Homeຂ່າວພາຍ​ໃນແຂ່ງຂັນຊົກມວຍລາວ ຊີງແຊັມສາຍແອວກຽດຕິຄຸນ

ແຂ່ງຂັນຊົກມວຍລາວ ຊີງແຊັມສາຍແອວກຽດຕິຄຸນ

Published on

ທ່ານ ສຸກດາລາ ນໍລະແສງ ຮອງປະທານສະຫະພັນມວຍລາວແຫ່ງຊາດ, ທັງເປັນປະທານບໍລິສັດ ທະວີຊັບ ກໍ່ສ້າງຂົວທາງຈຳກັດຜູ້ດຽວ ຖະແຫຼງຕໍ່ສື່ມວນຊົນໃນວັນທີ 14 ກຸມພາທີ່ຜ່ານມາ,ທີ່ນະຄອນຫຼວງວຽງຈັນ, ກ່ຽວກັບການຈັດການແຂ່ງຂັນຊົກມວຍລາວລະດັບຊາດຊີງແຊັມສາຍແອວກຽດຕິຄຸນຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຮອບທີ 2 ເຊິ່ງຈະຈັດຂຶ້ນໃນວັນທີ 23 ກຸມພາ 2024 ນີ້, ຢູ່ສະໜາມກິລາຫຼັກ 2 ນະຄອນປາກເຊ, ແຂວງຈຳປາສັກ.

อาจเป็นรูปภาพของ 1 คน, แท่นบรรยาย และ ข้อความ

ຈຸດປະສົງເພື່ອຄັດເລືອກເອົານັກກິລາມວຍໃນແຕ່ລະຮຸ່ນນ້ຳໜັກ ຄື: ຮຸ່ນ 51 ກິໂລ, 57 ກິໂລ ແລະ 65 ກິໂລ ກຽມສົ່ງເຂົ້າ ຮ່ວມແຂ່ງຂັນລາຍການແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນໃນຕໍ່ໜ້າ. ການແຂ່ງຂັນຄັ້ງນີ້ຈະຄັດເລືອກເອົາຜູ້ຊະນະເລີດໜຶ່ງດຽວໃນ 3 ຮຸ່ນນ້ຳໜັກ ເພື່ອໄປຊີງກັນໃນຮອບສຸດທ້າຍເພື່ອຊີງເອົາສາຍແອວກຽດຕິຄຸນຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

อาจเป็นรูปภาพของ 2 คน

ການແຂ່ງຂັນດັ່ງກ່າວນີ້ຈະມີທັງໝົດ 16 ຄູ່. ໃນນີ້ເປັນມວຍຮອບ 8 ຄູ່ ແລະ ມວຍປະກອບລາຍການ 8 ຄູ່, ໂດຍໄດ້ເຊີນເອົານັກມວຍຈາກປະເທດເພື່ອນ ບ້ານມາແຂ່ງກັບນັກມວຍລາວເພື່ອສ້າງສີສັນໃຫ້ງານຄຶກຄື້ນຂຶ້ນຕື່ມໂດຍບໍ່ໄດ້ເສຍຄ່າເຂົ້າຊົມ.ສຳລັບເງິນລາງວັນ ຮຸ່ນນ້ຳໜັກ 57 ກິໂລ ແລະ ຮຸ່ນ 65 ກິໂລ ຊະນະເລີດ ໄດ້ຮັບສາຍແອວກຽດຕິຄຸນຂອງທ່ານນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ, ພ້ອມເງິນລາງວັນ 100 ລ້ານກີບ ແລະ ຮອງຊະນະເລີດ ໄດ້ຮັບເງິນລາງວັນ 50 ລ້ານກີບ. ສ່ວນຮຸ່ນນ້ຳໜັກ 51 ກິໂລ ໄດ້ຮັບສາຍແອວ, ພ້ອມເງິນລາງວັນ 60 ລ້ານກີບ ແລະ ຮອງຊະນະເລີດ ໄດ້ຮັບເງິນລາງວັນ 30 ລ້ານກີບ.

ຂ່າວ: ວິທະຍຸກະຈາຍສຽງແຫ່ງຊາດ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...