Homeຂ່າວຕ່າງປະເທດລັດຖະມົນຕີປາເລດຕິນ ສູດດົມແກັສນ້ຳຕາເສຍຊີວິດ

ລັດຖະມົນຕີປາເລດຕິນ ສູດດົມແກັສນ້ຳຕາເສຍຊີວິດ

Published on

EyWwB5WU57MYnKOuFIsrugrZiZRqEtswQzvnibbFmbNeWTHCvToYCh

 

ເຈົ້າໜ້າທີ່ລະດັບລັດຖະມົນຕີຂອງປາເລດຕິນ ເສຍຊີວິດຈາກການສູດດົມແກັສນ້ຳຕາຫລາຍເກີນໄປ ໃນການປະທະກັນ

ລະຫວ່າງຜູ້ປະທ້ວງຊາວປາເລດຕິນ ກັບທະຫານອິດສະລາແອນ ໃນມື້ວານນີ້ (10 ທັນວາ).

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ຊີອັດ ອາບູ ໄອ ເຈົ້າໜ້າທີ່ອາວຸໂສລະດັບລັດຖະມົນຕີຂອງປາເລດຕິນ ແລະ ທັງ

ເປັນປະທານຄະນະກຳມະການຕໍ່ຕ້ານ ການສ້າງກຳແພງ ແລະ ຊຸມຊົນຊາວຢິວ ໄດ້ເສຍຊີວິດແລ້ວຢູ່ໂຮງໝໍໃນນະຄອນຣາ

ມັນເລາະ ເມື່ອວັນພຸດທີ 10 ທັນວາຜ່ານມາ ຈາກການສູດດົມເອົາແກັສນ້ຳຕາເຂົ້າໄປເປັນຈຳນວນຫລາຍ ໃນລະຫວ່າງທີ່ປະ

ທະກັບທະຫານອິດສະລາແອນ ພ້ອມກັບຜູ້ຊຸມນຸມໃນເຂດເວສຕ໌ແບັງ ເຊິ່ງອອກມາຕໍ່ຕ້ານການສ້າງກຳແພງໃກ້ກັບບ້ານ

ຕູມູໄຊຍາ ທາງຕາເວັນອອກສຽງເໜືອຂອງນະຄອນຫລວງຣາມັນເລາະ.

 

ລາຍງານຂ່າວຍັງລະບຸວ່າ ນອກຈາກເຂົາຈະສູດດົມເອົາແກັສນ້ຳຕາເຂົ້າໄປຫລາຍແລ້ວ ເຂົາຍັງຖືກທະຫານອິດສະລາແອນ

ທຳຮ້າຍບໍລິເວນໜ້າເອິກ ໃນຂະນະທີ່ພະຍານເຫັນເຫດການຫລາຍຄົນ ລວມເຖິງນັກຂ່າວຊາວອິດສະລາແອນເອງ ແລະ

ຊ່າງພາບຂອງສຳນັກຂ່າວຣອຍເຕີ ກໍໄດ້ລາຍງານພ້ອມພຽງກັນວ່າ ທ່ານ ອາບູ ໄອ ຖືກທະຫານອິດສະລາແອນທຳຮ້າຍໃນ

ລະຫວ່າງການປະທ້ວງ.

 

ດ້ານ ທ່ານ ມູນມູດ ອັບບາສ ປະທານາທິບໍດີແຫ່ງປາເລດຕິນ ໄດ້ອອກມາປະນາມຜູ້ທີ່ຕ້ອງຮັບຜິດຊອບຕໍ່ການສູນເສຍ

ຂອງ ທ່ານ ອາບູ ໄອ ຢ່າງຮີບດ່ວນ ເພາະຈະບໍ່ທົນຕໍ່ພຶດຕິກຳປ່າເຖື່ອນເຊັ່ນນີ້ອີກ ແລະ ຈະໃຊ້ທຸກຂັ້ນຕອນທີ່ຈຳເປັນ ຫລັງ

ຈາກສືບສວນເລື່ອງການຕາຍຂອງ ອາບູ ໄອ ກະຈ່າງແຈ້ງແລ້ວ.

 

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...