ພິທີມອບ-ຮັບລະບົບທໍ່ສົ່ງອົກຊີແຊນ ເພື່ອກອບກູ້ຊີວິດຄົນເຈັບໃຫ້ແກ່ໂຮງໝໍແຂວງສະຫວັນນະເຂດ

0
509

ວັນທີ 31 ມັງກອນ 2024, ທີ່ ແຂວງສະຫວັນນະເຂດ, ສປປ ລາວ: ມື້ນີ້, ໄດ້ມີການຈັດພິທີມອບ-ຮັບລະບົບທໍ່ສົ່ງອົກຊີແຊນ ເພື່ອກອບກູ້ຊີວິດຄົນເຈັບໃຫ້ແກ່ໂຮງໝໍແຂວງສະຫວັນນະເຂດ ເຊິ່ງອົກຊີແຊນທາງດ້ານການແພດທີ່ຈຳເປັນ ຈະສາມາດເຂົ້າເຖິງຄົນເຈັບຢູ່ໂຮງໝໍແຂວງສະຫວັນນະເຂດໄດ້ຫຼາຍກວ່າທີ່ຜ່ານມາ. ການຕິດຕັ້ງລະບົບທໍ່ສົ່ງອົກຊີແຊນ ທີ່ໄດ້ຮັບການສະໜັບສະໜູນຈາກ ອົງການພັດທະນາສາກົນ ສະຫະລັດອາເມລິກາ (USAID) ແລະ ຈັດຕັ້ງໂດຍອົງການອະນາໄມໂລກ (WHO) ຈະສາມາດຊ່ວຍຊີວິດຄົນໄດ້ໂດຍກົງ, ຢ່າງຕໍ່ເນື່ອງ ແລະ ວ່ອງໄວ ສຳລັບຄົນເຈັບທີ່ມີຄວາມສ່ຽງສູງ ໃນໜ່ວຍງານທີ່ມີຄົນເຈັບໜັກ ເປັນຕົ້ນ ຫ້ອງສຸກເສີນ, ຫ້ອງຟື້ນຟູຊີບ (ICU), ຫ້ອງຜ່າຕັດ ແລະ ຫ້ອງເດັກແດງ.

ລະບົບທໍ່ສົ່ງອົກຊີແຊນດັ່ງກ່າວ ແມ່ນມີມູນຄ່າເກືອບ 2.5 ຕື້ກີບ (120 000 ໂດລາສະຫະລັດ) ເຊິ່ງປະກອບມີ ລະບົບການແຈກຢາຍອົກຊີແຊນຄົບວົງຈອນ, ລະບົບທໍ່ສົ່ງທີ່ມີຄວາມຍາວຫຼາຍກວ່າ 300 ແມັດ ເຊິ່ງມີຄວາມສາມາດໃນການອະເຊື້ອ, ມີໜ່ວຍຄວບຄຸມສູນກາງ, ລະບົບສຳຮອງ 2 ຊຸດ ແລະ ຫົວຈ່າຍອົກຊີແຊນ 55 ຈຸດ ເຊິ່ງໄດ້ມີການຈັດພິທີມອບລະບົບດັ່ງກ່າວໃຫ້ແກ່ໂຮງໝໍແຂວງສະຫວັນນະເຂດ. ໃນພິທີຄັ້ງນີ້ ເປັນກຽດກ່າວຮັບໂດຍ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ກ່າວມອບໂດຍ ທ່ານ ໄມເຄິລ ຣອນນິ້ງ, ຜູ້ຕາງໜ້າອົງການ USAID ປະຈຳ ສປປ ລາວ, ທ່ານ ບັກໂຄເດຍ ເບີຄະນ໋ອບ, ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ ແລະ ທ່ານ ນາງ ດຣ ຢິງ-ຣູ ແຈັກກະລິນ ໂລ, ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ.

ລະບົບທໍ່ສົ່ງອົກຊີແຊນດັ່ງກ່າວນີ້ ຖືເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ເຄື່ອງຜະລິດອົກຊີແຊນ ເຄື່ອງທີ 2 ຂອງ ສປປ ລາວ ທີ່ໂຮງໝໍແຂວງສະຫວັນນະເຂດ ເຊິ່ງໄດ້ເປີດນຳໃຊ້ເມື່ອບໍ່ດົນມານີ້ ໂດຍການສະໜັບສະໜູນຈາກອົງການອະນາໄມໂລກ. ເຄື່່ອງຜະລິດອົກຊີແຊນນີ້ ເຮັດໃຫ້ໂຮງໝໍສາມາດຜະລິດອົກຊີແຊນດ້ວຍຕົນເອງໄດ້ເປັນຄັ້ງທໍາອິດ, ສາມາດຮັບປະກັນແຫຼ່ງທີ່ມາຂອງອົກຊີແຊນ, ຫຼຸດຜ່ອນການເພິ່ງພາການສະໜອງອົກຊີແຊນຈາກພາຍນອກ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍອີກດ້ວຍ.

ການຊ່ວຍເຫຼືອລະບົບທໍ່ສົ່ງດັ່ງກ່າວນີ້ ແມ່ນເປັນສ່ວນໜຶ່ງຂອງການຊ່ວຍເຫຼືອຮອບດ້ານຈາກອົງການ USAID ຜ່ານອົງການອະນາໄມໂລກ ເພື່ອໃຫ້ ສປປ ລາວ ສາມາດເຂົ້າເຖິງອົກຊີແຊນທາງການແພດ. ການຊ່ວຍເຫຼືອດັ່ງກ່າວ ແມ່ນເພື່ອຮັບປະກັນໃຫ້ສະຖານທີ່ບໍລິການປິ່ນປົວພະຍາດໂຄວິດ-19 23 ແຫ່ງ ທົ່ວປະເທດ ມີອົກຊີແຊນສຳລັບນຳໃຊ້ເຂົ້າໃນການປິ່ນປົວຄົນເຈັບ ໂດຍການສະໜອງອົກຊີແຊນເຖິງ 206 ລ້ານລິດ ເຊິ່ງບັນຈຸໃສ່ບັ້ງໄວ້ສຳລັບຄົນເຈັບພະຍາດໂຄວິດ-19 ຜູ້ມີຄວາມສ່ຽງສູງ ແລະ ສະໜອງອຸປະກອນອື່ນໆທີ່ຈຳເປັນໃນການເບິ່ງແຍງປິ່ນປົວຄົນເຈັບພະຍາດໂຄວິດ-19 ໃນໄລຍະທີ່ມີການແຜ່ລະບາດ ແລະ ອື່ນໆ.

ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວວ່າ: “ການຂະຫຍາຍການເຂົ້າເຖິງອົກຊີແຊນຢູ່ໂຮງໝໍແຂວງສະຫວັນນະເຂດ ຖືເປັນບາດກ້າວອັນສຳຄັນ ເພື່ອຮັບປະກັນໃຫ້ພົນລະເມືອງລາວທຸກຄົນໄດ້ຮັບການບໍລິການປິ່ນປົວທີ່ທຸກຄົນຄວນໄດ້ຮັບຢ່າງມີຄຸນນະພາບ. ການລິເລີ່ມໃນການຊ່ວຍຊີວິດນີ້ຈະເຮັດໃຫ້ຄອບຄົວມີຄວາມອຸ່ນໃຈເມື່ອຮູ້ວ່າ ຄົນທີ່ພວກເຂົາຮັກສາມາດເຂົ້າເຖິງຢາທີ່ຈໍາເປັນນີ້ໄດ້ທັນເວລາ ເຖິງແມ່ນວ່າຢູ່ໃນສະຖານະການທີ່ຮ້າຍແຮງທີ່ສຸດກໍຕາມ, ແລະ ພວກເຮົາຂໍຂອບໃຈເປັນຢ່າງສູງຕໍ່ການສະໜັບສະໜູນທີ່ສໍາຄັນຈາກອົງການ USAID ຜ່ານການຈັດຕັ້ງປະຕິບັດຂອງອົງການອະນາໄມໂລກ ໃນຄັ້ງນີ້.”

ທ່ານ ດຣ ຈັນທະລາ ພາມີສິດ, ຜູ້ອໍານວຍການໂຮງໝໍສະຫວັນນະເຂດ ໄດ້ກ່າວວ່າ: “ການຂະຫຍາຍລະບົບອົກຊີແຊນໃນຄັ້ງນີ້ ຖືເປັນການປ່ຽນແປງອັນສຳຄັນ. ກ່ອນໜ້ານີ້, ການສະໜອງອົກຊີແຊນໃຫ້ຄົນເຈັບ ແມ່ນເຮົາຕ້ອງໄດ້ເຄື່ອນຍ້າຍບັ້ງອົກຊີແຊນໄປແຕ່ລະໜ່ວຍງານຂອງໂຮງໝໍ ເຊິ່ງໃຊ້ເວລາ ແລະ ຊັບພະຍາກອນ. ແຕ່ປັດຈຸບັນນີ້, ຄົນເຈັບທີ່ມີຄວາມສ່ຽງສູງສາມາດຮັບອົກຊີແຊນທີ່ເຂົາເຈົ້າຕ້ອງການໄດ້ທັນທີ, ສາມາດກອບກູ້ຊີວິດ ແລະ ເປັນການຊ່ວຍເພີ່ມໂອກາດໃຫ້ຄົນເຈັບຟື້ນຕົວໄວຂຶ້ນ.”

ທ່ານ ໄມເຄິລ ຣອນນິ້ງ, ຜູ້ຕາງໜ້າອົງການ USAID ໄດ້ກ່າວວ່າ: “ສຳລັບອົງການ USAID, ພວກເຮົາເຊື່ອວ່າ ການເຂົ້າເຖິງການບໍລິການປິ່ນປົວທີ່ຈຳເປັນ ແມ່ນສິດທິມະນຸດຂັ້ນພື້ນຖານ. ການສະໜັບສະໜູນການຂະຫຍາຍການເຂົ້າເຖິງອົກຊີແຊນ ຢູ່ໂຮງໝໍແຂວງສະຫວັນນະເຂດ ແມ່ນເປັນການຢັ້ງຢືນເຖິງຄວາມມຸ່ງໝັ້ນຂອງພວກເຮົາຕໍ່ກັບປະຊາຊົນລາວ ແລະ ຊີວິດການເປັນຢູ່ຂອງພວກເຂົາ ລວມທັງການຮ່ວມມືທີ່ເຂັ້ມແຂງຂອງພວກເຮົາກັບອົງການອະນາໄມໂລກ. ລະບົບດັ່ງກ່າວນີ້ ຈະສົ່ງຜົນດີຕໍ່ຫຼາຍໆຄອບຄົວນັບບໍ່ຖ້ວນ ແລະ ຍັງເປັນການສ້າງຄວາມເຂັ້ມແຂງໃຫ້ລະບົບສາທາລະນະສຸກສໍາລັບຄົນຮຸ່ນຕໍ່ໆໄປ. ພວກເຮົາມີຄວາມພາກພູມໃຈທີ່ສາມາດສືບຕໍ່ໃຫ້ການຊ່ວຍເຫຼືອໃນດ້ານນີ້ ແລະ ອີກຫຼາຍຂົງເຂດສຸຂະພາບ ໃນ ສປປ ລາວ.”

ເຊັ່ນດຽວກັນ, ອົງການອະນາໄມໂລກຖືເປັນຜູ້ສະໜັບສະໜູນຫຼັກໃນດ້ານການສະໜອງອົກຊີແຊນໃນ ສປປ ລາວ ໃນລະຫວ່າງ ແລະ ຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງທາງອົງການອະນາໄມໂລກ ໄດ້ສະໜອງອຸປະກອນອົກຊີແຊນທາງການແພດ, ອົກຊີແຊນ, ການຝຶກອົບຮົມໃຫ້ແກ່ພະນັກງານແພດໝໍ ແລະ ໃຫ້ການຊ່ວຍເຫຼືອທາງດ້ານວິຊາການ ໂດຍການຊ່ວຍເຫຼືອເຫຼົ່ານີ້ ແມ່ນເປັນສ່ວນໜຶ່ງໃນການຍົກລະດັບການບໍລິການການປິ່ນປົວສຸຂະພາບໃນໄລຍະຍາວ ແລະ ເປັນການສ້າງໃຫ້ລະບົບສາທາລະນະສຸກໃນ ສປປ ລາວ ມີຄວາມທົນທານ ແລະ ຍືນຍົງເປັນກ້າວໆ. ເມື່ອບໍ່ດົນມານີ້, ອົງການອະນາໄມໂລກ ໄດ້ມອບເຄື່ອງຜະລິດອົກຊີ ແຊນ ໃຫ້ແກ່ໂຮງໝໍແຂວງ 3 ແຫ່ງ ເຊິ່ງມີມູນຄ່າ 33.5 ຕື້ກີບ (1.7 ລ້ານ ໂດລາສະຫະລັດ), ໃຫ້ແກ່ໂຮງໝໍແຂວງສະຫວັນນະເຂດ, ອຸດົມໄຊ ແລະ ຫຼວງພະບາງ.

ທ່ານ ນາງ ດຣ ຢິງ-ຣູ ໂລ ຈາກອົງການອະນາໄມໂລກ ໄດ້ກ່າວວ່າ: “ການສ້າງຄວາມອາດສາມາດໃນການຜະລິດ ແລະ ການສະໜອງອົກຊີແຊນໃນ ສປປ ລາວ ແມ່ນມີຄວາມສຳຄັນຫຼາຍໃນການສ້າງຄວາມເຂັ້ມແຂງໃຫ້ແກ່ພື້ນຖານໂຄງລ່າງດ້ານສາທາລະນະສຸກ ແລະ ການໂຕ້ຕອບຕໍ່ເຫດການສຸກເສີນ. ການເຂົ້າເຖິງລະບົບອົກຊີແຊນທີ່ໜ້າເຊື່ອຖືໄດ້ ແມ່ນມີຄວາມຈໍາເປັນສໍາລັບການປິ່ນປົວອາການເຈັບປ່ວຍຕ່າງໆ ໂດຍສະເພາະໃນກໍລະນີສຸກເສີນ. ອົງການ USAID ຖືເປັນຄູ່ຮ່ວມມືຍາວນານໃນດ້ານນີ້ ເຊິ່ງໄດ້ໃຫ້ການຊ່ວຍເຫຼືອໃນໄລຍະການແຜ່ລະບາດຂອງພະຍາດທີ່ຜ່ານມາ ໂດຍຮັບປະກັນບໍ່ໃຫ້ມີການຂາດແຄນອົກຊີແຊນທີ່ນຳໃຊ້ປິ່ນປົວຄົນເຈັບພະຍາດໂຄວິດ-19 ກໍລະນີທີ່ຮ້າຍແຮງ. ໃນຂະນະດຽວກັນ, ການສະໜັບສະໜູນຄັ້ງໃໝ່ນີ້ ກໍຈະສືບຕໍ່ສ້າງຄວາມອາດສາມາດໃນການບໍລິການປິ່ນປົວຕໍ່ຄົນເຈັບທີ່ມີອາການຂັ້ນຮຸນແຮງໃນໄລຍະຍາວ ອີກດ້ວຍ.”

ອົກຊີແຊນທາງການແພດ ສາມາດຊ່ວຍແກ້ໄຂບັນຫາ ແລະ ສິ່ງທ້າທາຍດ້ານສາທາລະນະສຸກໄດ້ຫຼາຍດ້ານ. ອົກຊີແຊນທາງການແພດ ສາມາດຊ່ວຍການຮັກສາອາການອັກເສບປອດ ແລະ ຄົນເຈັບພະຍາດໂຄວິດ-19 ທີ່ມີບັນຫາທາງດ້ານລະບົບຫາຍໃຈ. ໃນລະຫວ່າງທີ່ມີການຜ່າຕັດ, ອົກຊີແຊນສາມາດຮັບປະກັນໃຫ້ຄົນເຈັບມີຄວາມປອດໄພ; ໃນການເກີດລູກ, ອົກຊີແຊນສາມາດຊ່ວຍໄດ້ທັງແມ່ ແລະ ເດັກເກີດໃໝ່. ນອກເໜືອຈາກກໍລະນີທີ່ສຳຄັນເຫຼົ່ານີ້, ອົກຊີແຊນຍັງຊ່ວຍຮັກສາຄົນເຈັບທີ່ມີບັນຫາປອດຊໍາເຮື້ອ ແລະ ຍັງເປັນເຄື່ອງມືໃນການປິ່ນປົວອັນສຳຄັນໃນກໍລະນີອື່ນໆອີກ.