spot_img
Homeຂ່າວພາຍ​ໃນຮອງປະທານປະເທດ ລົງມອບເຄື່ອງໃຫ້ປະຊາຊົນ ເມືອງຫລາ ແຂວງອຸດົມໄຊ

ຮອງປະທານປະເທດ ລົງມອບເຄື່ອງໃຫ້ປະຊາຊົນ ເມືອງຫລາ ແຂວງອຸດົມໄຊ

Published on

ໃນໂອກາດເດີນທາງຢ້ຽມຢາມ ແຂວງ ອຸດົມໄຊ ໃນລະຫວ່າງວັນທີ 31 ມັງກອນ ຫາ 2 ກຸມພາ 2024 ຜ່ານມາ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ພ້ອມຄະນະໄດ້ລົງພົບປະຢ້ຽມຢາມ ແລະ ມອບເຄື່ອງຕ້ານໄພໜາວ ໃຫ້ພໍ່ແມ່ປະຊາຊົນ ແລະ ລຸກຫລານ ຢູ່ເຂດພູດອຍ ຫ່າງໄກສອກລີກ ເມືອງຫລາ ແຂວງອຸດົມໄຊ ໂດຍສະເພາະແມ່ນມອບ ເຄື່ອງນຸ່ງຫົ່ມ, ອຸປະກອນການສຶກສາ ແລະ ທຶນການສຶກສາ ໃຫ້ປະຊາຊົນກຸ່ມອາໂນ, ບ້ານປາງປໍ.

ໃນໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ຮັບຟັງການລາຍງານສະພາບໂດຍຫຍໍ້ຂອງເມືອງຫລາ ເຊິ່ງ ໄລຍະທີ່ຜ່ານມາ ເມືອງຫລາ ໄດ້ຮັບພັດທະນາພື້ນຖານໂຄງລ່າງເຊັ່ນ: ເສັ້ນທາງລົດ, ໂຮງຮຽນ, ໂຮງໝໍນ້ອຍ, ຕາຂ່າຍໄຟຟ້າ ແລະ ເຄືອຂ່າຍໂທລະສັບ (ລະບົບອິນເຕີເນັດ). ແຕ່ເຖິງຢ່າງໃດກໍຕາມເມືອງຫລາ ຍັງມີຄວາມຫຍຸ້ງຍາກຫລາຍດ້ານ ໂດຍສະເພາະ ທີ່ຕັ້ງພູມສັນຖານ ງມີພື້ຍັນທີ່ຄ້ອຍຊັນ, ມີພູດອຍກວມ 99% ພື້ນທີ່ການຜະລິດກະແຈກກະຈາຍ. ນອກນີ້, ຄວາມຮູ້, ຄວາມສາມາດໃນການນໍາພາ-ຊີ້ນໍາ ຂອງຄະນະພັກອົງການປົກຄອງບ້ານ ຍັງບໍ່ທັນເຂັ້ມແຂງເທົ່າທີ່ຄວນ; ການຜະລິດສ່ວນຫລາຍຍັງແມ່ນອີງໃສ່ທຳມະຊາດແບບດັ້ງເດີມ, ການຜະລິດເປັນສິນຄ້າຍັງບໍ່ທັນເປັນຂະບວນຟົດຟື້ນ, ປະຊາຊົນບ້ານກະແຈກກະຈາຍ ເຮັດໃຫ້ໃນການຄຸ້ມຄອງພົນລະເມືອງມີຄວາມຊັບສົນ, ນໍ້າລິນສະອາດບໍ່ພຽງພໍ. ສະນັ້ນ, ສະເໜີຂໍໃຫ້ສະໜອງເສົາໄຟຟ້າ, ຊອກແຫລ່ງທຶນເພື່ອພັດທະນາພື້ນຖານໂຄງລ່າງ ເພື່ອຫັນປ່ຽນຈາກອາຊີບການເຮັດໄຮ່-ເຮັດສວນແບບເລື່ອນລອຍ ເປັນອາຊີບຄົງທີ່, ປັບແຜນຜັງຂອງບ້ານ ແລະ ນ້ຳລິນສະອາດໃຫ້ພຽງພໍ.

ທ່ານຮອງປະທານປະເທດ ໄດ້ສະແດງຄວາມຊົມເຊີຍຕໍ່ອໍານາດການປົກຄອງເມືອງ ກໍຄື ກຸ່ມບ້ານ ທີ່ໄດ້ເອົາໃຈໃສ່ເຂົ້າໃນການນໍາພາ-ຊີ້ນໍາ ພໍ່ແມ່ປະຊາຊົນ ສະແດງອອກເຫັນໄດ້ຢ່າງເດັ່ນຊັດຄື: ໃນກ່ອນຊີວີດ ການເປັນຢູ່ຂອງປະຊາຊົນພົບຄວາມຫຍຸ້ງງຍາກ, ເຮືອນຢູ່ຂອງປະຊາຊົນແບບປະຖົມປະຖານ. ແຕ່ມາຮອດປັດຈຸບັນພື້ນຖານໂຄງລ່າງຂອງບ້ານ ໄດ້ຮັບການພັດທະນາ, ປະຊາຊົນມີເຮືອນຢູ່ແບບຖາວອນ, ຄອບຄົວທຸກຍາກໄດ້ຫລຸດລົງ, ປະຊາຊົນມີຊີວິດການເປັນຢູ່ນັບມື້ດີຂຶ້ນ. ພ້ອມກັນນີ້, ທ່ານຍັງໄດ້ຊີ້ນໍາບາງດ້ານແກ່ອໍານາດການປົກຄອງ ໂດຍເນັ້ນໃຫ້ອໍານາດການປົກຄອງຈົ່ງເອົາໃຈໃສ່ ໃນການນຳພາ-ຊີ້ນໍາ ເປັນຕົ້ນ ການສຶກສາອົບຮົມດ້ານວຽກງານການເມືອງແນວຄິດ, ນໍາພາປະຊາຊົນເອົາໃຈໃສ່ເຂົ້າໃນການປຸກຝັງ-ລຽ້ງສັດ ໃຫ້ຫລາຍກາຍເປັນສິນຄ້າ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ ເພາະພູມສັນຖານຂອງບ້ານແມ່ນເປັນເຂດພູດອຍ. ສະນັ້ນ, ຈຶ່ງເໜາະແກ່ການລຽ້ງສັດ; ໃຫ້ອໍານາດການປົກຄອງທຸກຂັ້ນ ໃຫ້ຄວາມຮູ້ດ້ານວິຊາການໃນການປຸກ-ການລ້ຽງ ແກ່ປະຊາຊົນ ເພື່ອເຮັດໃຫ້ໄດ້ຮັບປະສິດທິຜົນສູງ ແລະ ດ້ານອື່ນໆ. ທ່ານຮອງປະທານປະເທດຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາ-ຊີ້ນໍາຂອງອົງຄະນະພັກແຕ່ລະຂັ້ນ ຈະເຮັດໃຫ້ພື້ນຖານໂຄງລ່າງດ້ານເສດຖະກິດພາຍໃນກຸ່ມ ກໍຄື ບ້ານ ຈະໄດ້ຮັບການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນພາຍໃນບ້ານນັບມື້ດີຂື້ນ ໂດຍສະເພາະແມ່ນ ຄວາມທຸກຍາກຂອງປະຊາຊົນຈະຫລຸດລົງເທື່ອລະກ້າວ ເພາະປະຊາຊົນມີມູນເຊື້ອຄວາມດຸໜັ້ນຢູ່ແລ້ວ.

ຈາກນັ້ນ, ທ່ານຮອງປະທານປະເທດ ໄດ້ສືບຕໍ່ລົງຢ້ຽມຢາມ ການປຸກໝາກຖົ່ວເປັນສິນຄ້າ ຂອງປະຊາຊົນຢູ່ພາຍໃນເຂເທດສະບານເມືອງຫລາ ແລະ ຢ້ຽມຊົມເຮືອນຊົນເຜົ່າຕ່າງໆຢູ່ເຂດສະໜາມກິລາຂອງແຂວງ ຕື່ມອີກ.

ຈາກ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...