spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ປີ 2014 ອຸປະຕິ​ເຫດ​ຕາມ​ທ້ອງ​ຖະໜົນ ຫລຸດ​ລົງ​ເກືອບ 1.000 ກໍລະນີ ທຽບ​ໃສ່​ປີ 2013

ປີ 2014 ອຸປະຕິ​ເຫດ​ຕາມ​ທ້ອງ​ຖະໜົນ ຫລຸດ​ລົງ​ເກືອບ 1.000 ກໍລະນີ ທຽບ​ໃສ່​ປີ 2013

Published on

acciident999

 

ຕາມ​ການ​ລາຍ​ງານ​ຂອງ​ເຈົ້າໜ້າ​ທີ່​ຕຳຫລວດ​ຈະລາຈອນ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​​ໃຫ້​ຮູ້​ວ່າ: ປີ 2014 (1 ມັງກອນ

ຫາ 31 ພະຈິກ 2014) ທົ່ວ​ປະ​ເທດ​ມີ​ອຸປະຕິ​ເຫດ​ເກີດ​ຂຶ້ນຫລາຍ​ກວ່າ 5.000 ຄັ້ງ, ມີພາຫະນະ​ເປ່​ເພຫລາຍ​ກວ່າ 8.800 ຄັນ,

​ໃຊ້​ການ​ບໍ່​ໄດ້ 369 ຄັນ ​ແລະ ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ 7.000 ກວ່າ​ຄົນ, ບາດ​ເຈັບສາ​ຫັດ 1.152 ຄົນ ​ແລະ ​ເສຍ​ຊີວິດ 917 ຄົນ.

ປີ 2013 ມີ​ອຸປະຕິ​ເຫດ​ເກີດ​ຂຶ້ນທັງ​ໝົດ 5.931 ກໍລະ ນີ, ມີພາຫະນະ​ເປ່​ເພ​ຫລາຍ​ກວ່າ 10.0000 ຄັນ, ​ໃຊ້​ການ​ບໍ່​ໄດ້ 305 ຄັນ

​ແລະ ມີ​ຄົນ​ໄດ້​ຮັບ​ບາດ​ເຈັບຫລາຍ​ກວ່າ 8.500 ຄົນ, ບາດ​ເຈັບສາຫັດ 2.149 ຄົນ ​ແລະ ​ເສຍ​ຊີວິດ 910 ຄົນ.

 

ສາ​ເຫດ​ທີ່​ພາ​ໃຫ້​ເກີດ​ອຸປະຕິ​ເຫດ​ມາ​ຈາກ​ດື່ມ​ສິ່ງ​ມຶນ​ເມົາ 1.448 ຄົນ, ອາຍຸ​ບໍ່​ເຖິງ​ກະສຽນ 665 ຄົນ, ບໍ່​ມີ​ໃບ​ຂັບ​ຂີ່ 3.956 ຄົນ.

ພາກສ່ວນ​ທີ່​ຮ່ວມ​ເກີດ​ອຸປະຕິ​ເຫດ ສ່ວນ​ໃຫຍ່​ແມ່ນ​ປະຊາຊົນ ແລະ ກຳມະກອນ, ນັກຮຽນ-ນັກ​ສຶກສາ​ເຫລົ່ານີ້​ເປັນຕົ້ນມີມູນ

​ຄ່າ​ຄວາມ​ເສຍ​ຫາຍທັງ​ໝົດ​ປະມານ 66 ຕື້ກວ່າ​ກີບ.

 

ເຖິງ​ຢ່າງ​ໃດ​ກໍ​ດີ, ​ເພື່ອ​ໃຫ້​ບັນຫາການ​ເກີດ​ອຸປະຕິ​ເຫດ​ຕາມ​ທ້ອງ​ຖະໜົນຫລວງ​​ຫລຸດຜ່ອນ ທາງ​ກົມ​ຈະລາຈອນ ກະຊວງ​ປ້ອງ​

ກັນ​ຄວາມ​ສະຫງົບ​ ຈຶ່ງ​ໄດ້​ວາງ​ທິດ​ທາງ ​ແລະ ມີ​ມາດ​ຕະການ​ແກ້​ໄຂ​ທີ່​ສຳຄັນ ​ເປັນຕົ້ນ​ໃຫ້​ບັນດາ​ແຂວງ​ເອົາ​ໃຈ​ໃສ່​ຕໍ່​ວຽກ​ງານ​

ແກ້​ໄຂ​ສະພາບ​ການ​ສັນຈອນ ​ແລະ ​ປະກອບ​ອຸປະກອນ​​ສະໜັບສະໜູນ​ການ​ເຮັດ​ວຽກ​ຂອງ​ເຈົ້າໜ້າ​ທີ່​ໃຫ້​ພຽງພໍ. ນອກ​ນັ້ນ ກ​ໍ

ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ເຜີຍ​ແຜ່​ກົດ​ລະບຽບ​ຈະລາຈອນ​ໃຫ້​ທົ່ວ​ເຖິງ ​ໂດຍ​ສະ​ເພາະ​ແມ່ນສະ​ຖາ​ບັນ​ການ​ສຶກສາ ​ແລະ ໂຮງຮຽນ​

ຕ່າງໆຕ້ອງ​ຖື​ສຳຄັນ​ໃນ​ການ​ສຶກສາ​ອົບຮົມ​ກົດ​ລະບຽບຈະລາຈອນ​ໃຫ້​ກວ້າງຂວາງ ແລະ ​ເລິກ​ເຊິ່ງກວ່າ​ເກົ່າ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...