Homeນານາສາລະຊົງຜົມຍອດນິຍົມສຳລັບທ່ານຊາຍ ປີ 2024

ຊົງຜົມຍອດນິຍົມສຳລັບທ່ານຊາຍ ປີ 2024

Published on

ໜຸ່ມໆຄົນໃດທີ່ກຳລັງເລືອກຊົງຜົມໃໝ່ເພື່ອທີ່ຈະປັບປ່ຽນໃນປີ 2024 ນີ້ ສາມາດມາເບິ່ງຕາມນີ້ໄດ້ເລີຍ, ສຳລັບປີນີ້, ມີ 9 ຊົງຜົມຍອດຮິດ ໂດຍການ ຈັດອັນດັບຂອງເວັບໄຊ້ Stylecaster ມາໃຫ້ທຸກຄົນໄດ້ມາເບິ່ງໄປນໍາກັນເລີຍ. (ກົດເຂົ້າລີ້ງກອງຄົມເມັ້ນເພື່ອເບິ່ງເນື້ອໃນ ແລະ ຮູບພາບ)

1. ຊົງ Rockstar Vibe ເປັນຊົງຍອດຮິດໃນຍຸກ 80 – 90 ທີ່ກັບມາເປັນທີ່ນິຍົມອີກຄັ້ງ, ໃຫ້ກິ່ນອາຍຄວາມເປັນຊາວຣັອກໃນຍຸກກ່ອນ, ເປັນຊົງທີ່ທາງເທິງຍາວ ແລະ ດັດຜົມຂຶ້ນເລັກໜ້ອຍ.

2. ຊົງ Natural Texture ເປັນຊົງຜົມທີ່ມີຄວາມຍາວປານກາງ, ເນັ້ນຄວາມທຳມະຊາດ ແລະ ເໝາະສຳລັບເສັ້ນຜົມທຸກປະເພດ.

3. ຊົງ Buzzcut ຊົງຜົມສັ້ນສຸດເທ່ ເໝາະກັບໜຸ່ມໆທີ່ບໍ່ຕ້ອງການຈັດແຕ່ງຊົງຜົມຫຍັງຫຼາຍ.

4. ຊົງ Professional Mullets ຊົງຜົມລາກໄຊທີ່ຫຼາຍໆຄົນຮູ້ຈັກກັນດີ, ຈຸດເດັ່ນຄືທາງໜ້າຈະສັ້ນ ແລະ ສ່ວນທາງຫຼັງຈະຍາວ.

5. ຊົງ Bleached Buzz Cut ຊົງນີ້ຈະຄ້າຍໆກັບ Buzzcut, ຊົງຜົມສັ້ນສຸດເທ່ ແຕ່ຈະເພິ່ມຄວາມແປກໃໝ່ດ້ວຍການຍ້ອມສີຜົມທີ່ເຂົ້າກັບແຕ່ລະຄົນ.

6. ຊົງ Tons of Texture ເປັນຊົງຜົມທີ່ດັດຜົມໃຫ້ງໍຂຶ້ນເລັກນ້ອຍ ເປັນແບບທຳມະຊາດ.

7. ຊົງ ’90s Boy Band Hair ເປັນຊົງຜົມບັອກສັ້ນ ແລະ ແບ່ງກາງ

8.ຊົງ Cropped Shag ເປັນການຕັດຜົມໄລ່ລະດັບ ແລະ ຈັດຊົງໃຫ້ຄ້າຍຄືກັບຂົນໝາປ່າ.

9. ຊົງ Mid-Length Hair ຊົງຜົມທີ່ມີການໄລ່ຄວາມຍາວລະດັບບ່າໄຫຼ່ ຈົນຮອດກາງຫຼັງ.

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...