Homeຂ່າວພາຍ​ໃນພິທີມອບ-ຮັບໜ້າທີ່ຫົວໜ້າສ່ວຍສາອາກອນ ປະຈຳນະຄອນຫຼວງວຽງຈັນ

ພິທີມອບ-ຮັບໜ້າທີ່ຫົວໜ້າສ່ວຍສາອາກອນ ປະຈຳນະຄອນຫຼວງວຽງຈັນ

Published on

ໃນວັນທີ 16 ທັນວາ 2024, ທີ່ພະແນກການເງິນນະຄອນຫຼວງວຽງຈັນ ໄດ້ມີພິທີມອບ-ຮັບໜ້າທີ່ຫົວໜ້າສ່ວຍສາອາ ກອນປະຈຳນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ຄຳພັນ ພັນທຸລັກ ຜູ້ເກົ່າ ແລະ ທ່ານ ວິໄນ ທິບດາລາ ຜູ້ໃໝ່, ໂດຍການເປັນປະທານຂອງທ່ານ ສິຣິລາດ ທົງສິນທອງເພັງ ຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ ມີຄະນະພະແນກການເງິນນະຄອນຫຼວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ພ້ອມນີ້ ທ່ານ ວິໄນ ທິບດາລາ ຫົວໜ້າສ່ວຍສາອາກອນປະຈຳນະຄອນຫຼວງວຽງຈັນ ຜູ້ໃໝ່ກໍ່ໄດ້ໃຫ້ ທັດສະນະວ່າຈະສືບ ຕໍ່ຈັດຕັ້ງປະຕິບັດພາລະກິດ ອັນສົມກຽດດັ່ງກ່າວນີ້ໃຫ້ເປັນຢ່າງດີ ໃຫ້ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງ ຂັ້ນເທິງ ຕະຫຼອດຮອດພະນັກງານທຸກຂັ້ນທີ່ ໃຫ້ການສະໜັບສະໜູນຕົນເອງເພື່ອ ພ້ອມກັນ ຈັດຕັ້ງປະຕິບັດແຜນຈັດເກັບລາຍຮັບໃຫ້ໄດ້ຕາມແຜນ ແລະ ລື່ນແຜນການດີຂຶ້ນຢ່າງເຂັ້ມແຂງ ແລະ ຍືນຍົງ.

ໂອກາດນີ້, ທ່ານ ສິຣິລາດ ທົງສິນທອງເພັງ ໄດ້ມີຄຳເຫັນຕໍ່ພິດັ່ງກ່າວ ໂດຍທ່ານ ໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຜົນ ງານຂອງ ຫົວໜ້າສ່ວຍສາອາກອນປະຈຳນະຄອນຫຼວງວຽງຈັນ ຜູ້ເກົ່າ ແລະ ຜູ້ໃຫມ່ ສະເໜີມາຍັງ ຜູ້ຮັບຕຳ ແໜ່ງໃໝ່ໃຫ້ສືບຕໍ່ເພີ່ມຄວາມຮັບຜິດຊອບສູງຂຶ້ນຕື່ມ ສືບຕໍ່ປະສານສົມທົບກັບທຸກຂັ້ນ ທຸກພາກສ່ວນ ເພື່ອເຮັດໃຫ້ວຽກງານມີຄວາມຄ່ອງຕົວ ໃຫ້ສຳເລັດຕາມແຜນງານທີ່ຂັ້ນເທິງມອບໝາຍໃຫ້ຢ່າງມີປະສິທິພາບ ແລະ ປະສິດທິຜົນ ດີຂຶ້ນເປັນກ້າວໆ.

ທີ່ມາ: ກະຊວງການເງິນ

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...