Homeຂ່າວພາຍ​ໃນກັກລົດທີ່ດັດແປງສະພາບຫຼາຍກວ່າ 30 ຄັນ

ກັກລົດທີ່ດັດແປງສະພາບຫຼາຍກວ່າ 30 ຄັນ

Published on

ເມື່ອດົນມານີ້, ກອງຈາລະຈອນ ປກສ ເມືອງວຽງພູຄາ ແຂວງ ຫຼວງນ້ຳທາ ໄດ້ອອກກວດກາປະຈຳປ້ອມສີແຍກບ້ານວຽງສະຫວ່າງ, ເທດບານເມືອງໄດ້ພົບເຫັນຜູ້ລະເມີດການສັນຈອນໂດຍການດັດແປງສະພາບເຕັກນິກລົດຈຳນວນ 40 ຄັນ ແລະ ພົບເຫັນຢາສູບໄຟຟ້າຈຳນວນ 2 ຫຼອດ. ຈາກນັ້ນ, ຈຶ່ງໄດ້ເຊີນເອົາພໍ່ແມ່ຜູ້ປົກຄອງພ້ອມດ້ວຍລູກຫຼານຜູ້ທີ່ລະເມີດມາສຶກສາອົບຮົມກ່າວເຕືອນ, ໂດຍມີທ່ານ ພັທ ທອງຫອມ ທັນອໍລະພິມ,ຄະນະພັກຮາກຖານ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ແລະ ມີພະນັກງານກອງຈາລະຈອນເຂົ້າຮ່ວມ.

ພັທ ທອງຫອມ ທັນອໍລະພິມ ໃຫ້ຮູ້ວ່າ: ການທີ່ເຊີນເອົາພໍ່ແມ່ຜູ້ປົກຄອງ ແລະ ຜູ້ທີລະເມີດລະບຽບການສັນຈອນເຂົ້າມາໃນຄັ້ງນີ້, ກໍເພື່ອເປັນການສຶກສາອົບຮົມ ແລະ ກ່າວເຕື່ອນຜູ້ຂັບຂີ່ທີ່ປັບແຕ່ງສະພາບເຕັກນິກລົດ, ລົດດັດແປງໄຟຕາລົດ (ໄຟສີ) ຈຳນວນ 11 ຄັນ, ດັດແປ່ງທໍ່ອາຍເສຍດັງເກີນ 10 ຄັນ, ລົດໄຟຕາບໍ່ຮຸ່ງ ແລະ ໃສ່ຕີນນ້ອຍ 19 ຄັນ ເຊິ່ງເປັນການລະເມີດກົດລະບຽບການສັນຈອນທາງບົກ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ, ມີຜູ້ລະເມີດ 40 ຄົນ ອາຍຸ ລະຫວ່າງ 16 ຫາ 20 ປີ, ລົດຈັກທັງ 40 ຄັນ.

ຈາກນັ້ນ, ກໍໄດ້ສ້າງບົດບັນທຶກ ແລະ ນໍາເອົາເຄື່ອງອາໄຫຼ່ທີ່ຖືກຕ້ອງຕາມສະພາບເຕັກນິກຂອງໂຮງງານມາປ່ຽນໃສ່ລົດ,ຈຶ່ງອະນຸຍາດນຳເອົາລົດອອກໄປຊົມໃຊ້. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງຕໍ່ຜູ້ຂັບຂີ່ຫ້າມດັດແປ່ງເຕັກນິກລົດທຸກປະເພດ, ຫ້າມແຂ່ງລົດ, ຫ້າມຂີ່ລົດເປັນພຶງເປັນແພສ້າງຄວາມສັບສົນຢູ່ທ້ອງຖະໜົນຫຼວງ,ຖ້າຫາກຜູ້ໃດຝ່າຝືນທາງເຈົ້າໜ້າທີ່ພົບເຫັນຈະໄດ້ດຳເນີນຕາມລະບຽບກົດໝາຍໃນສະຖານໜັກ ຫຼື ເບົາ.

ຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...