Homeຂ່າວພາຍ​ໃນເມືອງຊໍາເໜືອ ເກັບລາຍຮັບຫຼາຍກວ່າ 6 ຕື້ 100 ລ້ານກີບ

ເມືອງຊໍາເໜືອ ເກັບລາຍຮັບຫຼາຍກວ່າ 6 ຕື້ 100 ລ້ານກີບ

Published on

ທ່ານ ອ່ອນພັນ ທອງທິດາ, ເຈົ້າເມືອງໆຊໍາເໜືອ, ແຂວງຫົວພັນໃຫ້ສໍາພາດວ່າ: ນັບແຕ່ປີ 2021-2023 ຜ່ານມາ ເມືອງຊໍາເໜືອ ສາມາດຈັດເກັບລາຍຮັບງົບປະມານໄດ້ຫລາຍກວ່າ 11 ຕື້ 150 ລ້ານກີບ, ກວມເອົາ 98,66 ສ່ວນຮ້ອຍຂອງແຜນການປີ 11 ຕື້ 300 ລ້ານກີບ, ສະເພາະປີ 2023 ຜ່ານມາ, ສາມາດເກັບລາຍຮັບເຂົ້າງົບປະມານໄດ້ຫລາຍກວ່າ 6 ຕື້ 100 ລ້ານກີບ, ທຽບໃສ່ແຜນການຈັດຕັ້ງປະຕິບັດໄດ້ຮ້ອຍສ່ວນຮ້ອຍ.

May be an image of 1 person

ທ່ານ ອ່ອນພັນ ທອງທິດາ ໃຫ້ຮູ້ຕື່ມວ່າ: ອົງການປົກຄອງເມືອງຊໍາເໜືອ ໄດ້ເນັ້ນໜັກໃສ່ 4 ວຽກຈຸດສຸມບູລິມະສິດເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນເປັນຕົ້ນສົ່ງເສີມການຜະລິດເພື່ອທົດແທນການນໍາເຂົ້າ, ໂດຍສຸມໃສ່ສົ່ງເສີມການຜະລິດເປັນສິນ ຄ້າເພື່ອສົ່ງອອກ ແລະ ສ້າງລາຍຮັບໃຫ້ປະຊາຊົນຕາມທ່າແຮງຂອງແຕ່ລະທ້ອງຖີ່ນ, ສ້າງຄວາມເຂັ້ມແຂງດ້ານການເກັບລາຍຮັບ, ປັບປຸງບັນດານິຕິກຳກ່ຽວກັບການເກັບລາຍຮັບໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ຫັນເປັນລະບົບທັນສະໄໝຜ່ານປະຕູດຽວ, ເຮັດໃຫ້ການເກັບລາຍຮັບເພີ່ມຂື້ນ ແລະ ລື່ນຄາດໝາຍທີ່ວາງໄວ້, ຍົກສູງປະສິດທິພາບປະສິດທິຜົນໃນການປະຢັດມັດທະຢັດເພື່ອຕ້ານການຟູມເຟື່ອຍ, ເພີ່ມທະວີປະສິດທິພາບໃນການຄຸ້ມຄອງລັດຄຸ້ມຄອງສັງຄົມໃຫ້ເຂົ້າສູ່ລະບຽບກົດໝາຍເທື່ອລະກ້າວ.

May be an image of 7 people and text

ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນວ່າວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຍັງມີຫລາຍດ້ານຕ້ອງສືບຕໍ່ປັບປຸງແກ້ໄຂເປັນຕົ້ນດ້ານພູມສັນຖານເນື້ອທີ່ທຳການຜະລິດຍັງຈໍາກັດ, ທືນຮອນເພື່ອຕອບສະໜອງໃຫ້ແກ່ກຸ່ມການຜະລິດຍັງບໍ່ພຽງພໍກັບຄວາມຕ້ອງການຕົວຈິງ ແລະ ອື່ນໆ.

ຂ່າວ: ວິທະຍຸກະຈາຍສຽງແຫ່ງຊາດລາວ.

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...