Homeຂ່າວພາຍ​ໃນປະຊາຊົນ 3 ບ້ານຂອງເມືອງຂວາ ຮັບການຊ່ວຍເຫຼືອຈາກອົງການກາແດງ

ປະຊາຊົນ 3 ບ້ານຂອງເມືອງຂວາ ຮັບການຊ່ວຍເຫຼືອຈາກອົງການກາແດງ

Published on

ໃນວັນທີ 7 ກຸມພາ ທີ່ຜ່ານມາ, ທ່ານ ສຈ.ດຣ. ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມເຮັດວຽກຊຸກຍູ້ວຽກງານກາແດງທີ່ເມືອງຂວາ, ແຂວງຜົ້ງສາລີ, ໃນໂອກາດທີ່ທ່ານເຄື່ອນໄຫວຢ້ຽມຢາມ, ທ່ານຍັງໄດ້ນຳເອົາເຄື່ອງນຸ່ງຫົ່ມຈຳນວນ 120 ຊຸດມາມອບໃຫ້ໃຫ້ແກ່ປະຊາຊົນທີ່ທຸກຍາກຂາດເຂີນ ຈຳນວນ 3 ບ້ານ ລວມ 26 ຄອບຄົວ ຈຳນວນ 80 ຄົນ ຍິງ 34 ຄົນ ໄດ້ແກ່ບ້ານກິວ, ບ້ານ ຈາກກູດ(ໜ່ວຍຫ້ວຍແສນ), ບ້ານສາງຫວຍ(ໜ່ວຍບ້ານເພຍ) ໂດຍຊ້ອງໜ້າອຳນາດການປົກຄອງເມືອງ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານດັ່ງກ່າວ ລວມມູນຄ່າການຊ່ວຍເຫຼືອໃນຄັ້ງນີ້ 18 ລ້ານກີບ ເຊິ່ງໄດ້ຮັບການສະໜັບສະໜູນຈາກສະພາກາຊາດໄທ.

ຂ່າວ: ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...