Home​ຂ່າວທ່ອງທ່ຽວຕາດ​ນ້ຳ​ກັດ ອຸດົມໄຊ

ຕາດ​ນ້ຳ​ກັດ ອຸດົມໄຊ

Published on

IMG_5566

ແຂວງ​ອຸດົມ​ໄຊ​ໄດ້​ພັດ​ທະນາ ​ແລະ ບຸກ​ເບີກ​ສະຖານ​ທີ່​ທ່ອງ​ທ່ຽວ​ໃໝ່​ແບບ​ ອະນຸລັກ​ທຳ​ມະ​ຊາດນັ້ນ​ກໍ​ຄື “ຕາດ​ນ້ຳ​ກັດ​ໂຢລະ​ພາ” ​ເຊິ່ງ​ເຮົາ​ສາມາດ​ເວົ້າ​ໄດ້​ເຕັມ​ປາກ​ວ່າ ຕາດ​ດັ່ງກ່າວ​ນີ້​ງາມ​ບໍ່​ໜ້ອຍໜ້າ​ຕາດ​ໃດໆ ​ເລີຍ​ພາຍ​ໃນ​ປະ​ເທດ ຫຼື​ ເວົ້າ​ໄດ້​ວ່າບໍ່​ເປັນ​ສອງ​ຮອງ​ຕາດ​ໃດໆ ​ໃນ​ຂົງ​ເຂດ​ອາ​ຊຽນ​ເຮົາ​ນີ້. ຕາດ​ນ້ຳ​ກັດ​ໄດ້​ເປີດ​ໂຕ​ໃຫ້​ນັກ​ທ່ອງ​ງທ່ຽວ​ເຂົ້າ​ຊົມ​ຢ່າງ​ເປັນ​ທາງ​ການ​ເມື່ອ​ເດືອນ​ຕຸລາ 2014 ທີ່​ຜ່ານ​ມາ​​ເພື່ອ​ກຽມພ້ອມ​ການ​ຕ້ອນຮັບ ນັກ​ທ່ອງ​ທ່ຽວ​ທີ່​ຈະ​ມາ​ທ່ຽວ​ຊົມ​​ເນື່ອງ​ໃນ​ແຂວງ​ອຸດົມ​ໄຊຈະ​ໄດ້​ຈັດງານ ມະຫະກຳ​ກິລາແຫ່ງ​ຊາດຄັ້ງ​ທີ່ 10 ທີ່​ຈະ​ມາ​ຮອດ​ມໍ່ໆ​ນີ້!

IMG_6029

PDS_7294

ຕາດ​ນ້ຳ​ກັດ​ນີ້​ຢູ່​ໃນ​ເຂດ​ປ່າ​ສະຫງວນເກືອ​ບ 6,000 ​ເຮັກຕາ ​ທີ່​ອຸດົມສົມບູນ​​ໄປ​ດ້ວຍ​ຊີວະ​ນານາ​ພັນ, ຕົ້ນ​ໄມ້​ໃຫຍ່​ສູງ​ອາຍຸ​ຫຼາຍ​ຮ້ອຍ​ປີ ເຊິ່ງຜູ້​ບຸກ​ເບີກເພີ່ນ​ກໍ​ເລີຍ​ພັດທະນາ​ ​ແລະ ສ້າງ​ແຫຼ່ງທ່ອງ​ທ່ຽວ​ແບບ​ອະນຸລັກ​ທີ່​ມີ​ ກິດຈະກຳ​ໃຫ້​ເຮັດ​ອັນ​ຫຼາກ​ຫຼາຍ: ການ​ສ້າງ​ເຮືອນຕົ້ນ​ໄມ້​ເພື່ອ​ເບິ່ງ​ສັດ, ຂ້າມຂົວ​ທີ່​ເຮັດ​ດ້ວຍ​ສາຍ​ສະ​ລິງ ປະສົມ​ກັບ​ໄມ້​ທີ່​ສ່ວນ​ງາມ​ ເພື່ອ​ເຊື່ອມ​ຕໍ່​ສອງ​ປ່າ​ເຂົ້າ​ຫາ​ກັນ, ​ໂຫນ​ສະ​ລິງ​ທີ່​ມີ​ຄວມ​ຍາວ 3,000 ​ແມັດ, ຂີ່​ລົດ​ເສືອ​ພູ​ເຂົາ​ເລາະ​ຕາມ​ປ່າ, ປີນ ​ແລະ ປ່ອຍ​​ໂຕຂຶ້ນ​ລົງ​ໜ້າ​ຜາ​(ຕາດ)ອັນ​ສູງ​ຊັນ, ການ​ເດີນ​ປ່າ​​ແບບ​ຄ້າງ​ຄືນທີ່​ມີ​ຣີຊອດ  ​ແລະ ​ໂຮມ​ສະ​ເຕ ກັບ​ປະຊາຊົນ​ໄວ້​ຮອງ​ຮັບ. ແຕ່​ອັນ​ທີ່​ເປັນ​ພະ​ເອກຂອງ​ປ່າ​ສະຫງວນ ​ບໍລິ​ເວນ​ນີ້​ແມ່ນ​ເປັນຕາ​ດນ້ຳ​ກັດທີ່​ ສວຍງາມ​ທີ່​ສຸດທີ່​ມີໜ້າ​ຜາ​ສູງ​ເຖິງ 50 ​ແມັດ ​ເຊິ່ງມີ​ນ້ຳ​​ໃສ​ເຢັນໄຫຼ​​ຈາກ​ເທິງ​ພູ​ຕະຫຼອດ​ປີ ລຸ່ມ​ລົງ​ມາຕີ​ນຜາ​ກໍ​ເປັນ​ອ່າງ​ນ້ຳ​ໃຫ້​ລອຍ​ຫຼິ້ນ​ຕາມ​ໃຈ​ມັກ ​ເຫັນ​ແລ້ວ​ກໍ​ເປັນຕາ​ອອນຊອນ​ແທ້ໆ.

IMG_6720

PDS_7602

ຈຸດ​ດີ​ຂອງ​ແຫຼ່ງທ່ອງ​ທ່ຽວ​ຕາດ​ນ້ຳ​ກັດ​ ບໍ່​ສະ​ເພາະ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ ​ທີ່​ສວຍ​ງາມ​​ເທົ່າ​ນັ້ນແຕ່ ມັນ​ຍັງ​ໄດ້​ສ້າງ​ລາຍ​ຮັບ​ໃຫ້​​ແຂວງ, ປະຊາຊົນ​ທ້ອງ​ຖິ່ນໃຫ້​ມີລາ​ຍຮັບ ​ແລະ ວຽກ​ເຮັດ​ງານ​ທຳຈາກ​ທີ່​ເຄີຍ​ເກັບ ​ເຄື່ອງ​ປ່າ​ຂອງ​ດົງ​ແບບ​ເອກະ​ເທດ​ ໃຫ້​ຫັນ​ມາ​ມີ​ສ່ວນ​ຮ່ວມ​ອະນຸລັກ ​ແລະ ​ເກັບ​ເຄື່ອງ​ປ່າ​ຂອງ​ດົງ​ແບບ​ຍືນ​ຍົງ, ນອກ​ນັ້ນ ຜູ້ສຳປະ​ທານ ​ເຊິ່ງ​ແມ່ນ ​ທ່ານ ສົມ​ເພັດ​ ມ້າວ​ປະ​ເສີດ ປະທານ​ບໍລິສັດ ARI ​ເຊິ່ງ​ໄດ້ສຳ​ປະທານ​ເຂດ​ດັ່ງ​ກ່າວ​ເປັນ​ເວລາ 45 ປີ ​ເພີ່ນ​ ​ໄດ້​ເຮັດ​ສັນຍາ​ສຳ​ປະທານ​ປ່າ​ແບບ​ອະນຸລັກ ​​ແລະ​ຍືນ​ຍົງ​ໃຫ້​ເປັນ​ແຫຼ່ງທ່ອງ​ທ່ຽວ ​ຕົກ​ທອດ​ສູ່ລຸ້ນລູກ​ຫຼານ ​ເພີ່ນ​ໄດ້​ສົມທົບ​ກັບ​ພາກສ່ວນ​ອຳນາດ​ ການ​ປົກ​ຄອງ​ທ້ອງ​ຖິ່ນ​ ​ແລະ ​ເຈົ້າ​ໜ້າ​ທີ່​ປ່າ​ໄມ້ ຕັ້ງ​ສູນ ​ແລະ ຈຸດ ​ເຝົ້າ​ເວ​ນຍາມ​​ເພື່ອ​ບໍ່​ໃຫ້​ມີ​ການ​ລັກ​ລອບ​ລ່າ​ສັດປ່າ ​ແລະ ຕັດ​ໄມ້​ດັ່ງ​ນີ້​ເປັນ​ຕົ້ນ.

PDS_7710

PDS_8530

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...