Homeຂ່າວຕ່າງປະເທດງາມໜ້າ! ອາເມຣິກາ ຖືກລ້ວງຄວາມລັບ CIA ທໍລະມານນັກໂທດ ສຸດປ່າເຖື່ອນ! ສະຖານທູດສະຫະລັດທົ່ວໂລກ ເຕືອນພົນລະເມືອງ ລະວັງເຫດປະທ້ວງຮຸນແຮງ!

ງາມໜ້າ! ອາເມຣິກາ ຖືກລ້ວງຄວາມລັບ CIA ທໍລະມານນັກໂທດ ສຸດປ່າເຖື່ອນ! ສະຖານທູດສະຫະລັດທົ່ວໂລກ ເຕືອນພົນລະເມືອງ ລະວັງເຫດປະທ້ວງຮຸນແຮງ!

Published on

1_4

 

ສະຖານທູດສະຫະລັດອາເມຣິກາຫລາຍປະເທດທົ່ວໂລກ ເຕືອນພົນລະເມືອງໃຫ້ລະວັງຕົນເປັນພິເສດ ອາດເກີດການ

ລຸກຮືປະທ້ວງສະຫະລັດ ຫລັງ CIA ຖືກລ້ວງຄວາມລັບທໍລະມານນັກໂທດສຸດທາລຸນ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 11​ ທັນວານີ້ວ່າ ຄະນະກຳມາທິການການຂ່າວ ຂອງວຸດທິສະພາສະຫະລັດອາ

ເມຣິກາ ໄດ້ເປີດເຜີຍລາຍງານສະບັບໜຶ່ງ ເຊິ່ງສະເທືອນທົ່ວໂລກ ກ່ຽວກັບເລື່ອງວິທີການສອບປາກຄຳຜູ້ຕ້ອງສົງໄສທີ່

ເປັນສະມາຊິກກຸ່ມອັນກໍອິດະ ຂອງເຈົ້າໜ້າທີ່ໜ່ວຍສືບຂ່າວລັບສູນກາງຂອງສະຫະລັດ ຫລື CIA ທີ່ໃຊ້ວິທີການສຸດທໍລະ

ມານ ແລະ ໂຫດຫ້ຽມປ່າເຖື່ອນທີ່ສຸດ ຈົນເຮັດໃຫ້ສະຖານເອກອັກຄະລັດຖະທູດສະຫະລັດປະຈຳປະເທດຕ່າງໆໃນທົ່ວໂລກ

ເຊິ່ງລວມມີ ອັບການິດສະຖານ, ປາກິສະຖານ ແລະ ປະເທດໄທ ຕ້ອງໄດ້ອອກມາຖະແຫລງການເຕືອນພົນລະເມືອງຊາວ

ອາເມຣິກັນ ໃຫ້ລະມັດລະວັງຕົນຫລາຍຂຶ້ນເປັນພິເສດ ເພາະອາດຈະເກີດມີການປະທ້ວງຕໍ່ຕ້ານອາເມຣິກາຢ່າງຮຸນແຮງ

ຫລັງຈາກທີ່ມີການເປີດເຜີຍລາຍງານເລື່ອງຄວາມລັບຂອງ CIA ດັ່ງກ່າວ ອອກສູ່ສາທາລະນະວ່າງບໍ່ດົນມານີ້.

 

557000014657510

 

ສຳລັບລາຍງານເປີດເຜີຍຄວາມລັບດັ່ງກ່າວນີ້ ມີຄວາມຍາວກ່ວາ 6,000 ໜ້າ ເຊິ່ງໄດ້ລະບຸລາຍລະອຽດທີ່ສະເທືອນຂັວນ

ທີ່ສຸດ ເພາະ CIA ໄດ້ກະທຳການທໍລະມານຜູ້ຕ້ອງສົງໄສທັງທາງດ້ານຮ່າງກາຍ ແລະ ຈິດໃຈ ເປັນຕົ້ນແມ່ນການຈັບແກ້

ເສື້ອຜ້າອອກໃຫ້ເປືອຍກາຍຢູ່ໃນອາກາດເຢັນຈັດ, ປ່ອຍໃຫ້ອຶດຫິວ, ອັດແຮງດັນເຂົ້າເສັ້ນເລືອດ, ໃຫ້ອາຫານຜ່ານຮູທະ

ວານໜັກ, ບັງຄັບໃຫ້ອົດນອນດົນເຖິງ 180 ຊົ່ວໂມງ ດັ່ງນີ້ເປັນຕົ້ນ.

 

ຈາກການເປີດເຜີຍຂອງລາຍງານດັ່ງກ່າວ ແມ່ນໄດ້ກະທົບຕໍ່ພາບລັກຂອງສະຫະລັດອາເມຣິກາເອງ ທີ່ເວລາໃດກໍແອບ

ອ້າງຕົນເປັນເຈົ້າຈອມຜູ້ພິທັກສິດທິມະນຸດຂອງໂລກ ເຊິ່ງເກີດໃຫ້ມີຄວາມວິຕົກກັງວົນວ່າ ຂໍ້ມູນດັ່ງກ່າວນີ້ອາດຈະເຮັດ

ໃຫ້ຫຼາຍຝ່າຍຄຽດແຄ້ນ, ລຸກຂຶ້ນມາປະທ້ວງຕໍ່ໂທດກຳຂອງສະຫະລັດ ທີ່ທໍລະມານນັກໂທດດ້ວຍວິທີສຸດປ່າເຖື່ອນດັ່ງກ່າວ

ເຊິ່ງເຮັດໃຫ້ສະຖານເອກອັກຄະລັດຖະທູດຂອງສະຫະລັດຢູ່ຫລາຍປະເທດ ອອກເຕືອນປະຊາຊົນຂອງຕົນ ໃຫ້ຫລີກລ່ຽງ

ພື້ນທີ່ທີ່ມີການຊຸມນຸມ ເພາະອາດຈະມີການລຸກຮືຂຶ້ນປະທ້ວງສະຫະລັດ ຕໍ່ວິທີການທາລຸນອັນສຸດປ່າເຖື່ອນດັ່ງກ່າວ.

 

557000014657502

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...