spot_img
Homeຂ່າວພາຍ​ໃນປກສ ຫຼວງພະບາງ ອົບຮົມແກ້ງດັດແປງ, ກວນເມືອງ-ແຂ່ງລົດ

ປກສ ຫຼວງພະບາງ ອົບຮົມແກ້ງດັດແປງ, ກວນເມືອງ-ແຂ່ງລົດ

Published on

ເມື່ອບໍ່ດົນມານີ້, ກອງບັນຊາການ ປກສ ນະຄອນຫຼວງພະບາງ ໄດ້ຈັດກອງປະຊຸມສຶກສາອົບຮົມໃຫ້ກຸ່ມນັກຂັບຂີ່ທີ່ມີການດັດແປງສະພາບເຕັກນິກລົດ, ກຸ່ມແກ້ງກວນເມືອງ ແລະ ກຸ່ມແກ້ງແຂ່ງລົດກັນຢູ່ຕາມເທດສະບານນະຄອນຫຼວງພະບາງ, ການສຶກສາອົບຮົມຄັ້ງນີ້ ແມ່ນໄດ້ຈັດຂຶ້ນທີ່ກອງບັນຊາການ ປກສ ນະຄອນຫຼວງພະບາງ ໂດຍເປັນປະທານຂອງທ່ານ ພັທ ໄວຍາສັກ ຄຳພິຈິດ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງພະບາງ ຜູ້ຊີ້ນຳວຽກງານຕຳຫຼວດ, ຫົວໜ້າ-ຮອງຫົວໜ້າພະແນກການຕຳຫຼວດ, ຜູ້ຊີ້ນຳວຽກງານຈາລະຈອນ, ວິຊາການ ພ້ອມດ້ວຍໄວໜຸ່ມນັກຂັບຂີ່ ແລະ ຜູ້ປົກຄອງເຂົ້າຮ່ວມ.

May be an image of 13 people, motorcycle, dirt bike, scooter and text

ທ່ານ ພັຕ ສັງຄົມ ແສງດາລາ ຫົວໜ້າກອງຈະລາຈອນ ໄດ້ລາຍງານໃຫ້ຮູ້ວ່າ: ການແກ້ໄຂປະກົດການຫຍໍ້ທໍ້ຢູ່ໃນຕົວເມືອງນະຄອນຫຼວງພະບາງ ໄດ້ປະຕິບັດຕາມທິດຊີ້ນໍາ ຂອງຄະນະພັກຄະນະກອງບັນຊາການ ປກສ ແຂວງຫຼວງພະບາງ ກໍ່ຄືທິດຊີ້ນໍາຄະນະພັກ ຄະນະກອງບັນຊາການ ປກສ ນະຄອນ ຫຼວງພະບາງ ແລະ ບັນດາ ຫາງສຽງຂອງສັງຄົມ ກ່ຽວກັບກຸ່ມແກ້ງດັດແປງສະພາບເຕັກນິກລົດເປັນຕົ້ນແມ່ນ ດັດແປງທໍ່ອາຍເສຍສຽງດັງເກີນກໍານົດ, ກຸ່ມແກ້ງແຂ່ງລົດຕາມເສັ້ນທາງເລກທີ 13 ເໜືອ (ຫນ້າປ້ອມນໍ້າມັນ ປຕທ ບ້ານ ຄົກວ່າ) ແລະ ຢູ່ບັນດາເສັ້ນທາງຫຼວງພາຍໃນເທດສະບານ ນະຄອນຫຼວງພະບາງ ຈັດຕັ້ງກັນເປັນກຸ່ມແກ້ງ, ຂີ່ລົດເປັນພຶ່ງເປັນແພ ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃຫ້ແກ່ການ ສັນຈອນໄປມາ ຂອງພໍ່ແມ່ປະຊາຊົນ,ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ, ເຊິ່ງຈະເປັນສາເຫດທີ່ຈະພາໃຫ້ເກີດອຸປະຕິເຫດຕາມທ້ອງຖະໜົນ ,ສ້າງຄວາມເສຍຫາຍດ້ານຊັບສິນຂອງລັດ, ບຸກຄົນ, ສຸຂະພາບ ແລະ ຊີວິດ.

May be an image of 8 people and dais

ຕໍ່ສະພາບການດັ່ງກ່າວຕໍາຫຼວດຈະລາຈອນ ໄດ້ສ້າງແຜນ, ຈັດວາງກໍາລັງ ອອກເຄື່ອນໄຫວສະກັດກັ້ນກຸ່ມແກ້ງດັ່ງກ່າວດ້ວຍຫຼາຍຮູບແບບ, ຫຼາຍວິທີລົງຈຸດຕັ້ງດ່ານກວດກາ ແລະ ນອກເຄືອງແບບ, ນໍາໃຊ້ລົດຈັກສ່ວນຕົວອອກເຄື່ອນໄຫວຂີ່ລົດຕິດຕາມບັນດາເປົ້າຫມາຍ ຢູ່ຕາມບັນດາເສັ້ນທາງ, ທາງຮ່ອມ, ທາງຊອຍ ໃຊ້ເວລາ ຈໍານວນ 07 ຄັ້ງ (07 ວັນ) ສາມາດສະກັດຈັບລົດຈັກໄດ້ 23 ຄັນມີຄື: ລົດລະເມີດດັດແປງໃສ່ທໍ່ອາຍເສຍສຽງດັງມີຈໍານວນ 22 ຄັນ, ລົດລະເມີດດັດແປງໃສ່ຢາງນ້ອຍໜ້າ – ຫຼັງ ມີຈໍານວນ 13 ຄັນ, ລົດລະເມີດດັດແປງປາດເບາະຈໍານວນ 2 ຄັນ, ລະເມີດບໍ່ໃສ່ແວ່ນຊ່ອງຂ້າງ ຫຼື ຊ່ອງຫຼັງຈໍານວນ 10 ຄັນ ແລະ ລົດລະເມີດ ບໍ່ມີເອກະສານຈໍານວນ 12 ຄັນ.

No photo description available.

ນອກນີ້, ທ່ານ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງພະບາງໄດ້ມີຄຳເຫັນໂອ້ລົມ ແລະ ສຶກສາອົບຮົມການເມືອງແນວຄິດຕໍ່ນັກຂັບຂີ່ ທີ່ໄດ້ປະພຶດຜິດຕໍ່ກົດຈະລາຈອນ ໄດ້ຮັບຮູ້ ແລະ ເຂົ້າໃຈເພື່ອປັບປຸງແກ້ໄຂ, ຫັນເຂົ້າສູ່ຄວາມເປັນລະບຽບຮຽບຮ້ອຍ, ຫຼີກລ່ຽງຫາງສຽງສັງຄົມໃນທາງທີ່ບໍ່ດີ, ແລະ ຍັງໄດ້ເນັ້ນຕໍ່ນັກຂັບຂີ່ໃຫ້ມີການປັບປຸງເຕັກນິກ ສະພາບລົດໃຫ້ກັບຄືນສູ່ສະພາບເດີມ, ປະຕິບັດການຂັບຂີ່ຕາມກົດຈະລາຈອນ, ມີສະຕິໃນການໃຊ້ລົດໃຊ້ຖະໜົນ, ຫຼີກລ້ຽງການສ້າງພາບພົດອັນບໍ່ຈົບງາມ ແລະ ຄວາມເສຍຫາຍຕໍ່ສັງຄົມ, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

ຂ່າວໂດຍ: ສົມພອນ ວິໄລຜົນ ຫ້ອງການ ຖວທ ນະຄອນຫຼວງພະບາງ.

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...