spot_img
Homeນານາສາລະອັນດັບທີ 7 ໃນອາຊຽນ

ອັນດັບທີ 7 ໃນອາຊຽນ

Published on

ປະເທດທີ່ມີການສໍ້ລາດບັງຫຼວງໜ້ອຍທີ່ສຸດ ອີງຕາມການຈັດລຳດັບຂອງ Transparency International (TI) ຫຼື ອົງການຄວາມໂປງໃສນານາຊາດ. ເຊິ່ງໃນວັນທີ 30 ມັງກອນ ທີ່ຜ່ານມາ, ໄດ້ເຜີຍແຜ່ດັດສະນີຕົວເລກການສໍ້ລາດບັງຫຼວງ (CPI) ປະຈຳປີ 2023, ໂດຍໄດ້ມີການປະເມີນພາບລັກການສໍ້ລາດບັງຫຼວງໃນ 180 ປະເທດທົ່ວໂລກ, ເຊິ່ງຈະມີການໃຫ້ຄະແນນເລີ່ມແຕ່ 0 ໝາຍເຖິງມີການສໍ້ລາດບັງຫຼວງຫຼາຍ ໄປຈົນຮອດ 100 ໝາຍເຖິງມີການສໍ້ລາດບັງຫຼວງໜ້ອຍ, ຈາກການສະຫຼຸບຜົນການໃຫ້ຄະແນນເຫັນວ່າ ອັນດັບທີ 1 ໄດ້ແກ່ ປະເທດເດນມາກ 90 ຄະແນນ, ອັນດັບທີ 2 ແມ່ນ ປະເທດຟິນແລນ 87 ຄະແນນ ແລະ ອັນດັບທີ 3 ຄື ປະເທດນິວຊີແລນ 85 ຄະແນນ.

ສຳລັບບັນດາໃນປະເທດອາຊຽນ, ປະເທດທີ່ມີການສໍ້ລາດບັງຫຼວງໜ້ອຍທີ່ສຸດ ໄດ້ເປັນອັນດັບທີ 1 ແມ່ນປະເທດສິງກະໂປ ມີ 83 ຄະແນນ (ອັນດັບທີ 5 ຂອງໂລກ) ແລະ ອັນດັບສຸດທ້າຍຂອງອາຊຽນໄດ້ແກ່ ປະເທດມຽນມາ ມີ 20 ຄະແນນ (ອັນດັບທີ 162 ຂອງໂລກ). ສ່ວນ ສປປ ລາວ ເຮົາ ແມ່ນໄດ້ 28 ຄະແນນ (ອັນດັບທີ 136 ຂອງໂລກ).

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...