Homeຂ່າວພາຍ​ໃນສັງຄົມປະນາມໃຫ້ລົງໂທດຢ່າງໜັກ! ເຫດຊາຍກໍ່ເຫດຂົ່ມຂືນ

ສັງຄົມປະນາມໃຫ້ລົງໂທດຢ່າງໜັກ! ເຫດຊາຍກໍ່ເຫດຂົ່ມຂືນ

Published on

ສັງຄົມປະນາມໃຫ້ລົງໂທດຢ່າງໜັກ! ກໍລະນີຫົດຫູ່ ເຫດຊາຍ 3 ຄົນ ກໍ່ເຫດຂົ່ມຂືນທຳຊຳເລົາເດັກຍິງ.

ກາຍເປັນສຽງປະນາມອີກຄັ້ງ, ເມື່ອມື້ວານນີ້ (ວັນທີ 25 ກຸມພາ 2024) ເກີດເຫດຫົດຫູ່ທົ່ວສັງຄົມອອນລາຍ, ຈາກຜູ້ໃຊ້ເພສບຸກບຸກຄົນໜຶ່ງ ໄດ້ເຜີຍແຜ່ວີດີໂອເຫດກະທຳຊຳເລົາຜ່ານເຟສບຸກ ພ້ອມທັງແຄັບຊັ່ນເປັນພາສາຊົນເຜົ່າ ມີເນື້ອໃນລະບຸວ່າ: ” ຝາກເຖິງເພື່ອນຍິງທຸກຄົນທີ່ມັກກິນເຫຼົ້າ-ເບຍ ຕ້ອງລະວັງເດີ້ດຽວຊີຖືກລຽນຄີວແບບນີ້ ” ໂດຍໃນພາບແມ່ນຊາຍ ກຸ່ມໜຶ່ງ ຈຳນວນ 3 ຄົນ ກຳລັງພະຍາຍາມຈະຂືນໃຈເດັກຍິງ, ໂດຍທັງ 3 ໄດ້ລັອກແຂນເດັກຍິງໄວ້ ໃນຫ້ອງນໍ້າ ພ້ອມທົງລົງມືເຮັດສິ່ງທີ່ໜ້າຫົດຫູ່, ເຮັດໃຫ້ຫຼາຍຄົນທີ່ພົບເຫັນວິດີໂອດັ່ງກ່າວຕ່າງກໍພາກັນຮູ້ສຶກສະເທືອນໃຈເປັນຢ່າງຍິ່ງຕໍ່ກັບເຫດການທີ່ເກີດຂຶ້ນ, ພ້ອມທັງພາກັນຊ່ວຍສືບຫາລາຍລະອຽດຂອງເຫດການດັ່ງກ່າວ ເກີດເຫດຢູ່ໃສ? ມື້ໃດ? ເພື່ອຊ່ວຍເຫຼືອຜູ້ຖືກກະທຳ ແລະ ນຳຈັບໂຕກຸ່ມທີ່ກໍເຫດມາລົງໂທດໃຫ້ໄດ້ ພ້ອມຍັງໄດ້ຮຽກຮ້ອງໃຫ້ເຈົ້າໜ້າທີ່ເລັ່ງມືຄົ້ນຫາຈັບກຸມ ກຸ່ມຄົນດັ່ງກ່າວມາດຳເນີນນຄະດີຕາມກົດໝາຍໂດຍດ່ວນ.

ຕໍ່ກັບການກະທຳຜິດຂອງກຸ່ມຄົນດັ່ງກ່າວ, ເມື່ອອີງຕາມປະມວນກົດໝາຍອາຍາ ໝວດທີ 3: ການກະທຳຜິດຕໍ່ຊີວິດ, ສຸຂະພາບ ແລະ ກຽດສັກສີຂອງບຸກຄົນ ໂດຍມາດຕາ 248 ໄດ້ລະບຸວ່າ: ບຸກຄົນໃດ ຫາກໄດ້ໃຊ້ກຳລັງ, ໃຊ້ອາວຸດນາບຂູ່, ໃຊ້ຢາສະຫຼົບ, ໃຊ້ສິ່ງມຶນເມົາ ຫຼື ໃຊ້ວິທີອື່ນ ທີ່ເຮັດ ໃຫ້ຜູ້ອື່ນຕົກຢູ່ໃນສະພາບບໍ່ສາມາດຊ່ວຍເຫຼືອຕົນເອງໄດ້ ຫຼື ສວຍໂອກາດເພື່ອທໍາຊໍາເລົາ ດ້ວຍການຂື້ນໃຈ ຂອງຜູ້ກ່ຽວ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສີ່ປີ ຫາ ຫົກປີ ແລະ ຈະຖືກປັບໃໝ ແຕ່ 5.000.000 ກີບ ຫາ 30.000.000 ກີບ.

ໃນກໍລະນີທີ່ຜູ້ກະທໍາຜິດ ຫາກໄດ້ຂົ່ມຂືນທຳາຊຳເລົາຜູ້ຍິງທີ່ມີອາຍຸ ແຕ່ ສິບຫ້າປີ ຫາ ຕໍ່ກວ່າ ສິບ ແປດປີ ທີ່ຢູ່ໃນຄວາມຄຸ້ມຄອງດູແລຂອງຕົນ ຫຼື ໃນການປິ່ນປົວຂອງຕົນ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫົກປີ ຫາ ສິບປີ ແລະ ຈະຖືກປັບໃໝແຕ່ 7.000.000 ກີບ ຫາ 50.000.000 ກີບ.

ໃນກໍລະນີທີ່ຜູ້ກະທໍາຜິດ ຫາກໄດ້ຂົ່ມຂືນທຳຊຳເລົ່າ ດ້ວຍວິທີປ່ຽນຜຽນກັນ, ຂົ່ມຂືນທໍາຊຳເລົາເດັກ ທີ່ມີອາຍຸຕໍ່ກວ່າ ສິບຫ້າປີ, ໄດ້ທໍາຮ້າຍຮ່າງກາຍຜູ້ຍິງໃນເວລາຂົ່ມຂືນ ຫຼື ເຮັດໃຫ້ຜູ້ຍິງພິການຕະຫຼອດຊີວິດ ຫຼື ເສຍຊີວິດ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສິບປີ ຫາ ຊາວປີ ຫຼື ຕັດອິດສະລະພາບຕະຫຼອດຊີວິດ ແລະ ຈະຖືກປັບໃຫມ ແຕ່ 10.000.000 ກີບ ຫາ 70.000.000 ກີບ. (ຄວາມພະຍາຍາມກໍ່ການກະທໍາຜິດ ກໍຈະຖືກລົງໂທດ)

ສຸດທ້າຍນີ້, ຢາກຝາກເຖິງຜູ້ນຳໃຊ້ສື່ສັງຄົມອອນລາຍທຸກທ່ານ ຢຸດສົ່ງ, ແຊຣພາບ ຫຼື ວິດິໂອດັ່ງກ່າວເພື່ອເປັນການໃຫ້ກຽດຜູ້ເສຍຫາຍ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...