Homeຂ່າວພາຍ​ໃນທະນາຄານໂລກຄາດ ທ່ອງທ່ຽວລາວຈະຂະຫຍາຍຕົວປະມານ 10%

ທະນາຄານໂລກຄາດ ທ່ອງທ່ຽວລາວຈະຂະຫຍາຍຕົວປະມານ 10%

Published on

ເມື່ອບໍ່ດົນມານີ້, ທະນາຄານໂລກໄດ້ມີການລາຍງານກ່ຽວກັບ ສປປ ລາວ ໂດຍໄດ້ລະບຸວ່າ: ການເປີດປີທ່ອງທ່ຽວລາວ 2024 ເປັນໂອກາດສຳຄັນຕໍ່ເສດຖະກິດລາວເພາະທະນາຄານໂລກຄາດຄະເນໄວ້ວ່າ ການທ່ອງທ່ຽວລາວຈະສາມາດຂະຫຍາຍຕົວໄດ້ປະມານ 10% ຂອງ GDP ແລະ ຈະສາມາດດຶງດູດນັກທ່ອງທ່ຽວໄດ້ຢ່າງໜ້ອຍ 3 ລ້ານກວ່າຄົນ.

ບົດລາຍງານຫຼ້າສຸດຂອງທະນາຄານໂລກຍັງໄດ້ໃຫ້ຮູ້ຕື່ມອີກວ່າ: ສາມຂົງເຂດຈຸດສຸມທີ່ຕ້ອງໄດ້ປະຕິບັດ ໃນດ້ານການທ່ອງທ່ຽວລາວ ພາຍຫຼັງຜ່ານການລະບາດຂອງ COVID-19 ກໍຄື: ການຕິດຕາມຕະຫຼາດການທ່ອງທ່ຽວ, ການພັດທະນາທັກສະ ແລະ ຕະຫຼາດເປົ້າໝາຍການທ່ອງທ່ຽວແລະ ການສົ່ງເສີມການທ່ອງທ່ຽວ ເຊັ່ນ: ພັດທະນາ ແລະ ຈັດຕັ້ງປະຕິບັດຫຼັກສູດຝຶກອົບຮົມການຕ້ອນຮັບນັກທ່ອງທ່ຽວໂດຍທົ່ວໄປ ໃຫ້ແທດເໝາະກັບຄວາມຕາມຕ້ອງການ ແລະ ສ້າງຂີດຄວາມສາມາດດ້ານບຸກຄະລາກອນຂອງຂະແໜງການທ່ອງທ່ຽວ, ປັບປຸງຄວາມສາມາດຂອງອຸດສາຫະກໍາການທ່ອງທ່ຽວດ້ານການຕ້ອນຮັບນັກທ່ອງທ່ຽວດ້ວຍການສື່ສານກັບລູກຄ້າ, ຝຶກອົບຮົມດ້ານຕະຫຼາດການທ່ອງທ່ຽວຈາກປະເທດຈີນ ເພື່ອຕອບສະໜອງຕາມຄວາມຕ້ອງການຂອງຕະຫຼາດທ່ອງທ່ຽວຈາກປະເທດຈີນທີ່ກໍາລັງຂະຫຍາຍຕົວ; ໂຄສະນາການຕະຫຼາດທ່ອງທ່ຽວຜ່ານການນໍາໃຊ້ສື່ສັງຄົມອອນລາຍ ເພື່ອໂຄສະນາຕະຫລາດການທ່ອງທ່ຽວ.

ໃນປີ 2018-2019 ສປປ ລາວສາມາດດຶງດູດນັກທ່ອງທ່ຽວໄດ້ເກືອບ 5 ລ້ານຄົນ, ສ້າງລາຍໄດ້ເກືອບ 700 ລ້ານໂດລາ, ເຊິ່ງຖືວ່າເປັນລາຍຮັບອັນຕົ້ນຂອງປະເທດລາວ.

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...