spot_img
Homeຂ່າວພາຍ​ໃນຮັບຮອງເອົາວັດພຣະທາດພະບາດ-ໂພນສັນເປັນມໍລະດົກແຫ່ງຊາດ

ຮັບຮອງເອົາວັດພຣະທາດພະບາດ-ໂພນສັນເປັນມໍລະດົກແຫ່ງຊາດ

Published on

ພິທີປະກາດຮັບຮອງເອົາວັດພຣະທາດພະບາດ-ໂພນສັນເປັນມໍລະດົກແຫ່ງຊາດທາງດ້ານວັດທະນະທໍາ ແລະ ພິທີເປີດປີທ່ອງທ່ຽວລາວ 2024ຂອງແຂວງບໍລິຄໍາໄຊ ຈັດຂຶ້ນໃນວັນທີ 23 ມັງກອນ ທີ່ຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ທ່ານ ວັນສີ ກົ່ວມົ່ວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ, ເຈົ້າແຂວງໜອງຄາຍຂອງໄທ, ພ້ອມດ້ວຍບັນດາພະແນກການທີ່ກ່ຽວຂ້ອງຈາກສູນກາງ, ແຂວງ, ເມືອງອ້ອມຂ້າງເຂົ້າຮ່ວມ.

May be an image of 1 person and daisທ່ານ ສົນທອງ ວີບຸນກວ້າງ, ຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຄະນະຮັບຜິດຊອບຊີ້ນໍາຈັດປີທ່ອງທ່ຽວລາວ 2024 ຂອງແຂວງບໍລິຄໍາໄຊກ່າວວ່າ: ວັດພຣະບາດ-ໂພນສັນເປັນວັດໜຶ່ງທີ່ເກົ່າແກ່ທີ່ສຸດຂອງແຂວງບໍລິຄຳໄຊມີຕໍານານເລົ່າຂານກັນມາເປັນເວລານານກວ່າ 2.500 ປີມາແລ້ວ,ຍ້ອນມີຄວາມເຫຼື້ອມໃສສັດທາ ແລະເປັນບ່ອນກາບໄຫວ້ສັກກາລະບູຊາຂອງປວງຊົນຊາວບໍລິຄຳໄຊ ກໍ່ຄືປວງຊົນຊາວລາວທັງຊາດ, ພາຍຫຼັງການຫ້າງຫາກະກຽມທາງດ້ານນິຕິກຳ ແລະ ຄວາມພ້ອມດ້ານຕ່າງໆເພື່ອສະເໜີຫາກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວອະນຸຍາດ ແລະ ໄດ້ຈັດພິທີປະກາດຮັບຮອງເອົາວັດພຣະທາດພະບາດ-ໂພນສັນເປັນມໍລະດົກລະດັບຊາດທາງດ້ານວັດທະນະທໍາຂື້ນຢ່າງເປັນທາງການ. ສໍາລັບຄໍາຂວັນປີທ່ອງທ່ຽວບໍລິຄຳໄຊປີນີ້ແມ່ນ: “ທ່ອງທ່ຽວລາວ-ທ່ອງທ່ຽວບໍລິຄໍາໄຊອົບອຸ່ນໄປກັບ ວັດທະນະທໍາ, ຊື່ນໃຈໄປນໍາທໍາມະຊາດ” ໂດຍໄດ້ກຳນົດເອົາ 13 ກິດຈະກໍາ, ໃນນີ້ມີ 1 ກິດຈະກຳລະດັບຊາດ ເເລະ 6 ກິດຈະກໍາລະດັບເເຂວງ, 6 ກິດຈະກໍາລະດັບເມືອງ, ເພື່ອສ້າງຂະບວນການໃຫ້ຟົດຟື້ນໃນຂອບເຂດທົ່ວແຂວງ ຕະຫຼອດຮອດຂັ້ນເມືອງທ່າເເຮງຂອງການທ່ອງທ່ຽວຂອງບັນດາເມືອງເພື່ອເຊີນຊວນໃຫ້ນັກທ່ອງທ່ຽວເຂົ້າໄປທ່ຽວຊົມໃຫ້ບັນລຸຄາດໝາຍວາງໄວ້.

May be an image of one or more people and daisພິທີປະກາດຮັບຮອງເອົາວັດພຣະທາດພະບາດ-ໂພນສັນເປັນມໍລະດົກແຫ່ງຊາດ ລະດັບຊາດ ທາງດ້ານວັດທະນະທໍາແລະ ພິທີເປີດປີທ່ອງທ່ຽວລາວ-ທ່ອງທ່ຽວລາວ2024 ຂອງແຂວງບໍລິຄໍາໄຊປີ້ນີ້ໄດ້ດໍາເນີນເປັນເວລາ 4 ວັນ ລະຫວ່າງວັນທີ 22 ຫາ 25 ມັງກອນນີ້ ໂດຍໄດ້ຈັດຫຼາຍກິດຈະກໍາເຊັ່ນ: ການປະກວດສິລະປະວັນນະຄະດີ, ການແຂ່ງຂັນຮ້ອງເພງ ແລະ ການຟ້ອນຂອງນ້ອງນັກຮຽນຈາກໂຮງຮຽນຕ່າງໆພາຍໃນເມືອງທ່າພະບາດພ້ອມທັງການປະກວດຂັບລໍາທ້ອງຖິ່ນ, ເດີນແບບຊົນເຜົ່າພາຍໃນເມືອງ ແລະ ຊົມການສະແດງກາຍະສິນຈາກສູນກາງ ເພື່ອເປັນການໂຄສະນາເຜີຍແຜ່ວັດທະນະທໍາອັນດີງາມຂອງຊາດລາວ, ງານວາງສະແດງສິນຄ້າ.

ຂ່າວຈາກ: ວິທະຍຸກະຈາຍສຽງແຫ່ງຊາດລາວ ( ວສລ )

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...