spot_img
Homeຂ່າວພາຍ​ໃນປກສ ເມືອງຫົວເມືອງ ຈັບຜູ້ຖືກຫາ ພ້ອມຂອງກາງ

ປກສ ເມືອງຫົວເມືອງ ຈັບຜູ້ຖືກຫາ ພ້ອມຂອງກາງ

Published on

ວັນທີ 19 ກຸມພາ ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຫົວເມືອງ ແຂວງ ຫົວພັນ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ຢູ່ຂອບເຂດເທດສະບານ ເມືອງຫົວເມືອງ ໄດ້ມີກຸ່ມຄົນບໍ່ດີລັກລອບຊື້-ຂາຍ ຢາເສບຕິດ. ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ແຕ່ງຕັ້ງທີມງານວິຊາສະເພາະລົງໄປກວດກາຕິດຕາມເຫັນວ່າ: ມີມູນຄວາມຈິງແທ້ ຮອດເວລາປະມານ 12:00 ໂມງຂອງວັນດຽວກັນ ຈຶ່ງໄດ້ພົບເຫັນເປົ້າໝາຍ ຂັບຂີ່ລົດຈັກຍີ່ຫໍ້ຮອນດາ, ສີຟ້າດຳ, ປ້າຍທະບຽນ ຫຼວງພະບາງ ຈຕ 6805 ມາຕາມສາຍທາງຂອບເຂດ ເທດ ສະບານເມືອງ ມຸ່ງໜ້າໄປຫາ ບ້ານເມືອງເປິນ. ຈາກນັ້ນ, ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຫົວເມືອງ ຈຶ່ງໄດ້ຂັບຂີ່ລົດຕິດຕາມນຳເປົ້າໝາຍໄປ. ພໍດີຮອດຈຸດກວດກາ (ປ້ອມຍາມ) ຂອງບໍລິສັດຂຸດຄົ້ນຖ່ານຫີນ ຢູ່ບ້ານເມືອງເປີນ ເມືອງຫົວເມືອງ ແຂວງຫົວພັນ ເຈົ້າໜ້າທີ່ຕຳຫຼວດຈຶ່ງໄດ້ສັ່ງໃຫ້ເປົ້າໝາຍຈອດລົດ ເພື່ອຂໍກວດກາຕາມລະບຽບການ.

May be an image of 2 people and text

ຜ່ານການກວດກາຈຶ່ງຮູ້ວ່າຜູ້ຖືກຫາຊື່ ທ້າວ ປັ້ນ ສີສົມບັດ,ຢູ່ບ້ານບົມ, ເມືອງນໍ້າບາກ ແຂວງຫຼວງພະບາງ, ເຊິ່ງຜູ້ກ່ຽວເປັນພະນັກງານຂອງບໍລິສັດຂຸດຄົ້ນຖ່ານຫີນ ແລະ ໄດ້ພົບເຫັນຢາບ້າ ຈໍານວນ 8 ເມັດ ຢູ່ໃນຖົງເສື້ອເບື້ອງຊ້າຍຂອງຜູ້ກ່ຽວ. ຫຼັງ ຈາກນັ້ນ, ເຈົ້າໜ້າທີຕຳຫຼວດ ປກສ ເມືອງຫົວເມືອງ ຈຶ່ງໄດ້ທໍາການຈັບຕົວຜູ້ກ່ຽວ, ພ້ອມຂອງກາງຢາບ້າ ຈຳນວນ 8 ເມັດ, ລົດຈັກ 1 ຄັ່ນ ມາທຳການສືບສວນ-ສອບສວນອີກ.

May be an image of 1 person and text

ຜ່ານການສືບສວນ-ສອບສວນ, ຜູ້ກ່ຽວໄດ້ຊັດທອດວ່າ: ໄດ້ຊື້ຢາບ້ານຳ ທ້າວ ສິນພະກອນ, ອາຍຸ 28 ປີ ອາຊີບປະຊາຊົນ, ຢູ່ບ້ານບວມງາມ, ເມືອງຫົວເມືອງ, ແຂວງຫົວພັນ. ຈາກນັ້ນ, ເຈົ້າໜ້າທີ່ຕຳຫຼວດໄດ້ເຂົ້າກັກຕົວທ້າວ ສິນພະກອນ ພ້ອມຂອງກາງຢາບ້າຈຳນວນ 307 ເມັດຢູ່ໃນກະເປົາເງິນທີ່ຜູ້ກ່ຽວໄດ້ຊຸກເຊື່ອງໄວ້ໃນຖົງໂສ້ງເບື້ອງຂວາ.ປັດຈຸບັນນີ້, ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຫົວເມືອງ ໄດ້ດຳເນີນຄະດີກັບພວກຖືກຫາທັງສອງຄົນຕາມລະບຽບກົດໝາຍ.

ຂ່າວ: ຄວາມສະຫງົບ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...