Homeຂ່າວພາຍ​ໃນອອກມາຊີ້ແຈງແລ້ວ! ບັນຫາຊີງຊັ່ງນຳ້ໜັກທີ່ສະຖານີເກັບເງິນທາງດ່ວນ

ອອກມາຊີ້ແຈງແລ້ວ! ບັນຫາຊີງຊັ່ງນຳ້ໜັກທີ່ສະຖານີເກັບເງິນທາງດ່ວນ

Published on

ຊີ້ແຈງ ແລະ ໄຂຂໍ້ຂ້ອງໃຈກໍລະນີບັນຫາຊີງຊັ່ງນຳ້ໜັກທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ.

ຈາກກໍລະນີຜູ້ໃຊ້ເຟສບຸກທ່ານໜຶ່ງໄດ້ມາແບ່ງປັນປະສົບການ ກ່ຽວກັບຊິງຊັ່ງນໍ້າໜັກມີບັນຫາທີ່ສະຖານີເກັບເງິນວັງວຽງ ເຮັດໃຫ້ນໍ້າໜັກລົດທີ່ຊັ່ງມີຄວາມຕ່າງກັນຈາກການຊັ່ງ 2 ຮອບ ໃນວັນທີ 11 ທັນວາ 2023, ໂດຍມີເນື້ອໃນວ່າ: ຝາກເຕືອນທຸກຄົນໃຫ້ມີຄວາມລະມັດລະວັງກັນແດ່ເດີ້, ເລື່ອງມີຢູ່ວ່າຂ້ອຍຂີ່ລົດວີໂກ້ເຕ້ຍຂຶ້ນທາງດ່ວນ ຈຸດຂຶ້ນນະຄອນຫຼວງວຽງຈັນ – ວັງວຽງ ພໍຮອດຈຸດລົງຄ່າທາງດ່ວນ ຄ່າທາງແມ່ນ 231,000 ກີບ ນ້ຳໜັກລົດຂ້ອຍ 3.48 ໂຕ່ນ, ຂ້ອຍລະຖາມວ່າ ລົດຂ້ອຍຄືໜັກແທ້! ວີໂກ້ເຕ້ຍນ້ຳໜັກບໍ່ຮອດ 2 ໂຕ່ນພະນັກງານຈຶ່ງບອກຖອຍຊັ່ງໃໝ່, ເຊິ່ງຊັ່ງໃໝ່ ນ້ຳໜັກໄດ້ 1.96 ໂຕ່ນ ເປັນເງິນ 139,000 ກີບ ແລ້ວແບບນີ້ໝາຍຄວາມວ່າແນວໃດນໍ້? 1. ລະບົບມີບັນຫາ ຫຼື 2.ຄົນມີບັນຫາ ຫຼັງຈາກໂພສນີ້ຖືກແຊຣອອກໄປຫຼາຍຄົນກໍເຂົ້າມາຕັ້ງຄຳຖາມ ພ້ອມສະແດງຄວາມຄິດເຫັນຫຼາກຫຼາຍກ່ຽວກັບຊິງສັ່ງນໍ້າໜັກ ແລະ ເກັບເງິນຢູ່ສະຖານີທາງດ່ວນ.

ຫຼ້າສຸດ, ໃນວັນທີ 11 ມັງກອນ 2024, ກໍໄດ້ມີການອອກມາຊີ້ແຈງຈາກບໍລິສັດ ກ່ຽວກັບເຫດການທີ່ເກີດຂຶ້ນ ໂດຍໄດ້ເລົ່າຄວາມເປັນມາຂອງເຫດການ ພ້ອມ ຊີ້ແຈງດັ່ງນີ້:

1. ຫຼັງຈາກເກີດເຫດ, ຜູ້ໃຊ້ເຟສບຸກກໍໄດ້ເກີດມີຄວາມສົງໄສຕໍ່ກັບຊີງຊັ່ງນໍ້າໜັກຂອງທາງດ່ວນ, ເຊິ່ງທາງບໍລິສັດກໍ່ບໍ່ໄດ້ນິ້ງນອນໃຈ ແລະ ໄດ້ແຕ່ງຕັ້ງພະນັກງານລົງກວດກາໂດຍທັນທີ.

2. ຜົນຂອງການກວດກາຊີງຊັ່ງນໍ້າໜັກ ບໍລິສັດໄດ້ລົງກວດກາ ແລະ ວັດແທກອຸປະກອນຊີງຊັ່ງນໍ້າໜັກ ແລະ ລະບົບການຄິດໄລ່ຄ່າຜ່ານທາງ ທຸກສະຖານີເກັບເງິນຂອງທາງດ່ວນ, ຜົນຂອງການກວດກາອຸປະກອນຊີງຊັ່ງນໍ້າໜັກ ແລະ ລະບົບການຄິດໄລ່ຄ່າຜ່ານທາງແມ່ນເປັນປົກກະຕິ, ຫຼັງຈາກນັ້ນ, ທິມງານກໍໄດ້ເຂົ້າໄປກວດກາກ້ອງວົງຈອນປິດຄືນໃນເວລາທີ່ເກີດເຫດການ, ປະກົດເຫັນວ່າ: ສາເຫດທີ່ເຮັດໃຫ້ນໍ້າໜັກຂອງລົດຄັນດັ່ງກ່າວແຕກຕ່າງກັນຍ້ອນວ່າ: ໃນມື້ດັ່ງກ່າວ ມີຈໍານວນປະລິມານລົດບັນທຸກຂ້ອນຂ້າງຫຼາຍ ຈຶ່ງເຮັດໃຫ້ຂໍ້ມູນລົດຄັນທາງໜ້າຄ້າງຢູ່, ສະນັ້ນທາງບໍລິສັດຈຶ່ງຂໍອະໄພມານະທີ່ນີ້ດ້ວຍ.

3. ການຊີ້ແຈງຂອງບໍລິສັດ ອຸປະກອນຊິງຊັ່ງນໍ້າໜັກຂອງທາງດ່ວນ ໃນແຕ່ລະປີແມ່ນຈະມີໜ່ວຍງານທີ່ກ່ຽວຂ້ອງ ຂອງລັດຖະບານລົງມາຕິດຕາມກວດກາ ແລະ ວັດແທກເປັນປະຈໍາ ແລະມີເອກະສານຢັ້ງຢືນທີ່ມີປະສິດທິພາບຢ່າງຄົບຖ້ວນວ່າ ອຸປະກອນຊິງຊັ່ງນໍ້າໜັກແມ່ນບໍ່ມີບັນຫາ ພ້ອມດຽວກັນນັ້ນ ຖ້າຜູ້ຂັບຂີ່ຄົນໃດມີຂໍ້ສົງໃສຢາກສອບຖາມກ່ຽວກັບຂະບວນການເກັບຄ່າຜ່ານທາງ ແມ່ນສາມາດສອບຖາມພະນັກງານພາກສະໜາມໄດ້ໂດຍກົງ, ເພື່ອໃຫ້ໄດ້ຮັບການແກ້ໄຂ ແລະ ໄດ້ຄໍາຕອບທີ່ຊັດເຈນ ແລະ ທາງບໍລິສັດ ຈະເພີ່ມທະວີໃນການຄຸ້ມຄອງ, ຍົກສູງປະສິດທິພາບໃນການຈັດຕັ້ງປະຕິບັດວຽກງານ ແລະ ການບໍລິການ ສັງຄົມໃຫ້ດີຂື້ນກ່ວາເກົ່າ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...