Homeຂ່າວຕ່າງປະເທດເຫດດິນຖະຫຼົ່ມທີ່ຢຸນນານ

ເຫດດິນຖະຫຼົ່ມທີ່ຢຸນນານ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ: ເມື່ອເວລາປະມານ 5 ໂມງເຊົ້າຂອງວັນທີ 22 ມັງກອນທີ່ຜ່ານມາເກີດເຫດດິນຖະຫຼົ່ມທີ່ເມືອງຈ້າວຕົງ ໃນມົນທົນຢູນານ, ປະເທດຈີນ, ດີນໄດ້ຖະຫຼົ່ມທັບບ້ານເຮືອນຂອງປະຊາຊົນຢ່າງໜ້ອຍ 18 ຫຼັງ, ມີປະຊາຊົນທີ່ຕິດຢູ່ໃຕ້ຊາກອາຄານຈຳນວນ 47 ຄົນ, ນອກນີ້ຍັງຕ້ອງໄດ້ອົບພະຍົບປະຊາຊົນອອກຈາກພື້ນທີ່ຫຼາຍກວ່າ 500 ຄົນໂດຍດ່ວນເພື່ອຄວາມປອດໄພ.

ພາຍຫຼັງທີ່ເກີດເຫດການຂຶ້ນ ປະທານນາທິບໍດີ ສີຈິນຜິງ ໄດ້ອອກຄຳສັ່ງໃຫ້ເຈົ້າໜ້າທີ່ເກືອບ 1,000 ຄົນ ລົງສຸມກຳລັງຊ່ວຍເຫຼືອຜູ້ປະສົບເຫດເພື່ອຄົ້ນຫາຜູ້ລອດຊີວິດຢ່າງຮີບດ່ວນ. ຕາມການລາຍງານຂອງສື່ທ້ອງຖິ່ນ CCTV ໄດ້ໃຫ້ຮູ້ວ່າ: ເຈົ້າໜ້າທີ່ໄດ້ພົບຜູ້ເສຍຊີວິດແລ້ວຢ່າງໜ້ອຍ 8 ຄົນ, ໃນຂະນະນີ້ສາມາດຊ່ວຍເຫຼືອຜູ້ທີ່ຕິດຢູ່ໃຕ້ຊາກອາຄານ 4 ຄົນ ແລະ ຍັງຈະມີການຄົ້ນຫາຜູ້ສູນຫາຍຕື່ມອີກ, ສ່ວນສາເຫດທີ່ເຮັດໃຫ້ເກີດເຫດການດັ່ງກ່າວຂຶ້ນແມ່ນຍັງບໍ່ທັນໄດ້ຮັບການລາຍງານຈາກເຈົ້າໜ້າທີ່ແຕ່ຢ່າງໃດ ເພາະຍັງຢູ່ໃນຂະບວນການສືບຫາສາເຫດທີ່ເກີດຂຶ້ນ. ສຳລັບພື້ນທີ່ບໍລິເວນດັ່ງກ່າວກໍເຄີຍເກີດເຫດການແບບນີ້ຂຶ້ນມາແລ້ວໃນເດືອນມັງກອນປີ 2013, ໃນຄັ້ງນັ້ນມີຍອດຜູ້ເສຍຊີວິດ 18 ຄົນ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...