Homeຂ່າວພາຍ​ໃນສາເຫດປາຕາຍຈໍານວນຫຼາຍ ຢູ່ວັງສະຫງວນໃນຂອບເຂດ 3 ບ້ານ ໃນເມືອງວຽງໄຊ

ສາເຫດປາຕາຍຈໍານວນຫຼາຍ ຢູ່ວັງສະຫງວນໃນຂອບເຂດ 3 ບ້ານ ໃນເມືອງວຽງໄຊ

Published on

ອີງຕາມວິທະຍຸກະຈາຍສຽງແຫ່ງຊາດລາວ ລາຍງານໃນວັນທີ 30 ມັງກອນ 2024 ນີ້ວ່າ: ກ່ຽວກັບສາເຫດປາຕາຍຈໍານວນຫຼາຍ ຢູ່ວັງສະຫງວນໃນຂອບເຂດ 3 ບ້ານ ຄື: ບ້ານວັງໄຮ, ນໍ້ານົວ ແລະ ບ້ານນາແພ່ນ ເມືອງວຽງໄຊ, ແຂວງຫົວພັນ ທີ່ເກີດຂຶ້ນໃນອາທິດຜ່ານມານີ້ ອອກມາແລ້ວ: ສາເຫດແມ່ນເປັນຍ້ອນນໍ້າເປື້ອນທີ່ປ່ອຍອອກ ຈາກຟາມໝູແຫ່ງໜຶ່ງຢູ່ບ້ານເມືອງງາ ທີ່ຕັ້ງຢູ່ເຂດໃກ້ຄຽງ.

ທ່ານ ສໍສະຫວັນ ບານຄຳມີ ຫົວໜ້າພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ກ່າວວ່າ: ຜ່ານການກວດກາຕົງຈິງຢ່າງລະອຽດຂອງເຈົ້າໜ້ທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງສາມາດຢືນຢັນໄດ້ວ່າ: ສາເຫດທີ່ເຮັດໃຫ້ປາຕາຍຢູ່ 3 ບ້ານດັ່ງກ່າວ ແມ່ນເກີດຈາກນໍ້າເປື້ອນທີ່ປ່ອຍອອກ ຈາກຟາມໝູທີ່ຢູ່ໃກ້ຄຽງແທ້ ຍ້ອນເຈົ້າຂອງຟາມຈະນໍາເອົາໝູມາລ້ຽງໃໝ່ຈໍານວນ 2.000 ໂຕ ຈິ່ງອະນາໄມຄອກລ້ຽງແຕ່ອ່າງບໍາບັດນໍ້າເປື້ອນຂອງຟາມມີການຮົ່ວໄຫລສູ່ສາຍນໍ້າເຮັດໃຫ້ມີປາຕາຍເກີດຂຶ້ນ.

ຕໍ່ເຫດການທີ່ເກີດຂຶ້ນ, ພາກສ່ວນທີ່ກ່ຽວຂ້ອງໄດ້ລົງໄປເຮັດບົດບັນທຶກກັບເຈົ້າຂອງຟາມດັ່ງກ່າວ ເພື່ອໃຫ້ປັບປຸງອ່າງບໍາບັດນໍ້າເປື້ອນໃຫ້ໄດ້ມາດຕະຖານ ແລະ ໃຫ້ເຈົ້າຂອງຟາມຊົດເຊີຍປາທີ່ຕາຍໄປດ້ວຍການເອົາແນວພັນປາມາປ່ອຍໃສ່ວັງສະຫງວນຄືນໃໝ່. ຢ່າງໃດກໍຕາມ, ມາຮອດປັດຈຸບັນ ສະພາບນໍ້າຢູ່ວັງສະຫງວນໃນຂອບເຂດ 3 ບ້ານທີ່ມີປາໄດ້ກັບຄືນສູ່ສະພາບປົກກະຕິແລ້ວ.

ແຫຼ່ງຂ່າວ: Lao National Radio

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...