Homeຂ່າວຄາດຕະກຳຜົວໂຫດໃຊ້ພ້າຂໍຟັນເມຍຈົນເສຍຊີວິດ ເນື່ອງຈາກຂໍເງິນບໍ່ໄດ້

ຜົວໂຫດໃຊ້ພ້າຂໍຟັນເມຍຈົນເສຍຊີວິດ ເນື່ອງຈາກຂໍເງິນບໍ່ໄດ້

Published on

ວັນທີ 15 ກຸມພາ 2024, ເຈົ້າໜ້າທີ່ພະແນກຕຳຫລວດໜ່ວຍງານຄະດີອາຍາ-ເສດຖະກິດ ປກສ ເມືອງໜອງບົກ ແຂວງຄຳມ່ວນ ໄດ້ນຳຕົວທ້າວ ແຫລ້ ລັດສົມບັດ ອາຍຸ 49 ປີ, ອາຊີບເຮັດນາ, ປັດຈຸບັນຢູ່ ບ້ານ ດົງຄຸງ, ເມືອງໜອງບົກ ໄປເຮັດຈຳລອງເຫດການຄືນ ຫລັງຈາກກໍ່ເຫດການຄາຕະກຳຜູ້ເປັນເມຍ ຊື່ນາງ ບຸນພັກ ລັດສົມບັດ (ແດງ) ອາຍຸ 29 ປີ ໃນວັນທີ 11 ກຸມພາ 2024. ເນື່ອງຈາກພວກກ່ຽວມີຂໍ້ຂັດແຍ່ງກັນທາງດ້ານຊັບສິນລະຫວ່າງ ຜົວ-ເມຍ, ຈົນກາຍໄປສູ່ການຄາຕະກຳໃນຄັ້ງນີ້.

ທ້າວ ແຫຼ້ ຮັບສາລະພາບໃນເບື້ອງຕົ້ນວ່າ: ໃນຕົ້ນເດືອນກຸມພານີ້ໄດ້ຂໍເງິນນຳນາງ ບຸນພັກ (ເມຍ) ຈຳນວນ 5.000.000 ກີບ ເພື່ອໄປແຕ່ງເຄື່ອງສຽງລົດແຕ່ເມຍບໍ່ໃຫ້, ຈົນຜູ້ກ່ຽວເກີດຄວາມນ້ອຍໃຈຄິດວ່າເມຍຢາກປະຖິ້ມຕົນ, ຕໍ່ມາວັນທີ 10 ກຸມພາ ນາງ ບຸນພັກ ໄດ້ຂໍຢ່າຮ້າງກັບຕົນ ແລະ ວັນຕໍ່ມາ ທັງສອງຄົນ ໄດ້ລົມເລື່ອງຢ່າຮ້າງກັນ ທ້າວແຫຼ້ ໄດ້ຂໍເງິນນຳເມຍ 30 ລ້ານກີບ ແຕ່ເມຍບໍ່ໃຫ້, ຈຶ່ງເກີດຜິດຖຽງກັນຢ່າງຮ້າຍແຮງ, ຜູ້ກ່ຽວຈຶ່ງຍ່າງເຂົ້າໄປເອົາພ້າຂໍ ຢູ່ຫ້ອງນອນມາຟັນ ໃສ່ຫົວນາງ, ຟັນແຂນ ແລະ ຟັນກ້ານຄໍ, ນາງບຸນພັກ ໄດ້ຮ້ອງຂໍຄວາມຊ່ວຍເຫລືອຈາກຄົນໃກ້ຄຽງ ເຮັດໃຫ້ທ້າວ ຕ້ອມ ອາຍຸ 13 ປີຜູ້ເປັນລູກທີ່ໄດ້ນັ່ງຢູ່ໜ້າເຮືອນໄດ້ຍິນຈຶ່ງໄດ້ແລ່ນເຂົ້າໄປເບິ່ງ ເຫັນພໍ່ໄດ້ໃຊ້ພ້າຂໍຟັນແມ່ ຈົນມີເລືອດອອກ, ເມື່ອທ້າວແຫລ້ ເຫັນແນວນັ້ນ ໄດ້ຖິ້ມພ້າ ແລ້ວແລ່ນໜີອອກໄປທາງຫລັງເຮືອນ. ສ່ວນທ້າວ ຕ້ອມ ຜູ້ເປັນລູກ ກໍໄດ້ແລ່ນຂຶ້ນມາຂໍຄວາມຊ່ວຍເຫລືອຈາກປະຊາຊົນໃນບ້ານເພື່ອຊ່ວຍແມ່ສົ່ງໄປໂຮງໝໍ ແຕ່ກໍຊ່ວຍໄວ້ບໍ່ທັນ ເນື່ອງຈາກໄດ້ຮັບບາດເຈັບ ແລະ ເສຍເລືອດຫລາຍ ຈຶ່ງເຮັດໃຫ້ເສຍຊີວິດຄາທີ່.

ຮອດເວລາ 17:30 ໂມງຂອງວັນດຽວກັນ ທ້າວແຫລ້ ໄດ້ເຂົ້າໄປມອບຕົວ ກັບທາງເຈົ້າໜ້າທີ່ ປກສ ກຸ່ມໜອງຜຳ, ເຈົ້າໜ້າທີ່ກັກຕົວໄວ້ ແລ້ວມອບຕໍ່ໃຫ້ ປກສ ເມືອງໜອງບົກ ສົ່ງໄປເຮັດການສອບສວນ-ສືບສວນ ພ້ອມນຳຕົວໄປດຳເນີນຄະດີຕາມລະບຽບກົດໝາຍ.

ທີ່ມາ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...