spot_img
Homeຂ່າວພາຍ​ໃນຈັບໄດ້ແລ້ ຜູ້ແອບອ້າງສ້າງເຟສປອມໜ່ວຍກູ້ໄພນະຄອນຫຼວງ1624 ເປີດຮັບບໍລິຈາກ ມີຜູ້ຫລົງເຊື່ອຈຳນວນຫລາຍ

ຈັບໄດ້ແລ້ ຜູ້ແອບອ້າງສ້າງເຟສປອມໜ່ວຍກູ້ໄພນະຄອນຫຼວງ1624 ເປີດຮັບບໍລິຈາກ ມີຜູ້ຫລົງເຊື່ອຈຳນວນຫລາຍ

Published on

ວັນທີ 23 ກຸມພາ 2024 ນີ້ ເພຈຂ່າວໜັງສືພິມຄວາມສະຫງົບ ລາຍງານວ່າ: ເວລາປະມານ 18:00 ໂມງຂອງວັນທີ 17 ມັງກອນ 2024 ຜ່ານມາ ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ສົມທົບກັບ ປກສ ກຸ່ມ 6 ບ້ານນາຄວາຍ ຊື່ທ້າວ ລັດຕະນະໄຊ ຫຼື ເນັ່ງ ອາຍຸ 19 ປີ ຢູ່ບ້ານແກ້ງປາຢ້າງ ຫາດຊາຍຟອງນະຄອນ ຫຼວງວຽງຈັນ ໃນຂໍ້ກ່າວຫາການສໍ້ໂກງຊັບ ໄປດໍາເນີນຄະດີ ຍ້ອນກໍ່ເຫດສ້າງເຟສບຸກປອມເປັນສະມາຄົມຊ່ວຍເຫຼືອຜູ້ທຸກຍາກແອບອ້າງເອົາເງິນປະຊາຊົນ.
ຜ່ານການສອບສວນ ຜູ້ກ່ຽວສາລະພາບ ວ່າ: ປີ 2019 ໄດ້ພົວພັນກັບຢາເສບຕິດ ແລະ ໄດ້ເປີດບັນຊີ ອອກຊື່ທ້າວ ລັດຕະນະໄຊ ເພື່ອເຄື່ອນໄຫວສໍ້ໂກງຊັບ, ໄດ້ປະມານ 1 ປີ ໄດ້ຂາຍບັນຊີໃຫ້ທ້າວ ຫຼ້າ ຢູ່ບ້ານທາດຂາວ ເມືອງສີສັດຕະນາກ 1.800.000 ກີບ.
ປີ 2020 ເລີ່ມຮູ້ຈັກກັບທ້າວ ໂກສົນ ຢູ່ບ້ານແກ້ງປາຢ້າງ ຈົນໄດ້ເປັນອ້າຍຮັກ ແລະ ໃນປີດຽວກັນ (ປີ 2022) ທ້າວ ລັດຕະນະໄຊ ໄດ້ຈ້າງທ້າວ ໂກສົນ ຈໍານວນ 1.300.000 ກີບ ເພື່ອໄປເປີດບັນຊີໃຫ້ຜູ້ກ່ຽວໂດຍອອກຊື່ ທ້າວ ໂກສົນ ແລ້ວສ້າງເຟສປອມຂຶ້ນມາໂດຍແອບອ້າງຊື່: ສະມາຄົມຊ່ວຍເຫຼືອຄົນທຸກຍາກ ແລະ ພາຍຫຼັງທີ່ສ້າງເຟສປອມຂຶ້ນ ໄດ້ຄັດລອກເອົາຮູບຄົນເຈັບຂອງໜ່ວຍກູ້ໄພ 1624 ທີ່ບໍ່ມີເງິນປິ່ນປົວ, ເດັກນ້ອຍ, ຄົນອະນາຖາ, ຄອບຄົວຂາດເຂີນ, ຄົນຕາຍທີ່ເປັນສົບອະນາຖາ ໂພສລົງ ເພື່ອຂໍຮັບບໍລິຈາກພ້ອມເລກບັນຊີ 0951213899311 ອອກຊື່ KOSON LEEVONGSA MR ພ້ອມເບີໂທ 020 55155586 ແລະ 020 54000089 ມີຫລາຍຄົນຫຼົງເຊື່ອໂອນເງິນເຂົ້າ ຈໍານວນຫຼາຍຄັ້ງ ໂດຍໄດ້ຮັບເງິນຄັ້ງລະ 3.000.000ກີບ ຫາ 4.000.000 ກີບຕໍ່ຄັ້ງ ແລະ ເມື່ອໄດ້ເງິນມາແຕ່ລະຄັ້ງກໍເອົາເງິນຈໍານວນດັ່ງກ່າວໄປຊື້ຢາບ້າມາເສບ ແລະ ຫຼິ້ນເກມຈົນໝົດ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...