Homeຂ່າວພາຍ​ໃນກຽມຈັດງານສະຫວັນສຸກສັນຫັນສາ ວັນທີ 10-17 ມີນາ 2024

ກຽມຈັດງານສະຫວັນສຸກສັນຫັນສາ ວັນທີ 10-17 ມີນາ 2024

Published on

ໃນວັນທີ 20 ກຸມພາ 2024 ນີ້ ແຂວງສະຫວັນນະເຂດ ໄດ້ຈັດພິທີຖະແຫຼງຂ່າວການກຽມຄວາມພ້ອມເປີດປີທ່ອງທ່ຽວລາວ 2024 ທີ່ສະລາແຄມຂອງ ນະຄອນໄກສອນພົມວິຫານ ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ,ມີຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ປະທານ-ຮອງປະທານຈັດງານປີທ່ອງທ່ຽວລາວ2024 , ມີຄະນະປະຈຳພັກແຂວງ,ກໍາມະການພັກແຂວງ, ມີຕາງໜ້າກົງສູນໃຫຍ່ແຫ່ງ ສ.ສ ຫວຽດນາມ,ຕາງໜ້າກົງສູນໃຫຍ່ແຫ່ງຣາຊະອານາຈັກໄທ, ທ່ານເຈົ້ານະຄອນໄກສອນພົມວິຫານ ເຈົ້າເມືອງ 14 ເມືອງ,ຫົວໜ້າພະແນກການອ້ອມຂ້າງແຂວງ, ນັກທຸລະກິດຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

May be an image of 12 people, dais, wedding and text

ທ່ານ ນາງຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຈັດງານປີທ່ອງທ່ຽວລາວ 2024 ທີ່ແຂວງສະຫວັນນະເຂດ ກໍໄດ້ລາຍງານການກະກຽມຄວາມພ້ອມເປີດປີທ່ອງທ່ຽວລາວ 2024 ຕິດພັນກັບງານເທສະການສະຫວັນສຸກສັນຫັນສາແມ່ນ ກຽມຄວາມພ້ອມຮອບດ້ານ ໂດຍສະເພາະແມ່ນຖະໜົນຫົນທາງ, ເຮືອນພັກໂຮງແຮມ, ຮ້ານອາຫານເຄື່ອງດື່ມ ຕະຫຼອດຮອດການຈັດສັນປະດັບປະດາແສງສີສຽງອື່ນໆ ແມ່ນກຽມຄວາມພ້ອມທຸກຢ່າງ ເພື່ອຄວາມສວຍງາມ. ມາຮອດປັດຈຸບັນຕາມວົງວຽນຕ່າງໆກໍ່ມີການປະດັບປະດາ ຢ່າງງົດງາມ ຕາມເສັ້ນທາງກໍ່ຂຶ້ນປ້າຍໂຄສະນາເຊິ່ງສະແດງໃຫ້ເຫັນເຖິງແຫຼ່ງທ່ອງທ່ຽວຂອງແຂວງ

May be an image of 2 people, elephant, dais and text

ມື້ເປີດງານທ່ອງທ່ຽວ ທີ່ຕິດພັນກັບກິດຈະກໍາ ສະຫວັນ ສຸກສັນ ຫັນສາ ສະຖານທີ່ ຂອບເຂດເທສະບານຕົວເມືອງເກົ່າ, ນະຄອນໄກສອນ ພົມວິຫານ ເຊິ່ງປີນີ້ແມ່ນຈະຈັດຂື້ນຍ່າງຍິ່ງໃຫຍ່ກວ່າຄັ້ງຜ່ານໆມາ, ເຊິ່ງເລີ່ມແຕ່ວັນທີ 10-17 ມີນາ 2024 ລວມ 8 ມື້ 7 ຄືນ,ໃນງານມີກິດຈະກໍາຫຼາກຫຼາຍ, ໃນວັນທີ 10 ມີນາ 2024 ຈະເປັນມື້ເປີດຢ່າງເປັນທາງການ ໄດ້ນໍາເອົາລາຍການສະແດງຂັບລໍາ 4 ຈັ່ງຫວະ, ບົດເພງຈາກສິລະປິນຈໍານວນ 8 ທ່ານ, ແລະ ກ້ອນກໍາລັງມາສະແດງ, ກ້ອນພາເລດ ຈາກພາກສ່ວນຂອງແຂວງ ມີ 10 ກ້ອນ.

May be an image of 1 person, elephant and dais

ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດໄດ້ແຈ້ງໃຫ້ຮູ້ຕື່ມອີກວ່າ: ມາທ່ຽວສະຫວັນນະເຂດ ສະເໜີໃຫ້ເຮັດກິດຈະກຳ 3 ໄຫວ້, 4 ເບິ່ງ ແລະ 5 ຊົມ ດັ່ງນີ້:

  • ກາບໄຫວ້ 3 ໄຫວ້: ກາບໄຫວ້ ພຣະທາດອີງຮັງ;ກາບໄຫວ້ ພຣະທາດໂຜ່ນ;ກາບໄຫວ້ ຫໍພຣະໄຕປີດົກ.
  • ທ່ອງທ່ຽວ ເບິ່ງ 4 ເບິ່ງ: ທ່ຽວເບິ່ງ ຫໍພິພິທະພັນແຂວງ;ທ່ຽວເບິ່ງ ຫໍພິພິທະພັນໄດໂນເສົາ; ທ່ຽວເບິ່ງ ຫໍພິພິທະພັນຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ; ທ່ຽວເບິ່ງ ມໍລະດົກສະຖານໜອງເຮືອທອງ.
  • ທ່ອງທ່ຽວຊົມ 5 ຊົມ: ທ່ຽວຊົມ ຕົວເມືອງເກົ່າປະຫວັດສາດ-ໜອງຫຼົ່ມປ່າສະຫງວນດົງນາຕາດ ນະຄອນໄກສອນ; ທ່ຽວຊົມ ລີງ-ປາຝາ-ຝາຍສຸຍ ຈໍາພອນ; ທ່ຽວຊົມ ໂອ່ງ-ມັ່ງ, ນົກຍາງຂາວ, ແຫຼ່ງຂຸດຄົ້ນກະດູກໄດໂນເສົາ ຊົນນະບູລີ; ທ່ຽວຊົມ ໂນນຫີນດ້າງ, ໂພນຊ້າງສານ, ສີສະເກດສວນຕານ, ຜາສາດຫີນ ໄຊພຸູທອງ; ທ່ຽວຊົມ ພຣະທາດນາງລາວ-ພຣະເຈົ້າອົງແສນ-ຫີນ 3 ເສົ້າ-ນໍ້າເກົ້າແຄວ ວິລະບູລີ.

May be an image of temple

ພ້ອມດຽວກັນນີ້ທ່ານເຈົ້າແຂວງກໍຍັງເຊີນຊວນພີ່ນ້ອງຊາວແຂວງສະຫວັນນະເຂດ ຈົ່ງຮ່ວມມືສາມັກຄີເປັນປຶກແຜ່ນຮ່ວມກັນເປັນເຈົ້າພາບທີ່ດີ ເພື່ອຕ້ອນຮັບນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວພາຍໃນແຂວງ ໃຫ້ມີຄວາມພາກພູມໃຈ ຕໍ່ນໍ້າໃຈຊາວແຂວງສະຫວັນນະເຂດ ມາທ່ຽວແລ້ວ ຢາກມາທ່ຽວອີກຄັ້ງໃໝ່.

ຂ່າວ: Media Laos

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...