spot_img
Homeຂ່າວທ້ອງຖິ່ນຈັນທະບູລີ ໄດ້ຮັບເຄື່ອງຊ່ວຍເຫຼືອ ມູນຄ່າ 100 ລ້ານກີບ

ຈັນທະບູລີ ໄດ້ຮັບເຄື່ອງຊ່ວຍເຫຼືອ ມູນຄ່າ 100 ລ້ານກີບ

Published on

20141210145014

 

ຫ້ອງ​ວ່າການ​ປົກຄອງ​ເມືອງຈັນທະ​ບູ​ລີ ໄດ້​ຮັບ​ເຄື່ອງ​ຊ່ວຍເຫຼືອຈາກ​ບໍລິສັດ ສີ​ສົມບັດເຊົ່າ​ສິນເຊື່ອ ຈຳກັດ ວັນ​ທີ 9

ທັນວາ 2014 ໂດຍ​ກ່າວ​ມອບ​ແມ່ນທ່ານ ສີ​ສົມບັດ ປະທານ​ບໍລິສັດ ສີ​ສົມບັດເຊົ່າ​ສິນ​ເຊື່ອ ຈຳກັດ ແລະ ກ່າວ​ຮັບ​

ໂດຍ​ທ່ານນາງ ບົວ​ລອນ ວົງ​ດາລາ​ແສນ ເຈົ້າເມືອງ​ຈັນທະ​ບູ​ລີ ມີ​ທ່ານ​ຮອງ​ເຈົ້າເມືອງ ແລະ ພະນັກງານ​ທີ່​ກ່ຽວຂ້ອງ

​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ​ເປັນສັກຂີ​ພິຍານ.

 

ເຄື່ອງ​ທີ່​ນຳ​ມາ​ມອບ​ຄັ້ງ​ນີ້ ປະກອບ​ມີຄອມ​ພີວ​ເຕີ Desktop ຈຳນວນ 6 ໜ່ວຍ ຄອມ​ພີວ​ເຕີ Laptop ຈຳນວນ 3

ໜ່ວຍ iPad Air 2 ຈຳນວນ 1 ໜ່ວຍ ໂຕະເຮັດ​ວຽກ 4 ຊຸດ ແລະ ເງິນ​ຈຳນວນ​ໜຶ່ງ ລວມ​ມູນ​ຄ່າ​ທັງ​ໝົດ 100 ລ້ານ

​ກີບ ທັງ​ນີ້ ເພື່ອ​ເປັນການ​ປະກອບສ່ວນ​ອຳນວຍຄວາມ​ສະດວກ​ ໃນ​ການ​ເຮັດ​ວຽກງານ​ໃຫ້​ສະດວກ​ຂຶ້ນ ຈາກ​ນັ້ນ

ທ່ານ​ເຈົ້າເມືອງ​ກໍ່​ໄດ້​ສະແດງຄວາມ​ຂອບໃຈ ​ມາ​ຍັງ​ບໍລິສັດ ສີ​ສົມບັດເຊົ່າ​ສິນ​ເຊື່ອ ຈຳກັດ ທີ່​ໄດ້​ໃຫ້ການ​ຊ່ວຍເຫຼືອ​

ໃນ​ຄັ້ງ​ນີ້ ແລະ ຫວັງ​ຢ່າງ​ຍິ່ງ​ວ່າ​ໃນ​ໂອກາດໜ້າ ​ຈະ​ໄດ້​ໃຫ້ການ​ຊ່ວຍເຫຼືອ​ຕື່ມອີກ ເຊິ່ງ​ເຄື່ອງ​ດັ່ງກ່າວ​ນີ້​ ແມ່ນຈະ​ໄດ້​

ປະກອບ​ເຂົ້າ​ໃຫ້​ແຕ່​ລະໜ່ວຍ​ງານ​ຂອງ​ເມືອງ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...