spot_img
Homeນານາສາລະປະຈຳເດືອນມາບໍ່ປົກກະຕິເກີດຈາກສາເຫດໃດ?

ປະຈຳເດືອນມາບໍ່ປົກກະຕິເກີດຈາກສາເຫດໃດ?

Published on

ສາວໆຫຼາຍຄົນທີ່ປະຈຳເດືອນມາບໍ່ປົກກະຕິ, ບາງເດືອນມາ, ບາງເດືອນບໍ່ມາ ຫຼື ບາງເທື່ອກໍບໍ່ມາຫຼາຍເດືອນຕິດຕໍ່ກັນ, ໃຜທີ່ພົບບັນຫານີ້ຢູ່ກໍຄົງຈະຢາກຮູ້ວ່າສາເຫດທີ່ພາໃຫ້ປະຈຳເດືອນມາບໍ່ປົກກະຕິແມ່ນເກີດຈາກຫຍັງ? ມື້ນີ້ລາວໂພສຈະມາບອກໃຫ້ທຸກຄົນໄດ້ຮູ້ໄປນຳກັນ.

1. ເກີດຈາກຄວາມຕຶງຄຽດ: ເນື່ອງຈາກຄວາມຕຶງຄຽດມີຜົນຕໍ່ການປ່ຽນແປງຂອງຂະບວນການຜະລິດຮໍໂມນທີ່ກ່ຽວຂ້ອງກັບການຈະເລີນພັນ ແລະ ການມີປະຈຳເດືອນ.

2. ການຖືພາ: ຫາກທ່ານຫາກໍມີເພດສຳພັນແລ້ວມີອາການປະຈຳເດືອນບໍ່ມາ, ກໍອາດຈະບົ່ງບອກວ່າທ່ານຖືພາ.

3. ກ້າວເຂົ້າສູ່ໄວທອງ ຫຼື ໄວໝົດປະຈຳເດືອນ: ເມື່ອອາຍຸປະມານ 40 – 59 ປີ, ລະດັບຮໍໂມນເອສໂຕເຈນຈະຫຼຸດລົງ, ເນື່ອງຈາກຮັງໄຂ່ຢຸດການເຮັດວຽກ ໝາຍຄວາມວ່າການເປັນປະຈຳເດືອນຈະສິ້ນສຸດລົງຢ່າງຖາວອນ.

4. ນຳ້ໜັກເພິ່ມ ຫຼື ຫຼຸດລົງຫຼາຍເກີນໄປ: ການທີ່ມີນໍ້າໜັກເພິ່ມຂຶ້ນຈະເຮັດໃຫ້ຮ່າງກາຍຜະລິດຮໍໂມນເອສໂຕເຈນຫຼາຍເກີນໄປ ເຮັດໃຫ້ປະຈຳເດືອນບໍ່ມາ, ການທີ່ນໍ້າໜັກຫຼຸດລົງຫຼາຍເກີນໄປ ກໍເຮັດໃຫ້ຮ່າງກາຍຂາດສານອາຫານໄປກະຕຸ້ນການຜະລິດຮໍໂມນທີ່ເຮັດໃຫ້ໄຂ່ຕົກ ພາໃຫ້ຂາດປະຈຳເດືອນ.

5. ເປັນພະຍາດກ່ຽວກັບມົດລູກ: ພະຍາດຖົງນໍ້າໃນຮັງໄຂ່ຫຼາຍໜ່ວຍ, ເຄີຍຫຼຸລູກ ຫຼື ຂູດມົດລູກມາກ່ອນ.

ຂໍ້ມູນຂ້າງເທິງນີ້ແມ່ນສາເຫດທີ່ພາໃຫ້ປະຈຳເດືອນມາບໍ່ປົກກະຕິ, ແຕ່ເຮົາຈະມີວິທີປິ່ນປົວແນວໃດສາມາດອ່ານຕາມລຸ່ມນີ້:

1. ຫຼຸດຜ່ອນຄວາມຕຶງຄຽດ
2.ພັກຜ່ອນໃຫ້ຫຼາຍໆ, ເຮັດໃຫ້ຈິດໃຈຜ່ອນຄາຍ
3.ເລືອກຮັບປະທານອາຫານທີ່ມີສານອາຫານຄົບຖ້ວນ ແລະ ເໝາະສົມ
4. ຮັກສານຳ້ໜັກຕົວໃນເກນມາດຕະຖານ
5. ຫຼີກລ່ຽງຜິດຕິກຳທີ່ສ່ຽງຕໍ່ການທຳລາຍສຸຂະພາບໄດ້ແກ່: ການສູບຢາ, ການດື່ມເຄື່ອງດື່ມແອວກໍຮໍ, ເຄື່ອງດື່ມທີ່ມີຄາເຟອິນ ເປັນຕົ້ນ.

ຂໍ້ມູນຈາກ: ໂຮງໝໍສີຣີລາດ

ບົດຄວາມຫຼ້າສຸດ

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...