spot_img
Homeຂ່າວພາຍ​ໃນລັດຖະບານຍີ່ປຸ່ນໄດ້ໃຫ້ທຶນ 326.200 ໂດລາສະຫະລັດ ເພື່ອ ສະໜັບສະໜູນໂຄງການສົ່ງເສີມການມີສ່ວນຮ່ວມຂອງຄົນພິການໃນ ສປປ ລາວ

ລັດຖະບານຍີ່ປຸ່ນໄດ້ໃຫ້ທຶນ 326.200 ໂດລາສະຫະລັດ ເພື່ອ ສະໜັບສະໜູນໂຄງການສົ່ງເສີມການມີສ່ວນຮ່ວມຂອງຄົນພິການໃນ ສປປ ລາວ

Published on

ວັນທີ 12 ມັງກອນ 2024, ລັດຖະບານຍີ່ປຸ່ນໄດ້ໃຫ້ທຶນ 326.200 ໂດລາສະຫະລັດ ເພື່ອ ສະໜັບສະໜູນໂຄງການສົ່ງເສີມການມີສ່ວນຮ່ວມຂອງຄົນພິການໃນ ສປປ ລາວ ໂດຍສະເພາະແມ່ນສົ່ງເສີມການມີສ່ວນຮ່ວມຂອງກຸ່ມຄົນພິການໃນສັງຄົມຢູ່ ແຂວງອຸດົມໄຊ ດ້ວຍການເຮັດວຽກແບບຄູ່ຂະໜານກັນເຊັ່ນ: ການສ້າງຄວາມສາມາດໃຫ້ຄົນພິການ ແລະ ສ້າງສິ່ງອຳນວຍຄວາມສະດວກທາງດ້ານສະພາບແວດລ້ອມໃນຊຸມຊົນ ເພື່ອເຮັດໃຫ້ຄົນພິການສາມາດເຂົ້າຮອດເຂົ້າເຖິງໄດ້.

“ໂຄງການສົ່ງເສີມການມີສ່ວນຮ່ວມຂອງຄົນພິການໃນປະເທດລາວ” ໄດ້ຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ, ມີການພົວພັນຮ່ວມມືຢ່າງໃກ້ຊິດກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍຜ່ານການຈັດຕັ້ງປະຕິບັດກິດຈະກຳຕ່າງໆຮ່ວມກັນ ໃນໄລຍະການດຳເນີນໂຄງການ ແລະ ທັງມີການອອກແບບບັນດາກິດຈະກຳໃຫ້ແທດເໝາະກັບຄົນພິການ ໂດຍອາໄສຄວາມຊ່ຽວຊານ ແລະ ປະສົບການ ຈາກການຈັດຕັ້ງປະຕິບັດກິດຈະກຳທີ່ຜ່ານມາຂອງອົງການ.

ຮ່ວມລົງນາມໃນການໃຫ້ທຶນສະໜັບສະໜູນໂຄງການສົ່ງເສີມການມີສ່ວນຮ່ວມຂອງຄົນພິການໃນ ສປປ ລາວຄັ້ງນີ້ ມີທ່ານ ນາກາໂນະ ຈຸນຢະ, ອຸປະທູດຍີ່ປຸ່ນປະຈໍາ ສປປ ລາວ ແລະ ທ່ານ ຢາມາໂມໂຕະ ໂຢຊິໂນບຸ, ຜູ້ຕາງໜ້າໂຄງການປະຈໍາຫ້ອງການນະຄອນຫລວງວຽງຈັນຂອງອົງການຊ່ວຍເຫຼືອ ແລະ ບັນເທົາທຸກແຫ່ງປະເທດຍີ່ປຸ່ນ (AAR Japan).

ທີ່ມາ: ໜັງສືພິມວຽງຈັນທາຍ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...