Homeຂ່າວພາຍ​ໃນປັບຄ່າທຳນຽມ-ຄ່າບໍລິການອອກໜັງສືຜ່ານແດນ

ປັບຄ່າທຳນຽມ-ຄ່າບໍລິການອອກໜັງສືຜ່ານແດນ

Published on

ໃນວັນທີ 19 ກຸມພາ ທີ່ຜ່ານມາ, ກົມກົງສຸນອອກແຈ້ງການເລື່ອງ: ການປັບອັດຕາຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ ໂດຍມີເນື້ອໃນວ່າ: ກົມກົງສຸນ ຂໍຖືເປັນກຽດແຈ້ງມາຍັງພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ທີ່ມີຈຸດປະສົງຕ້ອງການສະເໜີຂໍໜັງສືຜ່ານແດນ ຢູ່ ນະຄອນຫຼວງວຽງຈັນ ແລະ ບັນດາສູນຮັບຄຳຮ້ອງ ຢູ່ຕ່າງແຂວງ ຊາບກ່ຽວກັບການປັບຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນ ຕາມລັດຖະບັນຍັດວ່າດ້ວຍການປັບປຸງບາງມາດຕາຂອງລັດຖະບັນຍັດວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ໃນຂົງເຂດການຕ່າງປະເທດ, ສະບັບເລກທີ 001/ປປທ, ລົງວັນທີ 26 ມັງກອນ 2024, ເຊິ່ງມີລາຍລະອຽດດັ່ງນີ້:

ລັດຖະບັນຍັດສະບັບປັບປຸງດັ່ງກ່າວນີ້ ໄດ້ກຳນົດຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນເປັນເງິນໂດລາ ເພື່ອເປັນບ່ອນອີງໃນການຈັດເກັບໃນລາຄາດັ່ງນີ້:

– ຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນ ເອເລັກໂຕຣນິກ ລາຄາ 60 ໂດລາ

– ຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນ ບໍ່ແມ່ນເອເລັກໂຕຣນິກ ລາຄາ 40 ໂດລາ

ການເກັບຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນຕົວຈິງແມ່ນເກັບເປັນເງິນກີບ ຕາມອັດຕາແລກປ່ຽນທີ່ກະຊວງການເງິນເປັນຜູ້ກຳນົດໃຫ້ໃນແຕ່ລະໄລຍະ. ການເກັບຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນໃນອັດຕາ ແລະ ວິທີການດັ່ງກ່າວນີ້ແມ່ນເພື່ອໃຫ້ມີງົບປະມານພຽງພໍໃນການຈັດຕັ້ງປະຕິບັດວຽກງານໜັງສືຜ່ານແດນໃຫ້ມີຄຸນນະພາບ, ປະສິດທິຜົນ ແລະ ຍືນຍົງ ເຊັ່ນ: ການຊໍາລະຄ່າໜັງສືຜ່ານແດນ, ອຸປະກອນໄອທີຕ່າງໆທີ່ກ່ຽວຂ້ອງ ທີ່ນຳເຂົ້າມາຈາກຕ່າງປະເທດ, ການບໍາລຸງຮັກສາລະບົບເຕັກນິກອອກໜັງສືຜ່ານແດນໃຫ້ສາມາດເຄື່ອນໄຫວໄດ້ຢ່າງເປັນປົກກະຕິ, ຕໍ່ເນື່ອງ ແລະ ອື່ນໆ.

ການບໍລິການອອກໜັງສືຜ່ານແດນດ່ວນ.
ລັດຖະບັນຍັດສະບັບປັບປຸງດັ່ງກ່າວນີ້ ໄດ້ກໍານົດຄ່າບໍລິການອອກໜັງສືຜ່ານແດນດ່ວນ ເປັນ 3 ປະເພດດັ່ງນີ້:

– ບໍລິການອອກໜັງສືຜ່ານແດນ 01 ວັນ ລາຄາ: 1.000.000 ກີບ/ຫົວ
– ບໍລິການອອກໜັງສືຜ່ານແດນ 03 ວັນ ລາຄາ: 500.000 ກີບ/ຫົວ
– ບໍລິການອອກໜັງສືຜ່ານແດນ 05 ວັນ ລາຄາ: 300.000 ກີບ/ຫົວ

ການກຳນົດຄ່າບໍລິການອອກໜັງສືຜ່ານແດນດ່ວນດັ່ງກ່າວນີ້ແມ່ນເພື່ອເປັນທາງເລືອກ ແລະ ສ້າງຄວາມສະດວກໃຫ້ແກ່ປະຊາຊົນຜູ້ທີ່ມີຄວາມຕ້ອງການຢາກໄດ້ໜັງສືຜ່ານແດນກ່ອນ 10 ວັນ ທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍໜັງສືຜ່ານແດນ. ໃນຂະນະດຽວກັນ, ແນໃສ່ແກ້ໄຂບັນຫາຫຍໍ້ທໍ້ຕ່າງໆ ທີ່ພົວພັນກັບຂະບວນການເຄື່ອນໄຫວເຮັດໜັງສືຜ່ານແດນດ່ວນແບບຜິດກົດໝາຍທີ່ເກີດຂຶ້ນໃນປະຈຸບັນດ້ວຍການຫັນເອົາການອອກໜັງສືຜ່ານແດນດ່ວນເຂົ້າສູ່ລະບົບ, ລະບຽບ, ມີຄວາມໂປ່ງໃສ, ສາມາດກວດສອບໄດ້ ແລະ ພ້ອມທັງເປັນການສ້າງລາຍຮັບເພີ່ມເຂົ້າງົບປະມານ.

ຂ່າວ: ກົມກົງສຸນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...