Homeຂ່າວຕ່າງປະເທດແຕ່ງຕັ້ງເຈົ້າຊີວິດແຫ່ງເດນມາກອົງໃໝ່ ຢ່າງເປັນທາງການ

ແຕ່ງຕັ້ງເຈົ້າຊີວິດແຫ່ງເດນມາກອົງໃໝ່ ຢ່າງເປັນທາງການ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 15 ມັງກອນ 2024 ນີ້, ເຈົ້າຊີວິດເຟເດີຣິກທີ 10 ແຫ່ງເດນມາກ ຂຶ້ນຄອງຣາຊອານາຈັກ ເປັນເຈົ້າຊີວິດອົງໃໝ່ ສືບຕໍ່ຈາກຄວີນມາເກຣເທີ ທີ 2 ເມື່ອວັນທີ 14 ມັງກອນ 2024 ຜ່ານມາ.

ພາຍຫຼັງສົມເດັດພະລາຊິນີ ມາເກຣເທີ ທີ 2 ໄດ້ລົງນາມສະລະສົມບັດຢ່າງເປັນທາງການທີ່ພະລາຊະວັງ ຄຣິດຕຽນບອກ ໃນກຸງໂຄເປເຣເກນ (ເມືອງຫຼວງຂອງເດນມາກ), ເຈົ້າຊີວິດເຟເດີຣິກ ທີ 10 ກໍໄດ້ປາກົດຕົວຢູ່ລະບຽງພະລາຊະວັງ ຄຣິດຕຽນບອກ ເພື່ອທັກທາຍປະຊາຊົນນັບໝື່ນຄົນ ທີ່ມາເປັນສັກຂີພະຍານ ແລະ ຮ່ວມອວຍພອນ ໂດຍ ທ່າຍ ເມດເຕ ເຟເດີຣິກ, ນາຍົກລັດຖະມົນຕີເດນມາກ ໄດ້ປະກາດການສະຖາປະນາມຸງກຸດຣາຊະກຸມານເຟເດີຣິກ ໃນການຂຶ້ນຂອງຣາຊະອານາຈັກ ເປັນເຈົ້າຊີວິດເຟເດີຣິກ ທີ 10 ຫຼື ເຈົ້າຊີວິດຄົນໃໝ່ແຫ່ງເດນມາກ ໂດຍທ່ານນາຍົກລັດຖະມົນຕີ ຍັງເປັນຄົນນຳກ່າວຄຳວ່າ: ຂໍໃຫ້ເຈົ້າຊີວິດເຟເດີຣິກ ທີ 10 ຈົ່ງຈະເລີນຮຸ່ງເຮືອງ 3 ຄັ້ງ.

ເຈົ້າຊີວິດເຟເດີຣິກ ທີ 10 ແມ່ນໄດ້ຮັບຄວາມນັບຖື ແລະ ຮັກແພງຫຼາຍຈາກປະຊາຊົນຊາວເດນມາກ. ຫຼັງຈາກນັ້ນ, ທ່ານ ນາງ ແມຣີ ເຊິ່ງກໍໄດ້ຂຶ້ນເປັນສົມເດັດພະລາຊິນີ ຖືໄດ້ວ່າເປັນຄັ້ງທຳອິດ ທີ່ປະຊາຊົນທົ່ວໄປໄດ້ຂຶ້ນເປັນພະລາຊີນີແຫ່ງເດນມາກ ແລະໄດ້ປາກົດຕົວຄຽງຄູ່ກັບເຈົ້າຊີວິດ ພ້ອມທັງລູກໆທັງ 4 ຄົນ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...