spot_img
Homeຂ່າວພາຍ​ໃນຮອງຮັບນັກທ່ອງທ່ຽວໄດ້ຢ່າງພຽງພໍ

ຮອງຮັບນັກທ່ອງທ່ຽວໄດ້ຢ່າງພຽງພໍ

Published on

ປັດຈຸບັນ, ແຂວງຫຼວງພະບາງ ມີຕາໜ່າງເສັ້ນທາງຄົມມະນາຄົມຂົນສົ່ງທາງບົກ, ທາງນໍ້າ, ທາງອາກາດ ແລະ ທາງລົດໄຟທີ່ເຊື່ອມໂຍງເຊື່ອມຈອດກັບບັນດາແຂວງ ແລະ ບັນດາປະເທດ. ໃນນັ້ນ, ເສັ້ນທາງຫຼວງແຫ່ງຊາດເລກທີ 13 ເໜືອ, ເລກ 7, ເລກ 4, ເລກ 41 ແລະ ເລກ 1C, ມີເສັ້ນທາງຫຼວງຂອງແຂວງ, ທາງຫຼວງຂອງເມືອງທີ່ເຊື່ອມໄປຫາແຫຼ່ງທ່ອງທ່ຽວຂອງແຂວງ, ມີເສັ້ນທາງລົດໄຟຜ່ານຈາກນະຄອນຫຼວງວຽງຈັນໄປສູ່ ສປ ຈີນ, ມີສະໜາມບິນສາກົນທີ່ເປີດສາຍການບິນພາຍໃນ ແລະ ຕ່າງປະເທດຫຼາຍສາຍ, ມີແມ່ນໍ້າຂອງ-ນໍ້າຄານທີ່ເປັນທ່າແຮງການຂົນສົ່ງ ແລະ ທ່ອງທ່ຽວທາງນໍ້າ.

ທ່ານ ບຣົ່ງວ່າງ ຫວ່າງເຈຍຊາ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງຫຼວງພະບາງໄດ້ໃຫ້ສຳພາດກ່ຽວກັບການກຽມຄວາມພ້ອມຕ້ອນຮັບນັກທ່ອງທ່ຽວ ທີ່ຈະມາທ່ຽວຊົມຫຼວງພະບາງໃນປີທ່ອງທ່ຽວລາວ 2024 ວ່າ: ທົ່ວແຂວງຫຼວງພະບາງມີບໍລິສັດຂົນສົ່ງໂດຍສານທັງໝົດ 94 ບໍລິສັດ, ບໍລິສັດລົດໃຫ້ເຊົ່າມີ 13 ບໍລິສັດ, ມີສະມາຄົມລົດຂົນສົ່ງໂດຍສານທັງໝົດ 11 ແຫ່ງ (ກຳລັງຄົ້ນຄວ້າສ້າງຕັ້ງໃໝ່ 8 ບໍລິສັດ), ມີສະຖານີຂົນສົ່ງໂດຍສານ 6 ສະຖານີ, ມີລົດຂົນສົ່ງໂດຍສານທັງໝົດ 2.147 ຄັນ, ໃນນີ້, ມີລົດຂົນສົ່ງໂດຍສານ, ບໍລິການທ່ອງທ່ຽວ ແລະ ລົດໃຫຍ່ໃຫ້ເຊົ່າຈຳນວນ 455 ຄັນ, ມີບໍລິສັດລົດຈັກໃຫ້ເຊົ່າ 27 ບໍລິສັດ, ມີລົດຈັກທັງໝົດ 447 ຄັນ; ໄດ້ບໍລິການຂົນສົ່ງໂດຍ ສານທາງບົກພາຍໃນແຂວງ 11 ສາຍທາງ, ໃນນັ້ນ, ສາຍທາງລະຫວ່າງແຂວງ 9 ແຂວງ 18 ສາຍທາງ ແລະ ສາຍຕ່າງປະເທດຈຳນວນ 6 ສາຍຄື: ໄປປະເທດຫວຽດນາມ 4 ສາຍ, ໄທ 2 ສາຍ, ນັບແຕ່ຕົ້ນປີ 2023 ຮອດເດືອນພະຈິກມີບໍລິມາດການຂົນສົ່ງໂດຍສານບັນລຸໄດ້ 533.187 ຄົນ.

ທ່ານຍັງໃຫ້ຮູ້ຕື່ມວ່າ: ເພື່ອຮັບປະກັນໃຫ້ມີລົດບໍລິການຮັບໃຊ້ຢ່າງພຽງພໍ ພະແນກ ຍທຂ ໄດ້ຄົ້ນຄວ້າ ແລະ ມີແຜນຊຸກຍູ້ສົ່ງເສີມໃຫ້ແກ່ບັນດາບໍລິສັດທີ່ມີຈຸດປະສົງໃນການຂະຫຍາຍກິດຈະການ ໃນການບໍລິການໃຫ້ມີລົດຮັບໃຊ້ພຽງພໍ ແລະ ວ່ອງໄວ ໂດຍເພີ່ມຈຳນວນລົດບໍລິການຕາມຄວາມເປັນຈິງ ເພື່ອຮອງຮັບໃຫ້ແກ່ນັກທ່ອງທ່ຽວ. ໃນໄລຍະເວລາອັນໃກ້ນີ້, ແຂວງຫຼວງພະບາງຈະດຳເນີນການບໍລິການລົດເມປະຈຳທາງຂະໜາດ 20 ບ່ອນນັ່ງ, ຈໍານວນ 60 ຄັນ ຊຶ່ງໄດ້ຮັບການຊ່ວຍເຫຼືອຈາກລັດຖະບານເກົາຫຼີໂດຍຜ່ານອົງການ JICA ທີ່ຈະຮັບໃຊ້ເປັນລົດຂົນສົ່ງສາທາລະນະພາຍໃນນະຄອນຫຼວງພະບາງ, ເພື່ອເຮັດໃຫ້ການບໍລິການຂົນສົ່ງໂດຍສານພາຍໃນນະຄອນຫຼວງພະບາງມີຄວາມສະດວກຂຶ້ນທັງເປັນການແກ້ໄຂສະພາບການສັນຈອນແອອັດໄດ້ຫຼາຍຂຶ້ນ.

ຂ່າວ-ພາບ: ຫຼວງພະບາງ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...