Homeຂ່າວຕ່າງປະເທດຫວຽດນາມ - ເກົາຫລີໃຕ້ ບັນລຸຂໍ້ຕົກລົງການຄ້າເສລີ ຫລັງເຈລະຈາດົນ ເຖິງ 28 ເດືອນ

ຫວຽດນາມ – ເກົາຫລີໃຕ້ ບັນລຸຂໍ້ຕົກລົງການຄ້າເສລີ ຫລັງເຈລະຈາດົນ ເຖິງ 28 ເດືອນ

Published on

South Korean President Park Geun-hye shakes hands with Vietnamese Prime Minister Nguyen Tan Dung during a news conference after a bilateral meeting in Busan

 

ຫວຽດນາມ ແລະ ເກົາຫລີໃຕ້ ບັນລຸຂໍ້ສະຫລຸບຂອງຂໍ້ຕົກລົງການຄ້າເສລີ (FTA) ໃນວັນທີ 10 ທັນວາຜ່ານມານີ້ ຫລັງ

ເຈລະຈາກັນມາດົນເຖິງ 28 ເດືອນ.

 

ປະທານາທິບໍດີ ປາກ ກຶນ ເຮ ຂອງເກົາຫລີໃຕ້ ປະກາດຂໍ້ສະຫລຸບການເຈລະຈາ ຫລັງຮ່ວມມືຫາລືກັບນາຍົກລັດຖະມົນຕີ

ຫງວຽນ ເຕິນ ຢຸງ ທີ່ນະຄອນປູຊານ ສາທາລະນະລັດເກົາຫລີ ໂດຍທັງສອງປະເທດມີກຳນົດທີ່ຈະເລີ່ມຕົ້ນຂໍ້ຕົກລົງດັ່ງກ່າວ

ໃນໄລຍະ 6 ເດືອນຕົ້ນປີໜ້າ ກ່ອນທີ່ຈະລົງນາມຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງຈາກລັດຖະສະພາສອງຝ່າຍ.

 

ຂໍ້ຕົກລົງການຄ້າເສລີທະວິພາຄີດັ່ງກ່າວນີ້ ແມ່ນຄວບຄຸມໃນ 17 ພາກສ່ວນ ເຊິ່ງລວມມີທັງສິນຄ້າ, ການບໍລິການ, ການ

ລົງທຶນ ແລະ ສິດທິໃນຊັບສິນທາງປັນຍາ ໂດຍຝ່າຍຫວຽດນາມເຫັນດີທີ່ຈະເປີດເສລີສິນຄ້ານຳເຂົ້າຈາກເກົາຫລີໃຕ້ 92.2%

ສ່ວນເກົາຫລີໃຕ້ ແມ່ນຈະເປີດໃຫ້ແກ່ຝ່າຍຫວຽດນາມ 94.7%.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...