spot_img
Homeຂ່າວພາຍ​ໃນຍົກລະດັບດ້ານເຕັກນິກໃຫ້ແກ່ວິທະຍຸກະຈາຍສຽງ

ຍົກລະດັບດ້ານເຕັກນິກໃຫ້ແກ່ວິທະຍຸກະຈາຍສຽງ

Published on

ພິທີມອບ-ຮັບໂຄງການປ່ຽນຖ່າຍອຸປະກອນ ແລະ ຍົກລະດັບທາງດ້ານເຕັກນິກໃຫ້ແກ່ວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລ) ລະຫວ່າງ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ວິທະຍຸກະຈາຍສຽງ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໃນຕອນເຊົ້າວັນທີ 30 ມັງກອນ, ທີ່ວິທະຍຸກະຈາຍສຽງແຫ່ງຊາດລາວ ໂດຍມີ ທ່ານ ໂພສີ ແກ້ວມະນີວົງ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ (ຖວທ), ທ່ານ ວັນໄຊ ຕະວິນຍານ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ຫົວໜ້າບັນນາທິການໜັງສືພິມປະຊາຊົນ, ທ່ານ ເຈີ່ນ ມິງ ຮຸ່ງ ຮອງຜູ້ອຳນວຍ ການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ (VOV), ພ້ອມດ້ວຍແຂກຮັບເຊີນ, ຕາງໜ້າສະຖານທູດຫວຽດນາມ ປະຈໍາລາວ ແລະ ພະນັກງານພາຍໃນວິທະຍຸກະຈາຍສຽງແຫ່ງຊາດລາວເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ສຸວັນ ວີໄລແສງ, ຜູ້ອຳນວຍການໃຫຍ່ ວສລ ໄດ້ລາຍງານວ່າ: ໂຄງການປ່ຽນຖ່າຍອຸປະ ກອນ ແລະ ຍົກລະດັບດ້ານເຕັກນິກໃຫ້ແກ່ ວສລ ທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຫວຽດນາມໃນຄັ້ງນີ້ມີມູນຄ່າທັງໝົດ 198.000.000.000 ດົງ, ເປັນໂຄງການໃຫ່ຍ ແລະ ມີມູນຄ່າສູງສໍາລັບຂົງເຂດ ຖວທ, ໂດຍສະເພາະແມ່ນໃຫ້ ວສລ, ເຊິ່ງເປັນການຍົກລະດັບອຸປະກອນເຕັກນິກ, ຄວາມອາດສາມາດໃນການກະຈາຍສຽງທັງຮູບແບບເກົ່າ ແລະ ຮູບແບບໃໝ່ທຽບທັນກັບບັນດາປະເທດໃນພາກພື້ນ ແລະ ສາກົນ, ເປັນການປະກອບສ່ວນສໍາຄັນໃຫ້ແກ່ການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ, ໃຫ້ກວ້າງຂວາງທົ່ວເຖີງ ທັງຢູ່ພາຍໃນ ແລະ ຕ່າງປະເທດ. ໃນນີ້, ການລົງທຶນທັງໝົດປະກອບມີຫຼາຍດ້ານເປັນຕົ້ນແມ່ນ: ລົງທຶນໃໝ່ລະບົບເຄື່ອງສົ່ງ FM ເພື່ອຍົກສູງຄຸນນະພາບ ແລະ ເປີດກວ້າງຂອບເຂດການກະຈາຍສຽງໃຫ້ວິທະຍຸກະຈາຍສຽງແຫ່ງຊາດລາວ ທີ່ນະຄອນຫຼວງວຽງຈັນ ແລະ ເຂດໃກ້ຄຽງ, ລົງທຶນໃໝ່ລະບົບ ເຄື່ອງສົ່ງດ້ວຍການນໍາໃຊ້ລະບົບທັນສະໄໝໃນລະບົບອິນເຕີເນັດເພຶ່ອກະຈາຍສຽງອອກອາກາດລາຍການວິທະຍຸທັງພາຍໃນ ແລະ ຕ່າງປະເທດ, ລະບົບອຸປະກອນສໍາຮອງເພຶ່ອຮັບປະກັນໃຫ້ບັນດາເຄື່ອງຈັກ, ອຸປະກອນເຄື່ອນໄຫວຢ່າງມີປະສິດທິພາບ ແລະ ປອດໄພ, ຍົກລະດັບ, ປ່ຽນຖ່າຍດ້ານເຕັກໂນໂລຊີບັນດາລະບົບເຄື່ອງຈັກ, ອຸປະກອນ ແລະ ອື່ນໆ.

ສຳລັບການປະກອບ ແລະ ຕິດຕັ້ງອຸປະກອນ ພາຍໃຕ້ໂຄງການດັ່ງກ່າວລວມມີ: ການປັບປຸງຫ້ອງອອກອາກາດ On Air 01 ຫ້ອງ, ຫ້ອງອັດສຽງ 05 ຫ້ອງ, ຫ້ອງຄວບຄຸມໃຫຍ່ ( Main Control Room) 01 ຫ້ອງ, ຫ້ອງ ເຊີເວີ 01 ຫ້ອງ, ຫ້ອງກະກຽມລາຍການສໍາລັບອອກອາກາດ 01 ຫ້ອງ, ຫ້ອງອັດໃຫ່ຍ (Studio) 1 ຫ້ອງ, ຈັກໄຟຟ້າຂະໜາດ 350 KVA 01 ໜ່ວຍ, ເຄື່ອງສົ່ງ FM 20 KW 01 ຊຸດ, ອຸປະກອນສໍາລັບການສ້ອມແປງເຄື່ອງສົ່ງ FM ສະຖານີເຄືອຂ່າຍສົ່ງຕໍ່ ຢູ່ແຂວງຫຼວງພະບາງ ແລະ ແຂວງຈໍາປາສັກ 2 ຊຸດ ແລະ ໄດ້ສໍາເລັດການສ້ອມແປງ, ປ່ຽນຖ່າຍອຸປະກອນສະຖານີເຄືອຂ່າຍທີ່ແຂວງຫຼວງພະບາງ.

ທ່ານ ເຈິ່ນ ມິງ ຮຸ່ງ, ຮອງຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ໄດ້ມີຄໍາເຫັນສະແດງຄວາມເຊື່ອໝັ້ນວ່າ: ໂຄງການດັ່ງກ່າວນີ້ ຈະປະກອບສ່ວນສໍາຄັນເຮັດໃຫ້ວຽກງານວຽກງານສື່ສານຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຫ່ງຂອງລາວ ເວົ້າລວມ, ເວົ້າສະເພາະແມ່ນວິທະຍຸກະຈາຍສຽງແຫ່ງຊາດລາວໃນການໂຄສະນາແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະ ບານລາວ ແລະ ຂໍ້ມູນຂ່າວສານຕ່າງໆ ໃຫ້ນັບມື້ກ້າວສູ່ຄວາມທັນ ສະໄໝ, ວ່ອງໄວ, ກ້ວາງຂວາງ ແລະ ມີປະສິດທິຜົນກວ່າເກົ່າ.

ຂ່າວ: Lao National Radio

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...