Homeຂ່າວຕ່າງປະເທດຂ່າວດີ! ແພດອິນເດຍສຳເລັດການຜ່າຕັດປູກຖ່າຍມືໃໝ່ ໃຫ້ຊາຍທີ່ເກີດອຸບັດຕິເຫດ

ຂ່າວດີ! ແພດອິນເດຍສຳເລັດການຜ່າຕັດປູກຖ່າຍມືໃໝ່ ໃຫ້ຊາຍທີ່ເກີດອຸບັດຕິເຫດ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 10 ມີນາ 2024 ຜ່ານມາກ່ຽວກັບເລື່ອງລາວຂອງຈິດຕະກອນຊາວອິນເດຍອາຍຸ 45 ປີ ທີ່ສູນເສຍມືຈາກອຸບັດຕິເຫດ ແລະ ຍັງຫວັງວ່າຈະກັບມາແຕ້ມຮູບໄດ້ອີກຄັ້ງ ແຕ່ສຸດທ້າຍປະຕິຫານກໍເປັນຈິງ ເມື່ອລາວໄດ້ຮັບການບໍລິຈາກ ມື ຈົນແພດສາມາດຜ່າຕັດໄດ້ສຳເລັດເປັນຄັ້ງທຳອິດ.

ຊາຍຊາວອິນເດຍໄດ້ເຂົ້າຮັບການຜ່າຕັດປູກຖ່າຍອະໄວຍະວະສ່ວນ ມື ໄປຈົນຮອດ ສອກ ຈາກຜູ້ບໍລິຈາກຮ່າງກາຍທີ່ເປັນຜູ້ຍິງ ຫຼັງຈາກນາງໄດ້ເສຍຊີວິດຈາກອາການສະໝອງຕາຍ ເຊິ່ງທີມແພດໄດ້ກ່າວວ່າ: ຕ້ອງໄດ້ໃຊ້ເວລາດົນຜ່າຕັດຫຼາຍກວ່າ 12 ຊົ່ວໂມງ ແລະ ຍັງພົບຄວາມທ້າທາຍຫຼາຍຢ່າງເນື່ອງຈາກແພດຕ້ອງເຊື່ອມຕໍ່ຫຼອດເລືອດແດງ, ກ້າມຊິ້ນ, ເສັ້ນເອັນ ແລະ ເສັ້ນປະສາດທຸກເສັ້ນລະຫວ່າງມືຂອງຜູ້ບໍລິຈາກ ແລະ ແຂນຂອງຜູ້ປ່ວຍ ແຕ່ໃນທີ່ສຸດການຜ່າຕັດກໍປະສົບຄວາມສຳເລັດ, ຜູ້ປ່ວຍມີການຕອບສະໜອງດີ ລວມເຖິງລະບົບໄຫຼວຽນເລືອດຢູ່ມືຂອງລາວກໍປົກກະຕິດີ ນັບເປັນຄັ້ງທຳອິດທີ່ອິນເດຍສຳເລັດໃນການປູກຖ່າຍມື ແລະ ຍັງເປັນບາດກ້າວສຳຄັນຂອງວິທະຍາການທາງການແພດອີກດ້ວຍ.

ຢ່າງໃດກໍຕາມຊາຍຄົນດັ່ງກ່າວປະກອບອາຊີບເປັນຈິດຕະກອນ ແຕ່ໃນປີ 2020 ລາວເກີດອຸບັດຕິເຫດຢູ່ລົດໄຟຈົນເຮັດໃຫ້ສູນເສຍແຂນທັງສອງ ປລະ ຕ້ອງໄດ້ໃສ່ແຂນທຽມນັບຕັ້ງແຕ່ນັ້ນມາ ແຕ່ຫຼັງຈາກທີ່ໄດ້ຮັບການຜ່າຕັດປູກຖ່າຍໃໝ່ ເຮັດໃຫ້ລາວສາມາດກັບມາແຕ້ມຮູບດ້ວຍມືອີກຄັ້ງ.

ແຫຼ່ງຂ່າວ: TNN

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...