Homeຂ່າວພາຍ​ໃນສິນຄ້າເສື່ອມຄຸນ-ໝົດອາຍຸທຳລາຍຖິ້ມ

ສິນຄ້າເສື່ອມຄຸນ-ໝົດອາຍຸທຳລາຍຖິ້ມ

Published on

ເມື່ອບໍ່ດົນມານີ້, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງວິລະບູລີ, ແຂວງສະຫວັນນະເຂດໄດ້ຈັດພິທີທໍາລາຍສິນຄ້າເສື່ອມຄຸນນະພາບ (ສິນຄ້າໝົດອາຍຸ) ໂດຍການເຂົ້າຮ່ວມຂອງທ່ານ ສີຄູນ ບານມະນີວົງ ຮອງເຈົ້າເມືອງວິລະບູລີ ຜູ້ຊີ້ນໍາວຽກງານວັດທະນະທຳ-ສັງຄົມ ແລະ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

May be an image of 12 people and text

ທ່ານ ບົວລະຄອນ ພົມມະວົງ ຮອງຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງວິລະບູລີ ໄດ້ລາຍງານວ່າ: ໃນໄລຍະ 1 ປີທີ່ຜ່ານມາ ເຈົ້າໜ້າທີ່ກວດກາການຄ້າເມືອງວິລະບູລີໄດ້ຈັດຕັ້ງເຄື່ອນໄຫວຕິດຕາມ, ກວດກາການຈໍາໜ່າຍສິນຄ້າເສື່ອມຄຸນນະພາບ, ໝົດອາຍຸສິນຄ້າເກືອດຫ້າມ-ລອກຮຽນແບບຢູ່ຕາມທ້ອງຕະຫຼາດ ແລະ ບັນດາຫ້າງຮ້ານຕ່າງໆ ທັງຂອງຄົນລາວ ແລະ ຊາວຕ່າງປະເທດທີ່ເຄື່ອນໄຫວທຸລະກິດຄ້າຂາຍຢູ່ແຕ່ລະຈຸດສຸມ, ກຸ່ມບ້ານຕ່າງໆໃນຂອບເຂດທົ່ວເມືອງໄດ້ທັງໝົດ 5 ຄັ້ງ, ມີຫ້າງຮ້ານທີ່ຖືກກວດກາທັງໝົດ 75 ຮ້ານ, ກວດພົບສິນຄ້າຈຳໜ່າຍທີ່ບໍ່ຖືກຕ້ອງມີ 13 ຮ້ານ, ເຊິ່ງເຈົ້າໜ້າທີ່ໄດ້ເຮັດບົດບັນທຶກກ່າວເຕືອນ ແລະ ສຶກສາອົບຮົມເຈົ້າຂອງຮ້ານ, ພ້ອມທັງຢຶດສິນຄ້າດັ່ງກ່າວໄວ້ໄດ້ທັງໝົດ 14 ລາຍການ, ໃນນີ້ມີສິນຄ້າເສື່ອມຄຸນ-ໝົດອາຍຸ 13 ລາຍການ, ສິນຄ້າຫ້າມຈຳໜ່າຍມີ 1 ລາຍການ ຈຶ່ງໄດ້ນຳເອົາສິນຄ້າເສື່ອມຄຸນ-ໝົດອາຍຸດັ່ງກ່າວທຳລາຍຖິ້ມ ເພື່ອສ້າງຄວາມປອດໄພໃຫ້ແກ່ປະຊາຊົນຜູ້ບໍລິໂພກ.

ຂ່າວ-ພາບ: ປະຊາຊົນ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...