Homeຂ່າວຕ່າງປະເທດເຫດເຂື່ອນແຕກທີ່ປະເທດຣັດເຊຍ

ເຫດເຂື່ອນແຕກທີ່ປະເທດຣັດເຊຍ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ: ເມື່ອບໍ່ດົນມານີ້, ເກີດເຫດເຂື່ອນແຕກ ທີ່ປະເທດຣັດເຊຍ, ໂດຍນໍ້າໄດ້ໄຫຼຖ້ວມເຂົ້າພື້ນທີ່ບໍລິເວນພູເຂົາອຸຣາລ ແລະ ໄຊບີເລຍ, ເຮັດໃຫ້ບ້ານເຮືອນຂອງປະຊາຊົນໄດ້ຮັບຜົນກະທົບຫຼາຍກວ່າ
10,400 ຫຼັງ.

รัสเซียเขื่อนแตกเสียหายหนัก น้ำทะลักท่วมบ้านเรือนกว่า 10,400 หลัง เสี่ยงท่วมอีก 2 เมือง

ຕໍ່ກັບເຫດການທີ່ເກີດຂຶ້ນ ປະທານນາທິບໍດີ ວາລາດິເມຍ ປູຕິນ ໄດ້ສັ່ງການໃຫ້ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນອອກຈາກພື້ນທີ່ ແລະ ໃຫ້ການຊ່ວຍເຫຼືອຢ່າງຮີບດ່ວນ.

ເຫດການທີ່ເກີດຂຶ້ນໃນຄັ້ງນີ້ ແມ່ນເກີດມາຈາກແມ່ນໍ້າອູຣາລ ເປັນແມ່ນໍ້າທີ່ຍາວອັນດັບທີ 3 ຂອງເອີຣົບ ມີລະດັບນໍ້າທີ່ເພິ່ມຂຶ້ນສູງ, ເນື່ອງຈາກນໍ້າກ້ອນເທິງຍອດພູອູຣາລ ລະລາຍຕົວ, ສົ່ງຜົນໃຫ້ລະດັບນໍ້າເພິ່ມສູງຂຶ້ນຢ່າງໄວວາໃນໄລຍະເວລາບໍ່ຮອດຊົ່ວໂມງ, ພາໃຫ້ເຂື່ອນທີ່ກັກເກັບນໍ້າຮັບປະລິມານນຳ້ສ່ວນເກີນບໍ່ໄດ້, ຈຶ່ງເຮັດໃຫ້ເຂື່ອນດັ່ງກ່າວແຕກ ແລະ ນໍ້າໄດ້ໄຫຼຖ້ວມບ້ານເຮືອນຂອງປະຊາຊົນໄດ້ຮັບຄວາມເສຍຫາຍ. ຫຼ້າສຸດນີ້ເຈົ້າໜ້າທີ່ໄດ້ທຳການອົບພະຍົບ ປະຊາຊົນຈຳນວນ 6,100 ອອກຈາກພື້ນທີ່ເກີດເຫດແລ້ວ.

ຂ່າວ: reuters

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...