Homeຂ່າວພາຍ​ໃນຖະແຫຼງ ສະພາບນໍ້າຄານ-ນໍ້າຂອງຍັງປົກກະຕິ

ຖະແຫຼງ ສະພາບນໍ້າຄານ-ນໍ້າຂອງຍັງປົກກະຕິ

Published on

ຈາກກໍລະນີລົດຂົນສົ່ງສານເຄມີປີ້ນຢູ່ເຂດບ້ານ ພູຊ້າງຄຳ, ແຂວງຫຼວງພະບາງ ໃນວັນທີ 3 ເມສາ ທີ່ຜ່ານມາ, ພາໃຫ້ສານເຄມີຈຳນວນໜຶ່ງ ໄຫຼລົງສູ່ຫ້ວຍ ແລະ ໄຫຼລົງສູ່ນໍ້າຄານ, ນໍ້າຂອງ, ເຮັດໃຫ້ເປັນອັນຕະລາຍຕໍ່ຄົນ ແລະ ສັດ.
ຕໍ່ກັບເຫດການດັ່ງກ່າວ, ຫຼ້າສຸດ ໃນວັນທີ 8 ເມສາ 2024 ນີ້, ທາງຄະນະກຳມະການແມ່ນໍ້າຂອງ (Mekong River Commission) ໄດ້ອອກມາຖະແຫຼງການວ່າ: ຈາກການເກັບຕົວຢ່າງນໍ້າ ຕັ້ງແຕ່ມື້ເກີດເຫດ ຈົນຮອດວັນທີ 7 ເມສາ 2024 ໃນສະຖານທີ່ເກີດເຫດ, ນໍ້າຄານ ແລະ ນໍ້າຂອງ ແມ່ນຍັງປົກກະຕິ, ບໍ່ທັນມີຜົນກະທົບເທື່ອ, ແຕ່ທາງພາກສ່ວນທີ່ກ່ຽວຂ້ອງກໍຈະຕິດຕາມ ແລະ ປະເມິນຄຸນນະພາບຂອງນໍ້າຢ່າງໃກ້ຊິດ, ເພື່ອໃຫ້ໝັ້ນໃຈເຖິງຄວາມປອດໄພຂອງພໍ່ແມ່ປະຊາຊົນ, ສັດ ແລະ ສິ່ງແວດລ້ອມຕ່າງໆທີ່ນໍາໃຊ້ແມ່ນໍ້າດັ່ງກ່າວ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...