Homeນານາສາລະປະສົບການຕໍ່ສູ້ພະຍາດດ້ວຍການອອກກຳລັງກາຍ

ປະສົບການຕໍ່ສູ້ພະຍາດດ້ວຍການອອກກຳລັງກາຍ

Published on

ຊາຍໜຸ່ມໃຈສູ້! ເອົາຊະນະພະຍາດທີ່ເປັນຢູ່ ດ້ວຍການກັບມາອອກກຳລັງກາຍ

ຈາກການແບ່ງປັນປະສົບການຊີວິດຂອງຊາຍໜຸ່ມຄົນໜຶ່ງ ທີ່ໄດ້ຕໍ່ສູ້ກັບພະຍາດດ້ວຍການອອກກຳລັງກາຍ ແລະ ບໍ່ຍອມແພ້ຕໍ່ກັບສິ່ງທີ່ລາວປະເຊີນຢູ່, ຕາມການບອກເລົ່າຜ່ານວີດີໂອຂອງລາວ ທີ່ໄດ້ໂພສລົງໃນສື່ສັງຄົມອອນລາຍໄດ້ມີເນື້ອໃນວ່າ: ສະບາຍດີ, ຂ້ອຍຊື່ວ່າ ຫວັດ ທີ່ຜ່ານມາຂ້ອຍເປັນຄົນທີ່ມີສຸຂະພາບຮ່າງກາຍແຂງແຮງ, ບໍ່ເຄີຍເຈັບບໍ່ເຄີຍໄຂ້, ມັກອອກກຳລັງກາຍເປັນປະຈຳ ບໍ່ວ່າຈະເປັນກິລາບານເຕະ, ເຂົ້າຟິດເນັດໃຫ້ຮ່າງກາຍແຂງແຮງຕະຫຼອດເວລາ, ຈົນມາຮອດຕອນຮຽນຈົບເປັນຜູ້ໃຫຍ່ໄວເຮັດວຽກ, ກໍໄດ້ຕັ້ງໃຈຫາເງິນ ຈົນບໍ່ມີເວລາອອກກຳລັງກາຍ, ເອົາເວລາໄປ ສັງສັນຊຸມແຊວ. ຈົນມາຮອດມື້ໜຶ່ງ, ຫຼັງຈາກປີໃໝ່ລາວແລ້ວ ຂ້ອຍກໍໄດ້ມີອາການໄຂ້ຂຶ້ນສູງວັດແທກອຸນຫະພູມແມ່ນໄຂ້ຂຶ້ນຢູ່ທີ່ 40 ອົງສາ, ບໍ່ວ່າ ໝໍຈະເອົາຢາໂຕໃດມາໃສ່ກໍບໍ່ຫຼຸດລົງເລີຍ, ຈົນອາການ ຟຸບລົງ ຫຼື ເອີ້ນວ່າຕາຍຄືນກໍແມ່ນ, ຫຼັງຈາກຟື້ນພໍ່ແມ່ກໍໄດ້ເອົາໄປປົວຢູ່ໄທ ແລະ ໝໍກໍໄດ້ລະບຸວ່າ ຂ້ອຍເປັນໂລກ SLE (ແພ້ພູມຕົນເອງ), ຕອນນີ້ SLE ລົງໄຂ່ຫຼັງເຮັດໃຫ້ຕົວບວມ, ທ້ອງເບັງ, ນໍ້າຖ້ວມປອດ, ໄຂ່ຫຼັງຂຶ້ນສູງ, ຂອງເສຍຕົກຄ້າງພາຍໃນ, ໄຂ່ຫຼັງອັກເສບ ແລະ ອາການແຊກຊ້ອນອື່ນໆ, ຕອນນີ້ຢູ່ໃນພາວະ SLE ອອກອາການ, ສາເຫດຍ້ອນພັກຜ່ອນໜ້ອຍ ຫຼື ພັກຜ່ອນບໍ່ພຽງພໍ ເລີຍເຮັດໃຫ້ແພ້ພູມຕົວເອງ

ຈາກນັ້ນ, ຂ້ອຍກໍໄດ້ເຂົ້າຮັບການຮັກສາປິ່ນປົວເປັນເວລາດົນ ທີ່ໂຮງໝໍຈົນເຖິງຂັ້ນຟອກໝາກໄຂ່ຫຼັງ, ໝໍບອກວ່າ ຂ້ອຍອາດຈະຕ້ອງໄດ້ຟອກໄຂ່ຫຼັງຕະຫຼອດຊີວິດ, ແຕ່ຂ້ອຍ ເປັນຄົນທີ່ເຊື່ອໝັ້ນໂຕເອງສູງ, ຖ້າເຮົາຕັ້ງໃຈເຮັດບໍ່ມີຫຍັງທີ່ເປັນໄປບໍ່ໄດ້ ແລະ ຂ້ອຍເຊື່ອໝັ້ນວ່າ ຂ້ອຍຕ້ອງຫາຍ ແລະ ກັບມາເປັນຫວັດຄົນເກົ່າໃຫ້ໄດ້ ແລ້ວຂ້ອຍກໍຕັດສິນໃຈໃຫ້ໝໍປົດທໍ່ຟອກ ແລ້ວເຂົ້າຢິມຟິດເນັດທຸກໆມື້ ບໍ່ວ່າຈະເປັນ ເຊົ້າ, ສວາຍ, ແລງ. ຂ້ອຍບໍ່ຍອມແພ້, ຍ້ອນໄດ້ຮັບກຳລັງໃຈດີໆຈາກຄົນຮັກ ແລະ ຄອບຄົວ ເລີຍເຮັດໃຫ້ຕ້ອງຍິ້ມສູ້ໄດ້ຕະຫຼອດເວລາ ແລະ ເຮັດໃຫ້ ຕ້ອງໄດ້ກັດແຂ້ວສູ້ ເພື່ອຄົນທີ່ຢູ່ຂ້າງຫຼັງ ແລ້ວບອກຕົວເອງຕະຫຼອດເວລາວ່າ ຂ້ອຍຕ້ອງເຮັດຕາມຄວາມຝັນໂຕເອງໃຫ້ໄດ້ ເຮັດໃຫ້ຄອບຄົວ, ຄົນທີ່ເຮົາຮັກໄດ້ສຸກສະບາຍ. ສະນັ້ນ, ຂ້ອຍເລີຍຕ້ອງ ສູ້, ສູ້ເພື່ອຄົນທີ່ເຮົາຮັກ, ຂ້ອຍໄປຮັກສາປິ່ນປົວຢູ່ປະເທດໄທດ້ວຍຕົວເອງທຸກໆເດືອນ, ໄປໃສ່ຢາ ແລ້ວກໍກັບມາເຂົ້າຢິມເຮັດແບບນີ້ຊໍ້າໆ ເປັນເວລາ 7 ເດືອນ, ປັດຈຸບັນນີ້ເປັນເວລາ 5 ເດືອນແລ້ວ ທີ່ຂ້ອຍບໍ່ໄດ້ຟອກອາການຄ່ອຍໆດີຂຶ້ນ ແລະ ເປັນເວລາຫຼາຍເດືອນເລີຍທີ່ຕ້ອງໄດ້ໃຊ້ຊີວິດຄົນດຽວ, ທົນເຈັບ, ທົນເຫງົາ, ທົນລຳບາກ ແລະ ຍິ້ມສູ້ຕະຫຼອດເວລາ, ທຸກຢ່າງກໍດ້ວຍຄວາມຮັບຜິດ ຊອບຕົນເອງທີ່ໄດ້ເຮັດໄປຈົນໄດ້ເຫັນໝາກຜົນແຫ່ງຄວາມຕັ້ງໃຈ, ພະຍາຍາມອົດທົນ ແລະ ຍ້ອນວ່າອົດທົນຄຳດຽວເລີຍ ທີ່ເຮັດໃຫ້ຂ້ອຍສູ້ມາເປັນຂ້ອຍໃນທຸກມື້ນີ້, ຂອບໃຈກຳລັງໃຈດີໆຈາກ ທຸກຄົນ, ຫວັດຂໍເປັນກຳລັງໃຈໃຫ້ທຸກຄົນທີ່ປະສົບກັບບັນຫາແບບນີ້, ຂໍໃຫ້ທຸກຄົນອອກກຳລັງກາຍ, ກິນອາຫານເພື່ອສຸຂະພາບ, ເປັນປະໂຫຍດໃຫ້ທຸກຄົນຄິດວ່າ ສຸຂະພາບຕ້ອງມາກ່ອນ ດ້ວຍ ຄວາມຫ່ວງໃຍຈາກ ຫວັດ.

ປັດຈຸບັນນີ້, ຊາຍໜຸ່ມຄົນດັ່ງກ່າວກໍໄດ້ມີອາການດີຂຶ້ນເລື້ອຍໆໃນແຕ່ລະມື້, ທາງທີມງານລາວໂພສ ຂໍເປັນສ່ວນໜຶ່ງໃນການສົ່ງກຳລັງໃຈໃຫ້ຫາຍດີໂດຍໄວເດີ້ ພ້ອມຂໍຂອບໃຈໃນການມາແບ່ງປັນເລື່ອງລາວແນວຄິດດີໆນີ້, ຫຼັງຈາກໄດ້ອ່ານເລື່ອງລາວປະສົບການຊີວິດຂອງຊາຍໜຸ່ມ ຄົນນີ້ທີ່ໄດ້ມາແບ່ງປັນ ກໍຢາກຝາກເຖິງທຸກຄົນໃຫ້ພາກັນເບິ່ງແຍງໃສ່ໃຈສຸຂະພາບຂອງຕົນເອງຢູ່ເລື້ອຍໆ, ເລືອກກິນອາຫານທີ່ມີປະໂຫຍດພັກຜ່ອນໃຫ້ພຽງພໍ ແລະ ອອກກຳລັງກາຍຢູ່ສະເໝີ, ນອກຈາກນີ້, ຂໍໃຫ້ກຳລັງໃຈທຸກຄົນທີ່ກຳລັງປະເຊີນກັບບັນຫາໃດຢູ່ຂໍໃຫ້ຈົ່ງຍິ້ມສູ້ກັບມັນ ແລະ ບໍ່ລົ້ມເລີກຄວາມພະຍາຍາມ,ຄວາມຕັ້ງໃຈທີ່ຈະເອົາຊະນະໃຫ້ໄດ້ ເພາະມື້ໜຶ່ງສິ່ງທີ່ພະຍາຍາມລົງໄປ ນັ້ນກໍຈະໄດ້ຮັບໝາກຜົນແຫ່ງຄວາມສຳເລັດຢ່າງແນ່ນອນ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...