spot_img
HomeBaby-ແມ່ແລະເດັກລາວ​ ໜຶ່ງໃນປະເທດທີ່ມີ​ອັດຕາ​ການ​ຖືພາ​ຂອງ​ໄວ​ໜຸ່ມ ​ສູງ​ທີ່​ສຸດ​ໃນ​ຂົງ​ເຂດ ​ແລະ ​ພາກ​ພື້ນ

ລາວ​ ໜຶ່ງໃນປະເທດທີ່ມີ​ອັດຕາ​ການ​ຖືພາ​ຂອງ​ໄວ​ໜຸ່ມ ​ສູງ​ທີ່​ສຸດ​ໃນ​ຂົງ​ເຂດ ​ແລະ ​ພາກ​ພື້ນ

Published on

teen pregnancy

 

ຕາມການ​ລາຍ​ງານ​ຂອງ​ທ່ານ ດຣ ກິ​ແກ້ວ ຈັນທະ​ບູນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຜນການ​ ແລະ​ ການ​ລົງ​ທຶນ,

ກ່ຽວ​ກັບ​ສະຖານະພາບ​ປະ​ຊາກ​ອນ​ໂລກ ປະຈຳ​ປີ 2014​ ເມື່ອມໍ່​ໆ​ມາ​ນີ້​ໃຫ້​ຮູ້​ວ່າ: ລັດຖະບານ ​ໄດ້​ດຳ​ເນີນ​ມາດ​ຕະການ​ຕ່າງໆ​

ເພື່ອ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ໄວ​ໜຸ່ມ​ໃຫ້​ດີ​ຂື້ນ​ຢ່າງຮອບດ້ານ,​ ເປັນ​ຕົ້ນ​ແມ່ນ​ຄວາມ​ສະ​ເໝີ​ພາບ​ທາງ​ດ້ານ​ການ​ສຶກ

ສາລະ​ຫວ່າງ​ໄວ​ໜຸ່ມ​ຍິງ​ ແລະ ​ໄວ​ໜຸ່ມ​ຊາຍ, ສົ່ງ​ເສີມ​ການ​ສ້າງ​ວຽກ​ເຮັດ​ງງານ​ທຳ ​ແລະ​ ປັບປຸງ​ການ​ຕອບ​ສະໜອງ​ການ​ບໍ

ລິການ​ສຸຂະພາບ, ລວມ​ເຖິງ​ສຸຂະພາບ​ຈະ​ເລີ​ນພັນ​ໃຫ້​ດີ​ຂຶ້ນ​ກວ່າ​​ເກົ່າ ​ແລະ ​ເຖິງ​ວ່າການ​ດຳ​ເນີນ​ມາດ​ຕະການ​ຕ່າງໆ​ນັ້ນ​ຈະ​

ມີ​ຄວາມຄືນ​ໜ້າ​ໃນ​ຫຼາຍດ້ານ, ​ ແຕ່​ ສປປ ລາວ​ ກໍ​ຍັງ​ພົບ​ພໍ້​ກັບ​ຫຼາຍບັນຫາ​ທີ່​ເປັນ​ສິ່ງ​ທ້າ​ທາຍ​ເຊັ່ນ: ​ຕາມ​ຕົວ​​ເລກ​ການ​

ສຳ​ຫຼວດດັດ​ສະ​ນີໝາຍ​ສັງຄົມ​ລາວ (LSIS) ຊີ້​ໃຫ້​ເຫັນ​ວ່າ​ ລາວ​ຍັງ​ເປັນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ມີ​ອັດຕາ​ການ​ຖືພາຂອງ

​ໄວ​ໜຸ່ມ​ສູງ​ທີ່​ສຸດ​ໃນ​ຂົງ​ເຂດ ​​ແລະ ພາກ​ພື້ນ,​ໃນ​ແມ່ຍິງ 10 ຄົນ​ໃດ​ປະມານ 4 ຄົນ​ໄດ້​ກາຍ​ເປັນ​ແມ່​ ຫຼື​ ຖື​ພາ​ລູກ​ຜູ້​ທຳ​ອິດ,​

ໃນ​ອາຍຸ 19  ແລະ ອີງ​ຕາມ​ຜົນ​ວິ​ໄຈ​ສະພາບ​ຂອງ​ໄວ​ໜຸ່ມ​ ໂດຍ​ສູງ​ການ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ​ ສະ​ແດງ​ໃຫ້​ເຫັນ

​ວ່າ​ ປະມານ 30 % ຂອງ​ໄວ​ໜຸ່ມ​ທີ່​ຢູ່​ໃນ​ເກນ​ອາຍຸ​ເຂົ້າ​ຮຽນ​ຊັ້ນ​ມັດທະຍົມ​ສຶກສາ ​ແມ່ນ​ບໍ່​ໄດ້​ເຂົ້າ​​ໂຮ​ງຮຽນ ແລະ ​​​ປັດຈຸບັນ

ໄວ​ໜຸ່ມປະມານ 7% ທີ່ຢູ່​ໃນຕົວ​ເມືອງ ​ແມ່ນ​ບໍ່​ມີ​ວຽກ​ເຮັດ​ງານ​ທຳ ຫຼື​ ບໍ່​ສົນ​ໃຈ​ເຮັດ​ວຽກ, ຄວາມ​ແຕກ​ໂຕນ​ລະຫວ່າງ​ໄວ​

ໜຸ່ມ​ໃນ​ດ້ານ​ບົດ​ບາດ​ຍິງ-ຊາຍ​ຢູ່​ໃນ​ບັນດາ​ເຜົ່າ ​ແລະ​ ເຂດ​ພູດ​ອຍຫ່າງ​ໄກ​ສອກຫຼີກ​ຍັງ​ຢູ່​ລະດັບ​ສູງ ​ແລະ ໄວ​ໜຸ່ມ​ສ່ວນ​

ຫຼາຍ​ຍັງ​ຖືກ​ຈຳກັດ​ໃນ​ຂະ​ບວນການ​ຕັດ​ສິນ​ບັນຫາ​ທີ່​ມີ​ຜົນ​ກະທົບ​ຕໍ່​ເຂົາ​ເຈົ້າ,​ໂດຍ​ການ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ນັ້ນ​ແມ່ນ

ຂຶ້ນ​ກັບ​ການ​ລົງ​ທຶນທີ່​​ເໝາະ​ສົມ​​ໃສ່​ໄວ​ໜຸ່ມ​ເພາະ​ໄວ​ໜຸ່ມ​​ ແມ່ນ​ເປັນ​ກຳລັງ​ແຮງ​ຫຼັກ​ໃນ​ການ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ​.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...