Homeຂ່າວພາຍ​ໃນໃນໄລຍະບຸນປີໃໝ່ລາວ 2023 ຜ່ານມານະຄອນຫຼວງເກີດອຸບັດຕິເຫດທັງໝົດ 342 ລາຍທົ່ວປະເທດ

ໃນໄລຍະບຸນປີໃໝ່ລາວ 2023 ຜ່ານມານະຄອນຫຼວງເກີດອຸບັດຕິເຫດທັງໝົດ 342 ລາຍທົ່ວປະເທດ

Published on

ທ່ານ ພົນເອກ ຄຳສອນ ສີດາວົງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ຖະແຫຼງຂ່າວຕໍ່ສື່ມວນຊົນ ສຳລັບປີໃໝ່ລາວທີ່ຈະມາເຖິງນີ້ ເປັນປີທີ່ສຳຄັນ ຢູ່ໃນສະພາບເງື່ອນໄຂຂອງລັດຖະບານ ເຊິ່ງໄດ້ກຳນົດເປັນປີທ່ອງທ່ຽວລາວ ແນ່ນອນວ່າຈະມີມວນຊົນທັງໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມສະຖານທີ່ ທຳມະຊາດ ວັດທະນະທຳ ປະຫວັດສາດ ແລະ ລາວເຮົາຍັງໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນໃນທ້າຍປີນີ້.

ເພື່ອເປັນການເພີ່ມທະວີປ້ອງກັນຊາດປ້ອງກັນຄວາມສະຫງົບ ໃນການພັດທະນາເສດຖະກິດສັງຄົມສົ່ງເສີມການທ່ອງທ່ຽວປົກປ້ອງ ສະກັດກັ້ນ ຫຼຸດຜ່ອນອຸບັດຕິເຫດຈະລາຈອນທາງບົກ ເຊິ່ງປີໃໝ່ລາວປີນີ້ທາງກົມຈະລາຈອນ ກໍໄດ້ເຮັດໜ້າທີ່ສະກັດກັ້ນປ້ອງກັນອຸບັດຕິເຫດໃນໄລຍະບຸນປີໃໝ່ລາວ.

ໃນໄລຍະບຸນປີໃໝ່ທີ່ຜ່ານມາກໍຄື ພສ 2566 ມີການເກີດອຸບັດຕິເຫດຂຶ້ນທັງໝົດ 342 ລາຍທົ່ວປະເທດ ພາຫະນພເປເພຈຳນວນ 589 ຄັນ ຜູ້ໄດ້ຮັບບາດເຈັບຈຳນວນ 611 ຄົນ ເສຍຊີວິດ 35 ຄົນ, ຍິງ 5 ຄົນ ສ້າງຜົນເສຍຫາຍທາງດ້ານ ສຸຂະພາບຊີວິດ ແລະ ຊັບສິນຂອງລັດ ຂອງລວມໝູ່ ແລະ ຂອງປະຊາຊົນ, ໃນນັ້ນມີເຫດດື່ມສິ່ງມຶນເມົາເກີດຂຶ້ນທັງໝົດ 112 ລາຍ, ເສຍຊີວິດ 5 ຄົນ, ຂັບຂີ່ເກີນຄວາມໄວທີ່ກຳນົດ 94 ລາຍ ແລະ ເສຍຊີວິດ 25 ຄົນ, ພາຫະນະຮ່ວມເກີດອຸບັດຕິເຫດລົດຈັກຕຳລົດຍົນ 96 ລາຍ ເສຍຊີວິດ 6 ຄົນ, ລົດຈັກຕຳລົດຈັກ 106 ລາຍເສຍຊີວິດ 5 ຄົນ, ເຂດທີ່ມັກເກີດອຸບັດຕິເຫດຫຼາຍກໍຄືເຂດເທດສະບານເມືອງ 168 ລາຍເສຍຊີວິດ 11 ຄົນ, ນອກເທດສະບານ 174 ລາຍເສຍຊີວິດ 24 ຄົນ ແລະ ໄລຍະເວລາທີ່ມັກເກີດອຸບັດຕິເຫດ 18:00ໂມງ- 23:00ໂມງ.

ທ້າຍນີ້, ກໍຂໍໃຫ້ຜູ້ຂັບຂີ່ມີສະຕິລະມັດລະວັງ ການໃຊ້ຄວາມໄວ ການດື່ມສິ່ງມຶນເມົາ ການປະມາດຂາດສະຕິ ແລະ ກໍຂໍໃຫ້ການຫຼິ້ນບຸນປີໃໝ່ລາວ ເບີກບານມ່ວນຊື່ນ ແລະ ປອດໄພ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...