນ, ການຖົມດິນຍົກລະດັບ, ການຖົມດິນປະສົມຫິນແຮ່ເພື່ອຍົກລະດັບ ແລະ ການຕິດຕັ້ງທໍ່ກົມ ເຊິ່ງແຕ່ລະໜ້າວຽກແມ່ນສຳເລັດ 100 %.

อาจเป็นรูปภาพของ 10 คน, ถนน และ หมอก

ໂຄງການປັບປຸງ ສ້ອມແປງ ເສັ້ນທາງເຂົ້າເທດສະບານເມືອງ ຕົ້ນເຜິ້ງ ເປັນການປະຕິບັດຕາມແຜນຂອງແຂວງ ໃນການຂະຫຍາຍຜັງເມືອງ, ເພື່ອຮອງຮັບການຕັ້ງທີ່ຢູ່ອາໄສທີ່ນັບມື້ນັບເພີ່ມຂຶ້ນ, ເປັນການແກ້ໄຂບັນຫາການສັນຈອນແອອັດຕາມເສັ້ນທາງໃນເທດສະບານເມືອງ, ທັງເຮັດໃຫ້ເສັ້ນທາງຄົມມະນາຄົມມີຄວາມສະດວກສະບາຍ ແລະ ເຊື່ອມຈອດກັນ, ມາຮອດປະຈຸບັນແມ່ນສຳເລັດໂຄງການ 100 % ແລະ ສາມາດສັນຈອນໄດ້.

ພາບ – ຂ່າວ: ອຸໄທ ພູມມາ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...