spot_img
Homeຂ່າວພາຍ​ໃນຄຳມ່ວນ ຈັດເກັບລາຍຮັບໄດ້ 2.724 ຕື້ກີບ

ຄຳມ່ວນ ຈັດເກັບລາຍຮັບໄດ້ 2.724 ຕື້ກີບ

Published on

ທ່ານ ຄຳສິງ ໄຊສິດທິເດດ ຫົວໜ້າພະແນກການເງິນແຂວງຄຳມ່ວນ ລາຍງານກ່ຽວກັບການຈັດຕັ້ງປະຕິບັດການຄຸ້ມຄອງຈັດເກັບລາຍຮັບງົບປະມານ ປີ 2023 ແລະ ທິດທາງແຜນການປີ 2024 ໃນວັນທີ 6 ກຸມພາ ໃຫ້ຮູ້ວ່າ: ໃນປີ 2023 ແຂວງຄໍາມ່ວນ ໄດ້ຮັບການມອບໝາຍຈັດເກັບລາຍຮັບເຂົ້າງົບປະມານ 1.742 ຕື້ກີບ. ຜ່ານການຈັດຕັ້ງປະຕິບັດໄດ້ທັງໝົດ 2.724 ຕື້ກີບ ເທົ່າກັບ 156,38% ຂອງແຜນ, ໃນນັ້ນລາຍຮັບສູນກາງແຜນປີ 788,00 ຕື້ກີບ, ປະຕິບັດໄດ້ 978,73 ຕື້ກີບ ເທົ່າກັບ 124,21 ຕື້ກີບ, ລາຍຮັບທ້ອງຖິ່ນ ແຜນປີ 954,21 ຕື້ກີບ, ປະຕິບັດໄດ້ 1.746 ຕື້ກີບ ເທົ່າກັບ 182,94% ຂອງແຜນປີ. ສ່ວນດ້ານລາຍຈ່າຍແຜນການປີ 742,43 ຕື້ກີບ, ປະຕິບັດໄດ້ 739,73 ຕື້ກີບ ເທົ່າກັບ 99,64%.

May be an image of 1 person and text that says 'ลาว 528'

ສຳລັບປີ 2024 ແມ່ນໄດ້ຮັບຕົວເລກມອບໝາຍທັງໝົດ 2.417 ຕື້ກີບ, ທຽບໃສ່ປີ 2023 ເພີ່ມຂຶ້ນ 27,93% ຫຼືເທົ່າກັບ 675,21 ຕື້ກີບ. ໃນນັ້ນ,ລາຍຮັບສູນກາງ 1.045 ຕື້ກີບ, ເພີ່ມຂຶ້ນ 24,59% ແລະ ລາຍຮັບທ້ອງຖິ່ນ 1.372 ຕື້ກີບ, ເພີ່ມຂຶ້ນ 30,48%. ສ່ວນແຜນຄາດຄະເນທາງດ້ານລາຍຈ່າຍ ທັງໝົດ 546,59 ຕື້ກີບ, ຫຼຸດລົງ 7,11% ແລະ ໃນປີ 2024 ລັດຖະບານກໍ່ໄດ້ສືບຕໍ່ໃນການຫັນແຂວງຄຳມ່ວນເປັນແຂວງທີ່ກຸ້ມຕົນເອງທາງດ້ານລາຍຈ່າຍງົບປະມານ.

No photo description available.
ເພື່ອເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານ ໃຫ້ບັນລຸ – ເກີນແຜນ ແລະ ຄຸ້ມຄອງລາຍຈ່າຍຢ່າງມີປະສິດທິຜົນ, ຂະແໜງການເງິນກໍ່ໄດ້ວາງວຽກງານຈຸດສຸມ ແລະ ມາດຕະການຈັດຕັ້ງປະຕິບັດຄື: ສູ້ຊົນຈັດເກັບລາຍຮັບໃຫ້ພຽງພໍກັບລາຍຈ່າຍ, ຮັບປະກັນໃຫ້ມີລາຍຮັບທີ່ສາມາດດຸ່ນດ່ຽງໃຫ້ຂັ້ນສູນກາງ ກ້າວໄປເຖິງມີລາຍຮັບທີ່ເກີນແແຜນ ພ້ອມທັງມອບຄວາມຮັບຜິດຊອບໃຫ້ແກ່ຂະແໜງຄັງເງິນເຮັດໜ້າທີ່ກວດກາຄວາມຖືກຕ້ອງທາງດ້ານເອກະສານ ກ່ອນການເບີກຈ່າຍ ແລະ ຂະແໜງປະມານ, ເຮັດໜ້າທີ່ຕິດຕາມ, ກວດກາພາຍຫຼັງການເບີກຈ່າຍຢ່າງເຂັ້ມງວດ, ເພື່ອຮັບປະກັນທາງດ້ານລາຍຈ່າຍມີຄວາມຖືກຕ້ອງ, ສອດຄ່ອງຕາມລະບຽບກົດໝາຍ, ບໍ່ໃຫ້ມີການເບີກຈ່າຍເງິນນອກແຜນ. ນອກນີ້,ສຳລັບລາຍຈ່າຍຢູ່ຂັ້ນເມືອງ ແມ່ນມອບໃຫ້ເປັນຄວາມຮັບຜິດຊອບຂອງເມືອງເປັນຜູ້ຄຸ້ມຄອງ ແລະ ອະນຸມັດການເບີກຈ່າຍທາງດ້ານງົບປະມານທັງໝົດຢູ່ໃນຂັ້ນເມືອງ, ສ່ວນແຂວງຈະເຮັດໜ້າທີ່ໃນການຕິດຕາມ ແລະ ກວດກາ.

ຂ່າວ: khammouane News

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...