spot_img
Homeຂ່າວພາຍ​ໃນສູນຂໍ້ມູນຂ່າວສານການທ່ອງທ່ຽວເມືອງວຽງໄຊ

ສູນຂໍ້ມູນຂ່າວສານການທ່ອງທ່ຽວເມືອງວຽງໄຊ

Published on

ອົງການຄົນພິການອາຊີເພື່ອການພັດທະນາ ໄດ້ຈັດພິທີມອບ-ຮັບ ແລະ ເປີດນຳໃຊ້ສູນຂໍ້ມູນຂ່າວສານການທ່ອງທ່ຽວເມືອງວຽງໄຊ, ທີ່ເມືອງວຽງໄຊ,ແຂວງຫົວພັນ ໃນວັນທີ 7 ກຸມພາທີ່ຜ່ານມາ, ໂດຍມີ ທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງໆຫົວພັນ, ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ, ທ່ານ ໂຄບະຢະຊິ ເຄນອິຈິ ເອກອັກຄະລັດຖະທູດຢີ່ປຸ່ນ ປະຈຳ ສປປ ລາວ, ມີພາກສ່ວນກ່ຽວຂ້ອງຂັ້ນກະຊວງ, ຂັ້ນແຂວງ, ເມືອງວຽງໄຊ ແລະ ພະນັກງານອົງການຄົນ ພິການອາຊີເພຶ່ອການພັດທະນາເຂົ້າຮ່ວມ.

May be an image of 2 people and text

ຈຸດປະສົງໃນການກໍ່ສ້າງເພຶ່ອເປັນການສະໜອງຂໍ້ມູນການທ່ອງທ່ຽວທີ່ສຳຄັນຕ່າງໆ ຢູ່ ສປປ ລາວ ໂດຍສະເພາະແມ່ນແຂວງຫົວພັນ, ພ້ອມທັງພັດທະນາ, ຍົກລະດັບການທ່ອງທຽ່ວ ພາຍໃນແຂວງຫົວພັນໃຫ້ມີຄວາມສະດວກ, ເປັນຕົ້ນແມ່ນແຫຼ່ງທ່ອງທ່ຽວທາງດ້ານປະຫວັດສາດ, ວັດທະນະທຳ ແລະ ທຳມະຊາດ ພິເສດແມ່ນທ່ຽວຊົມຖ້ຳທ່ານຜູ້ນຳຕ່າງໆ, ດອກຄາຍປ່າ ແລະ ດອກສະກຸລະ, ພ້ອມທັງເປັນການໂຄສະນາ, ດືງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາແຂວງຫົວພັນໃຫ້ນັບມື້ຫຼາຍຂື້ນ. ໃນໂອກາດດຽວກັນນີ້ ບັນດາທ່ານແຂກທີເຂົ້າ ຮ່ວມພິທີຍັງໄດ້ຮ່ວມຕັດແຖບຜ້າ ແລະ ຍ່າງມະລາທອນທ່ຽວຊົມເມືອງວຽງໄຊຕື່ມອີກ.

May be an image of 12 people, dais, hospital and text

ໂຄງການກໍ່ສ້າງສູນຂໍ້ມູນຂ່າວສານການທ່ອງທ່ຽວເມືອງວຽງໄຊ ແມ່ນໄດ້ລົງມືກໍ່ສ້າງມາແຕ່ວັນທີ 31 ມີນາ 2023 ແລະ ໄດ້ສຳເລັດໃນວັນທີ 31 ມັງກອນ 2024, ເປັນອາຄານກໍ່ຊັ້ນດຽວມີ 2 ຫ້ອງ, ກ້ວາງ 5 ແມັດ, ຍາວ 10 ແມັດ, ເຄື່ອງເຟີນີເຈີຄົບຊຸດ, ລວມມູມຄ່າກໍ່ສ້າງທັງໝົດແມ່ນ 300 ລ້ານກວ່າກີບ, ເຊິ່ງແມ່ນທຶນຊ່ວຍເຫຼືອຈາກອົງການຄົນພິການອາຊີເພຶ່ອການພັດທະນາ.

ຂ່າວ-ພາບ: ອຸທິດາ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...