Homeຂ່າວຕ່າງປະເທດສະຫລົດ! ຊາວໂຊມາລີ ດື່ມນ້ຳສ້າງປົນເປື້ອນ ເສຍຊີວິດກ່ວາ 50 ຄົນ!

ສະຫລົດ! ຊາວໂຊມາລີ ດື່ມນ້ຳສ້າງປົນເປື້ອນ ເສຍຊີວິດກ່ວາ 50 ຄົນ!

Published on

EyWwB5WU57MYnKOuFIsrP8c8Rz5YwLSjWkWw5v0W1DLQXYxFgcX7fR

 

ຜູ້ອາໄສໃນພາກເໜືອຂອງເມືອງຫລວງປະເທດໂຊມາລີ ເສຍຊີວິດກ່ວາ 50 ຄົນ ຫລັງຈາກດື່ມນ້ຳປົນເປື້ອນຈາກນ້ຳສ້າງ

ທີ່ຫາກໍຂຸດຂຶ້ນໃໝ່.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 12 ທັນວານີ້ວ່າ ປະຊາຊົນຊາວໂຊມາລີ ທີ່ອາໄສຢູ່ໃນເຂດຍັກຊິດ ທາງພາກເໜືອ

ຂອງນະຄອນຫລວງກາດິຊູ ປະເທດໂຊມາລີ ເສຍຊີວິດກ່ວາ 50 ຄົນ ຫລັງຈາກທີ່ດື່ມນ້ຳຈາກນ້ຳສ້າງທີ່ຂຸດຂຶ້ນໃໝ່ ເຊິ່ງກວດ

ພົບໃນພາຍຫລັງວ່າ ມີການປົນເປື້ອນເຊື້ອພະຍາດ ໂດຍຜູ້ເສຍຊີວິດທີ່ອາຍຸນ້ອຍທີ່ສຸດໃນເຫດການຄັ້ງນີ້ ແມ່ນເປັນເດັກ

ນ້ອຍອາຍຸພຽງ 8 ປີເທົ່ານັ້ນ.

 

ທ່ານ ອອສມັນ ໂມຮຳເໝັດ ຮອງກົມການປົກຄອງເຂດຍັກຊິດ ໄດ້ເປີດເຜີຍວ່າ ໃນໄລຍະຜ່ານມານີ້ ມີຜູ້ທີ່ໄປດື່ມນ້ຳຈາກນ້ຳ

ສ້າງດັ່ງກ່າວກ່ວາ 150 ຄົນ ແລະ ທັງໝົດໄດ້ຖືກສົ່ງເຂົ້າປິ່ນປົວຢູ່ໂຮງໝໍ ແຕ່ຍັງບໍ່ທັນຮູ້ຊັດເຈນວ່າ ນ້ຳໃນນ້ຳສ້າງດັ່ງກ່າວນີ້

ມີສານປົນເປື້ອນເຂົ້າມາໄດ້ແນວໃດເທື່ອ.

 

ທັງນີ້ ອົງການສະຫະປະຊາຊາດ ໄດ້ເປີດເຜີຍວ່າ ຢູ່ທະວີບອາຟຣິກາ ໃນທຸກໆ 1 ຊົ່ວໂມງ ຈະມີຜູ້ເສຍຊີວິດຈາກອາການຕິດ

ພະຍາດຍ້ອນຂາດສຸຂະອານາໄມ ຢູ່ພາຍໃນປະເທດຂອງຕົນ.

 

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...