Homeຂ່າວພາຍ​ໃນງານມະຫາກໍາການທ່ອງທ່ຽວ ອາຊຽນ 2024

ງານມະຫາກໍາການທ່ອງທ່ຽວ ອາຊຽນ 2024

Published on

ງານມະຫາກໍາການທ່ອງທ່ຽວອາຊຽນ 2024 (ASEAN Tourism Forum 2024) ຫລື ATF ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 24 ມັງກອນ 2024 ຢູ່ນະຄອນຫລວງວຽງຈັນ, ສປປ ລາວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນ, ມີບັນດາລັດຖະມົນຕີທ່ອງທ່ຽວອາຊຽນ, ລັດຖະມົນຕີທ່ອງທ່ຽວຈາກຕີມໍແລັດສະເຕ ໃນຖານະປະເທດຜູ້ສັງເກດການ ແລະ ບັນດາທູຕານຸທູດ, ພ້ອມດ້ວຍເລຂາທິການໃຫຍ່ອາຊຽນ ແລະ ຜູ້ແທນຈາກບັນດາປະເທດອາຊຽນບວກ 3 ແລະ ຄະນະຜູ້ແທນຈາກພັກ, ລັດ, ອົງການຈັດຕັ້ງສາກົນເຂົ້າຮ່ວມ.

ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ໃຫ້ກຽດຂຶ້ນກ່າວສູນທອນພົດ ແລະ ລັ່ນຄ້ອງ 9 ບາດ ເປີດງານມະຫາກຳດັ່ງກ່າວຢ່າງເປັນທາງການ ໂດຍທ່ານໄດ້ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ແລະ ປະຊາຊົນລາວບັນດາເຜົ່າທົ່ວປະເທດ, ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນມາຍັງບັນດາຫົວໜ້າຄະນະຜູ້ແທນ ແລະ ຜູ້ແທນຈາກປະເທດສະມາຊິກອາຊຽນ, ຄູ່ຮ່ວມເຈລະຈາ, ອົງການຈັດຕັ້ງສາກົນ, ຜູ້ຕາງໜ້າຈາກສໍານັກຂ່າວຕ່າງໆ, ພາກທຸລະກິດຈາກພາຍໃນ ແລະ ຕ່າງປະເທດທີ່ໃຫ້ກຽດເດີນທາງເຂົ້າຮ່ວມງານມະຫາກໍາການທ່ອງທ່ຽວອາຊຽນທີ່ມີຄວາມໝາຍຄວາມສໍາຄັນໃນຄັ້ງນີ້. ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວໄດ້ໃຫ້ຮູ້ວ່າ: ງານມະຫາກໍາການທ່ອງທ່ຽວຄັ້ງນີ້ເປັນຄັ້ງທີ 3 ທີ່ລັດຖະບານແຫ່ງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໃນໄລຍະທີ່ ສປປ ລາວ ເປັນປະທານອາຊຽນໃນປີ 2024 ເຊິ່ງງານມະຫາກໍາດັ່ງກ່າວປະກອບມີ 4 ໜ້າວຽກຕົ້ນຕໍຄື: ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ແລະ ກອງປະຊຸມປິ່ນອ້ອມ; ງານວາງສະແດງການທ່ອງທ່ຽວອາຊຽນ; ກອງປະຊຸມທຸລະກິດທ່ອງທ່ຽວ ແລະ ການທັດສະນະສຶກສາຢ້ຽມຢາມສະຖານທີ່ທ່ອງທ່ຽວ ໂດຍໄດ້ກຳນົດຄຳຂວັນທີ່ວ່າ: “ການທ່ອງທ່ຽວທີ່ມີຄຸນນະພາບ ແລະ ມີຄວາມຮັບຜິດຊອບເພື່ອຄວາມຍື່ນຍົງຂອງອາຊຽນ” ແນ່ໃສ່ພັດທະນາການທ່ອງທ່ຽວແບບຍືນຍົງພາຍໃນອາຊຽນໃຫ້ມີຄວາມເຂັ້ມແຂງ, ມີປະສິດທິພາບ ແລະ ປະສິດທິຜົນສູງສຸດເພື່ອໂຄສະນາ ແລະ ດຶງດູດນັກທ່ອງທ່ຽວທັງພາກພື້ນ, ສາກົນ ແລະ ທົ່ວໂລກເຂົ້າມາທ່ອງທ່ຽວອາຊຽນໃຫ້ຫຼາຍຂຶ້ນ, ເພີ່ມທະວີການຮ່ວມມື ແລະ ເສີມຂະຫຍາຍການຮ່ວມມືອາຊຽນກັບຄູ່ຮ່ວມມືພາຍນອກຄ່ຽງຄູ່ກັບການຮັກສາບົດບາດ ແລະ ຄວາມເປັນແກນກາງຂອງອາຊຽນເພື່ອໃຫ້ບັນລຸເປົ້າໝາຍດັ່ງຄຳຂວັນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໄດ້ກໍານົດໄວ້ວ່າ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”.

ງານວາງສະແດງການທ່ອງທ່ຽວອາຊຽນຈັດຂຶ້ນໃນວັນທີ 23-26 ມັງກອນ 2024 ຢູ່ສູນການຄ້າລາວໄອເຕັກ ໂດຍມີຜູ້ຊື້ ແລະ ຜູ້ຂາຍທີ່ມາຈາກບັນດາປະເທດສະມາຊິກອາຊຽນ, ພາກພື້ນ ແລະ ສາກົນ ທີ່ໄດ້ ລົງທະບຽນເຂົ້າຮ່ວມແລ້ວ ເປັນຈໍານວນຫລາຍເຊັ່ນ: ຜູ້ຊື້ 120 ທ່ານ, ຜູ້ຂາຍ 208 ທ່ານ ທີ່ຕ່າງໜ້າໃຫ້ 105 ຫົວໜ່ວຍທຸລະກິດທ່ອງທ່ຽວອາຊຽນ. ພ້ອມກັນນີ້ ຍັງມີທຸລະກິດຂະໜາດນ້ອຍຂອງ ສປປ ລາວ ເຂົ້າຮ່ວມຈໍານວນໜຶ່ງ, ນັກຂ່າວຕ່າງ ປະເທດ 29 ທ່ານ ແລະ ນັກຂ່າວພາຍໃນ ຈໍານວນ 165 ທ່ານ ຈາກ 18 ສຳນັກຂ່າວ. ໃນປີ 2023 ຜ່ານມານີ້, ມີນັກທ່ອງທ່ຽວມາທ່ຽວ ສປປ ລາວ ທັງໝົດ 3.417.629 ເທື່ອຄົນ, ເພີ່ມຂຶ້ນຈາກ 1.294.365 ເທື່ອຄົນ ໃນປີ 2022 ຫລື ເພີ່ມຂຶ້ນ 164%.

ຂ່າວ: ທະນູທອງ

ພາບ: ອ່າຍຄຳ-ເກດສະໜາ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...